ເປັນຫຍັງຈຶ່ງຕໍ່ສູ້ເພື່ອສະຕີນິຍົມ (Feminism)?


ສະຕີນິຍົມ ຫຼື Feminism ເປັນຄຳທີ່ໄດ້ຍິນກັນຢ່າງຫຼວງຫຼາຍໂດຍສະເພາະໃນຍຸກປັດຈຸບັນ. ຫຼາຍຄົນອາດຈະຄິດວ່າມັນເປັນທີ່ນິຍົມ ຫຼື ຄິດຂຶ້ນສຳລັບສະໄໝນີ້ ທີ່ແປວ່າຍຸກໃໝ່ ແຕ່ຄວາມຈິງແລ້ວມັນໄດ້ເລີ່ມຕັ້ງແຕ່ເມື່ອກ່ອນ ເຊິ່ງມີການວິວັດທະນາການຈາກຄວາມບໍ່ເທົ່າທຽມໃນເພດ ຈົນຮອດປັດຈຸບັນທີ່ຖືກນິຍາມເປັນຄວາມເຊື່ອທາງສັງຄົມ, ການເມືອງເສດຖະກິດ ແລະ ຄວາມເທົ່າທຽມຂອງເພດ.

ຕາມທີ່ໄດ້ກ່າວມານັ້ນ ວ່າສະຕີນິຍົມໃນເມື່ອກ່ອນ ແລະ ມາຮອດປັດຈຸບັນມີຄຳນິຍາມທີ່ແຕກຕ່າງກັນອອກມາ ເຊິ່ງມັນອາດຈະໝາຍເຖິງການທີ່ໄດ້ຄຳນຶງເຖິງຫຼາຍສິ່ງຫຼາຍຢ່າງເພີ່ມຂຶ້ນຕະຫຼອດປີທີ່ຜ່ານມາ ໃນຊື່ທີ່ເອີ້ນກັນວ່າ ການເຄື່ອນໄຫວສະຕີນິຍົມ. ໂດຍຄື້ນລູກທຳອິດ ແມ່ນເລີ່ມເມື່ອປີ 1848–1920, ຕາມປະຫວັດສາດແລ້ວ ການເຄື່ອນໄຫວທຳອິດແມ່ນມາຈາກການເຄື່ອນໄຫວທາງການເມືອງທີ່ມີນະໂຍບາຍຕ້ອງການຄວາມເທົ່າທຽມທາງການເມືອງແກ່ແມ່ຍິງ ໂດຍທີ່ແມ່ຍິງຈະປຸກລະດົມກັນເພື່ອປະທ້ວງເພື່ອຈະໄດ້ມີສິດເລືອກຕັ້ງໃນທ້າຍສະຕະວັດທີ 19 ຫາຕົ້ນສະຕະວັດທີ 20.

ມາໃນຍຸກປັດຈຸບັນ ໄວໜຸ່ມຫຼາຍຄົນບໍ່ໄດ້ຄຳນຶງເຖິງເລື່ອງສິດທິການເລືອກຕັ້ງ ເນື່ອງຈາກວ່າມັນໄດ້ກາຍເປັນເລື່ອງປົກກະຕິຂອງພວກເຂົາໄປແລ້ວ ແຕ່ບໍ່ໄດ້ໝາຍຄວາມວ່າບັນຫາອື່ນບໍ່ມີ ເພາະຍັງພົບບັນຫາທາງດ້ານລາຍຮັບ ແລະ ຊ່ອງວ່າງຂອງເພດ ຢູ່ຫຼາຍປະເທດທົ່ວໂລກ. ທີ່ສະຫະຣາຊະອານາຈັກ ປີ 2019, ລາຍຮັບຂອງຜູ້ຊາຍໄດ້ສູງກວ່າແມ່ຍິງ 17.3%. ບໍ່ພຽງເທົ່ານັ້ນ, ໃນທາງການເມືອງແລ້ວ ແຄັມເປນທາງສະຕີນິຍົມຍັງແນໃສ່ສິດທິໃນການສືບພັນ, ຄວາມຮຸນແຮງໃນຄົວເຮືອນ, ຄວາມເທົ່າທຽມໃນສັງຄົມ ແລະ ບ່ອນເຮັດວຽກ ເຊັ່ນ ການໄດ້ລາພັກ, ການບໍ່ຖືກບຽດບຽນ ຫຼື ຄຸກຄາມທາງເພດ. ການມີສະຕີນິຍົມນັ້ນບໍ່ແມ່ນເພື່ອຍົກໃຫ້ແມ່ຍິງໄດ້ຮັບສິດທິທີ່ເໜືອກວ່າຜູ້ຊາຍ ແຕ່ເພື່ອຍົກບັນຫາ, ຄວາມແຕກຕ່າງໃນການຖືກປະຕິບັດລະຫວ່າງຊາຍແລະຍິງໃຫ້ແກ່ໂລກໄດ້ຮັບຮູ້ ເພື່ອຈະໄດ້ປັບປ່ຽນໃຫ້ມີຄວາມເທົ່າທຽມກັນທັງສອງຝ່າຍ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/