ມາຮູ້ຈັກກັບອາການ PMS! ສາເຫດທີ່ເຮັດໃຫ້ຜູ້ຍິງມີອາລົມບໍ່ແນ່ນອນກ່ອນເປັນປະຈຳເດືອນ


ເຊື່ອວ່າຜູ້ຊາຍຫຼາຍຄົນທີ່ມີແຟນຫຼືມີຄົນຮັກຕ້ອງເຄີຍພົບກັບເຫດການທີ່ມະນຸດແຟນກ່ອນເປັນປະຈຳເດືອນມີອາການຢາກຮ້າຍ, ປວດທ້ອງນ້ອຍ, ສິວຂຶ້ນ, ຫງຸດຫງິດງ່າຍ, ກິນຫຼາຍ, ອາລົມອ່ອນໄຫວປ່ຽນແປງງ່າຍ ເຮັດໃຫ້ຝ່າຍຊາຍຫຼາຍຄົນຕ້ອງຮັບມືດີໆ ເພາະບໍ່ສະນັ້ນຕ້ອງໄດ້ມີປາກສຽງກັນແນ່ນອນ.

ແຕ່ຜູ້ຊາຍຮູ້ບໍ່ວ່າ ແທ້ຈິງແລ້ວຜູ້ຍິງເຂົາເຈົ້າກໍບໍ່ໄດ້ຢາກເປັນແບບນັ້ນເລີຍ ພຽງແຕ່ໃນໄລຍະກ່ອນເປັນປະຈຳເດືອນຜູ້ຍິງຈະມີອາການທີ່ເອີ້ນວ່າ PMS ຫຼື Premenstrual Syndrome ເຊິ່ງເປັນອາການທາງກາຍພຶດຕິກຳ ແລະອາລົມທີ່ເກີດຂຶ້ນກ່ອນມີປະຈຳເດືອນ ເຊິ່ງອາດມີອາການໄດ້ເຖິງ 2 ອາທິດກ່ອນມີປະຈຳເດືອນ ອາການຈະດີຂຶ້ນແລະໝົດໄປເມື່ອປະຈຳເດືອນມາ 2-3 ມື້. ກຸ່ມອາການດັ່ງກ່າວຈັດຢູ່ໃນລະດັບບໍ່ຮຸນແຮງ ເຖິງຮຸນແຮງປານກາງ ໂດຍທົ່ວໄປຈະບໍ່ກະທົບຕໍ່ໜ້າທີ່ວຽກງານ, ແຕ່ຜູ້ຍິງບາງຄົນອາດມີອາການທີ່ຮຸນແຮງກວ່າ ທີ່ມີຊື່ເອີ້ນວ່າ PMDD ຫຼື Premenstrual Dysphoric Disorder.

  • ສາເຫດຂອງການເກີດ PMS

ສາເຫດສຳຄັນແມ່ນເກີດຈາກການປ່ຽນແປງຂອງລະດັບຮໍໂມນເພດຍິງເອສໂຕຣເຈນ (Estrogen) ແລະ ໂປຣເຈສເຕີໂຣນ (Progesterone) ໃນໄລຍະລະຫວ່າງການຕົກໄຂ່ໃນແຕ່ລະຮອບເດືອນ (ປະມານ 7-10ມື້ກ່ອນມີປະຈຳເດືອນ) ແລະ ປັດໄຈອື່ນໆ ທີ່ເປັນສາເຫດໄດ້ແກ່ ການປ່ຽນແປງຂອງສານສື່ປະສາດໃນສະໝອງ, ບັນຫາຈາກຄວາມຄຽດ, ໂຣກທາງອາລົມ ເຊັ່ນ ໂຣກຊຶມເສົ້າ, ການຂາດສານພວກວິຕາມິນແລະເກືອແຮ່ ຫຼື ການດື່ມເຄື່ອງດື່ມທີ່ມີແອລກໍຮໍ ຫຼື ຄາເຟອີນເປັນປະຈຳ.

  • ອາການຂອງ PMS ມີດັ່ງນີ້
  • ອາການທາງດ້ານອາລົມແມ່ນຈະຫງຸດຫງິດ, ຄຽດ, ຢາກຮ້າຍງ່າຍ, ວິຕົກກັງວົນ, ກະວົນກະວາຍໃຈ, ອາລົມປ່ຽນແປງງ່າຍ.
  • ອາການທາງດ້ານຮ່າງກາຍ: ເມື່ອຍງ່າຍ, ອ່ອນເພຍ, ມີອາການບວມຂອງຮ່າງກາຍ, ຢາກອາຫານຫຼາຍກວ່າປົກກະຕິເຮັດໃຫ້ນ້ຳໜັກຕົວເພີ່ມຂຶ້ນ, ເຈັບທ້ອງ, ບວມເຈັບບໍລິເວນເຕົ້ານົມ, ເປັນສິວ, ນອນຫຼາຍເກີນໄປ ແລະ ບາງຄົນມີອາການນອນບໍ່ຫຼັບ.

ໂດຍອາການທີ່ເຫັນໄດ້ຫຼາຍແມ່ນໄດ້ແກ່ ບວມ, ເຈັບເຕົ້ານົມ, ນ້ຳໜັກເພີ່ມ, ນອນບໍ່ຫຼັບ, ຮັບປະທານອາຫານຫຼາຍຂຶ້ນ, ສະມາທິສັ້ນ, ຫງຸດຫງິດງ່າຍ, ວິຕົກກັງວົນ, ຊຶມເສົ້າ ແລະ ອາລົມປ່ຽນໄປມາ.

  • ອັນຕະລາຍຈາກ PMS ມີ ຫຼື ບໍ່?

ຄວາມຮຸນແຮງຂອງ PMS ສາມາດເພີ່ມລະດັບຈົນພັດທະນາເປັນ PMDD ໂດຍຈະມີຄວາມຮຸນແຮງທາງດ້ານອາລົມຫຼາຍກວ່າ PMS ຄື ມີອາລົມຮຸນແຮງ, ຄວບຄຸມອາລົມບໍ່ໄດ້, ຫົດຫູ່ຈິດໃຈ, ສິ້ນຫວັງ, ຮູ້ສຶກວ່າຕົນເອງບໍ່ມີຄ່າ, ຢາກຂ້າຕົວຕາຍ ຫຼື ຢາກທຳຮ້າຍຜູ້ອື່ນ ເຊິ່ງຈຳເປັນຕ້ອງປຶກສາແພດຜູ້ຊ່ຽວຊານສະເພາະທາງຢ່າງຮີບດ່ວນ.

  • ອາການຂອງ PMDD

ຖ້າຢາກຮູ້ວ່າຕົນເອງເປັນ PMDD ຫຼື ບໍ່ໃຫ້ສັງເກດ 5 ຂໍ້ທາງລຸ່ມນີ້ ຖ້າຫາກວ່າກົງກັນແມ່ນເຈົ້າມີໂອກາດເປັນ PMMD ສະນັ້ນຈຶ່ງຈຳເປັນຕ້ອງໄດ້ປຶກສາກັບທ່ານໝໍຜູ້ຊ່ຽວຊານ.

  1. ຊຶມເສົ້າ, ໝົດຫວັງ, ຄິດທຳຮ້າຍຕົນເອງ
  2. ວິຕົກກັງວົນ ແລະ ຄຽດ
  3. ອາລົມປ່ຽນແປງງ່າຍ
  4. ອາລົມບໍ່ໝັ້ນຄົງຢາກຮ້າຍງ່າຍ
  5. ບໍ່ສົນໃຈຊີວິດປະຈຳວັນແລະບໍ່ສົນໃຈຄົນຮອບຂ້າງ
  6. ບໍ່ມີສະມາທິ
  7. ອ່ອນເພຍ
  8. ກິນຫຼາຍ, ກິນເລື້ອຍໆ
  9. ນອນບໍ່ຫຼັບ
  10. ບໍ່ສາມາດຄວບຄຸມອາລົມໄດ້
  11. ອາກາຍທາງກາຍໄດ້ແກ່: ເຈັບເຕົ້ານົມ, ປວດຫົວ, ປວດຂໍ້
  12. ການຮັກສາ ແລະ ການເບິ່ງແຍງສຸຂະພາບໂດຍລວມ

ກ່ອນອື່ນໝົດສຳລັບຜູ້ທີ່ມີອາການດັ່ງກ່າວ ຄວນເຮັດປຶ້ມບັນທຶກການມີປະຈຳເດືອນແລະຈົດລາຍລະອຽດຂອງອາການທີ່ເກີດຂຶ້ນທຸກຄັ້ງ ເພື່ອເປັນຂໍ້ມູນສຳລັບແພດໃນການບຳບັດໃນກໍລະນີບຸກຄົນທີ່ມີການຮ້າຍແຮງ.

1.ການປິ່ນປົວໂດຍບໍ່ໃຊ້ຢາ

  • ແນະນຳໃຫ້ຫຼີກເວັ້ນກາເຟ, ຢາສູບ, ເຫຼົ້້າເບຍ, ຂອງຫວານ, ອາຫານທີ່ມີຣົດເຄັມ ແລະ ຣົດຊາດເຂັ້ມຂຸ້ນ
  • ຮັບປະທານຜັກ ແລະ ໝາກໄມ້ ຢູ່ເປັນປະຈຳ
  • ອອກກຳລັງກາຍປະມານໜຶ່ງຊົ່ວໂມງຕໍ່ມື້ ເນື່ອງຈາກການອອກກຳລັງກາຍເຮັດໃຫ້ຮ່າງກາຍຜະລິດສານເອັນໂດຟິນ (Endorphins) ເຊິ່ງເປັນສານທີ່ເຮັດໃຫ້ມີຄວາມສຸກແລະຊ່ວຍລົດຄວາມຄຽດ
  •  ຮັບປະທານວິຕາມິນ B6, ວິຕາມິນ E, ແຄລຊຽມ ແລະ ແມັກນີຊຽມ ຕາມຄຳແນະນຳຂອງທ່ານໝໍ

2.ການປິ່ນປົວໂດຍໃຊ້ຢາ

  • ຄວນຮັບກຸ່ມຢາທີ່ປິ່ນປົວອາການຊຶມເສົ້າ, ຊ່ວຍລົດອາການຫງຸດຫງິດ, ເສົ້າ ຫຼື ອາລົມຮຸນແຮງ. ແຕ່ການທີ່ຈະຮັບຢາພວກນີ້ໄດ້ແມ່ນຕ້ອງຢູ່ໃນການເບິ່ງແຍງຂອງແພດໝໍ.
  • ຢາແກ້ປວດຮັບປະທານຕາມອາການ

3.ການປິ່ນປົວໂດຍການໃຊ້ຮໍໂມນ

  • ໃຊ້ຢາຮໍໂມນເພດຍິງທີ່ມີຮໍໂມນຕ່ຳເຊັ່ນ: ຢາຄຸມກຳເນີດ ເພື່ອປັບລະດັບຮໍໂມນໃນຮ່າງກາຍໃຫ້ສົມດຸນ ເຊິ່ງຈະຊ່ວຍລົດອາການທາງກາຍໄດ້

4.ການປິິ່ນປົວໂດຍການໃຊ້ຈິດບຳບັດ (psychotherapy)

ອ້າງອີງຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/