ຣັດເຊຍຫັນໄປໃຊ້ UnionPay ຂອງຈີນ ທ່າມກາງການລະງັບຂອງ Visa ແລະ Mastercard


ທະນາຄານກາງຂອງຣັດເຊຍ ປະກາດວ່າກຳລັງກະກຽມການຫັນໄປໃຊ້ UnionPay ແທນທີ່ Visa ແລະ Mastercard. ການປະກາດດັ່ງກ່າວມີຂຶ້ນຫຼັງຈາກ Visa ແລະ Mastercard ຜູ້ໃຫ້ບໍລິການເຄືອຂ່າຍການຈ່າຍເງິນລາຍໃຫຍ່ຂອງອາເມຣິກາແຈ້ງການຢຸດໃຫ້ບໍລິການໃນຣັດເຊຍ  ເຊັ່ນດຽວກັນກັບບໍລິສັດຊັ້ນນໍາຂອງໂລກຈໍານວນຫຼາຍໄດ້ຕັດສາຍສຳພັນທາງທຸລະກິດກັບຣັດເຊຍ ເພື່ອ​ປະ​ທ້ວງ​ການປະຕິບັດການທາງທະຫານຂອງຣັດເຊຍ ທີ່ມີຕໍ່ຢູເຄຣນ.

ທະນາຄານ​ກາງຣັດ​ເຊຍ​ຍັງ​ກ່າວ​ວ່າ ທະນາຄານຣັດເຊຍຈໍານວນຫຼາຍກໍາລັງກະກຽມອອກບັດ UnionPay ໃຫ້ແກ່ລູກຄ້າຂອງພວກເຂົາ ເຊິ່ງຈະສາມາດໃຊ້ງານໄດ້ 180 ປະເທດ.

ເຖິງແມ່ນວ່າທະນາຄານຣັດເຊຍຈໍານວນຫຼາຍໄດ້ໃຊ້ UnionPay ແລ້ວ ແຕ່ທະນາຄານໃຫຍ່ອື່ນໆເຊັ່ນ Sberbank ແລະ Tinkoff ຄາດວ່າຈະເລີ່ມອອກບັດເຄຣດິດຮ່ວມກັນໃນໄວໆນີ້ລະຫວ່າງ UnionPay ແລະ Mir ເຊິ່ງເປັນລະບົບການຈ່າຍເງິນທ້ອງຖິ່ນຂອງຣັດເຊຍ.

Union Pay ແມ່ນໜຶ່ງໃນເຄືອຂ່າຍການຈ່າຍເງິນ ທີ່ເປັນເຄືອຂ່າຍ​ມາ​ຈາກ​ຈີນ ເຊິ່ງໄດ້ຮ່ວມມືກັບທະນາຄານ ແລະ ສະຖາບັນການເງິນທົ່ວໂລກ ເພື່ອເປັນຕົວກາງໃນການໃຊ້ຈ່າຍ ບໍ່ວ່າຈະເປັນການຊື້ສິນຄ້າ ຫຼື ການບໍລິການ. ຜູ້ໃຊ້ບັດ UnionPay ສາມາດສັງເກດຮ້ານຄ້າທີ່ເຂົ້າຮ່ວມຢ່າງງ່າຍໆໂດຍການສັງເກດສັນຍະລັກ UnionPay ທີ່ຕິດຢູ່ຕາມສະຖານທີ່ ຫຼື ຕູ້ ATM ຕ່າງໆ, ຕ່າງຈາກ Visa ແລະ Mastercard ທີ່ມີຕົ້ນທາງເຄືອຂ່າຍມາຈາກ ປະເທດອາເມຣິກາ ເຊິ່ງໄດ້ຮັບການຍອມຮັບ ແລະ ເປັນທີ່ນິຍົມຫຼາຍກວ່າ. ສະນັ້ນເຮົາຈຶ່ງມັກເຫັນວ່າ ຮ້ານຄ້າ ຫຼື ການໃຫ້ບໍລິການຕ່າງໆຈໍານວນຫຼາຍຈຶ່ງສະເໜີທາງເລືອກ ໃນການຈ່າຍເງິນສໍາລັບ Visa ແລະ Mastercard ເທົ່ານັ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/