BANDAI ລົງທຶນ 130ລ້ານ ໂດລາ ເພື່ອເອົາ Gundam ເຂົ້າສູ່ Metaverse


Gundam ຖືເປັນຊີຣີ້ ກາຕູນອະນິເມຊັນ ແນວສົງຄາມຫຸ່ນຍົນຂອງຍີ່ປຸ່ນ ເຊິ່ງອອກສາຍຄັ້ງທຳອິດທາງໂທລະພາບ ໃນປີ 1979. ຈາກນັ້ນກໍສາມາດຄອງໃຈແຟນໆທົ່ວໂລກພ້ອມກັບໄດ້ຮັບຄວາມນິຍົມເລື້ອຍມາ ແລະ ໄດ້ສ້າງພາກຕໍ່ອອກມາອີກຫຼາຍພາກຈົນນັບບໍ່ຖ້ວນ. ເຊື່ອວ່າ Gundam ເປັນອີກໜຶ່ງອານິແມະ ໃນດວງໃຈເດັກນ້ອຍຫຼາຍໆຄົນ.

ຫຼ້າສຸດສຳນັກຂ່າວ Nikkei ລາຍງານວ່າ Bandai Namco Entertainment (BNE) ບໍລິສັດເຄື່ອງຫຼິ້ນ ແລະ ວີດິໂອເກມຍອດນິຍົມຂອງຍີ່ປຸ່ນ ໄດ້ລົງທຶນຫຼາຍກວ່າ 130 ລ້ານໂດລາ ເພື່ອພັດທະນາຫຸ່ນຍົນ Gundam ໃນ Metaverse.

Gundam Metaverse ຈະເປັນການສ້າງໂລກສະເໝືອນຂຶ້ນ ໂດຍກຳນົດໃຫ້ປະກອບມີເກມ, ວີດິໂອ, ດົນຕີສົດ, ແລະ ເນື້ອຫາອື່ນໆ ທີ່ກ່ຽວຂ້ອງກັບ Gundam. ມັນຈະເຊື່ອມຕໍ່ກັບສະຖານທີ່ຈິງ ທີ່ດໍາເນີນການໂດຍກຸ່ມບໍລິສັດ Bandai Namco ເຊັ່ນ: ຮ້ານເກມ ແລະ ຮ້ານຂາຍ Model ພລາສຕິກ.

ທ່ານ Masaru Kawaguchi, ປະທານ ບໍລິສັດ Bandai Namco ກ່າວວ່າ: Gundam Metaverse ຈະເປັນກົນໄກສຳຄັນໃນການເຊື່ອມຕໍ່ກັບແຟນໆຂອງພວກເຮົາແບບເລິກເຊິ່ງຫຼາຍຂຶ້ນ ແລະ ກຳລັງ ວາງແຜນທີ່ຈະສ້າງ metaverses ສໍາລັບ franchises ອື່ນໆເຊັ່ນດຽວກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/