No-fly Zone ແມ່ນຫຍັງ ແລະ ສົ່ງຜົນກະທົບແນວໃດຕໍ່ຣັດເຊຍ


ຫຼາຍມື້ທີ່ຜ່ານມາ ການກຳນົດເຂດຫ້າມບິນ ”No-fly zone” ໃນຢູເຄຣນຂອງ NATO ກາຍເປັນປະເດັນຖົກຖຽງກັນ ວ່າອາເມຣິກາ ແລະ ນາໂຕ້ ຄວນຈະກຳນົດເຂດຫ້າມບິນໃນຢູເຄຣນຫຼືບໍ່ ເພື່ອປົກປ້ອງຊີວິດຂອງປະຊາຊົນ ແລະ ເພື່ອສະກັດກັ້ນຈາກການໂຈມຕີທາງອາກາດ ຂອງຣັດເຊຍ.

No-fly zone ຫຼື ເຂດຫ້າມບິນ ໝາຍເຖິງການກຳນົດອານາເຂດທ້ອງຟ້າໃດໜຶ່ງ ທີ່ບໍ່ອະນຸຍາດໃຫ້ ຍົນ ຫຼື ເຮືອບິນທຸກປະເພດບິນຜ່ານ ຫຼື ເຂົ້າມາໃນອານາເຂດ ທີ່ໄດ້ກຳນົດໄວ້. ປົກກະຕິແລ້ວກົດນີ້ອາດຈະຖືກປະກາດໃຊ້ໃຫ້ປົກປ້ອງພື້ນທີ່ທີ່ລະອຽດອ່ອນ ເຊັ່ນ: ທີ່ພັກອາໄສຂອງຣາຊະວົງ. ຫ້ອງ​ການ​ຂອງ​ຜູ້​ນໍາ​ຂອງ​ປະ​ເທດ​ ຫຼື ສະໜາມກິລາທີ່ມີການແຂ່ງຂັນຢູ່ ຫຼື ສະຖານທີ່ທີ່ມີປະຊາຊົນເຕົ້າໂຮມກັນເປັນຈຳນວນຫຼາຍ.

ສ່ວນໃນທາງການທະຫານນັ້ນ No-fly zone ຫຼື ເຂດຫ້າມບິນ ແມ່ນຖືກອອກແບບມາເພື່ອ ສະກັດກັ້ນ ບໍ່ໃຫ້ຍົນ ຫຼື ເຮືອບິນ ບິນເຂົ້າມາຂົງເຂດທີ່ກຳນົດ ເຊິ່ງຈະຕ້ອງກຳນົດໂດຍ ວິທີການທາງທະຫານເທົ່ານັ້ນ. ປົກກະຕິແລ້ວແມ່ນໃຊ້ເພື່ອປ້ອງກັນການໂຈມຕີ ຫຼື ສອດແນມທາງອາກາດ ຂອງສັດຕູ ຫຼື ຄູ່ຂັດແຍ້ງ. ຍ້ອນເຫດນີ້ ການກຳນົດເຂດຫ້າມບິນຈຶ່ງອະນຸຍາດໃຫ້ຝ່າຍທີ່ກຳນົດ ສາມາດຍິງປືນເພື່ອສະກັດກັ້ນ ຫຼື ສົ່ງເຮືອບິນຂັບໄລ່ ອອກໄປຊິງໂຈມຕີເຮືອບິນທີ່ລ່ວງລໍ້າເຂົ້າມາໃນອານາເຂດທີ່ກຳນົດໄວ້.

ການກຳນົດເຂດຫ້າມບິນ ໃນນ່ານຟ້າຢູເຄຣນ ຂອງນາໂຕ້ຄັ້ງນີ້ຈະໄປສົ່ງຜົນຕໍ່ຣັດເຊຍ ແລະ ສະຖານະການໂລກຢ່າງແນ່ນອນ ເພາະຖ້າກຳນົດເປັນເຂດຫ້າມບິນ ຈະເຮັດໃຫ້ກອງກຳລັງຂອງ ນາໂຕ້ ຕ້ອງປະເຊີນໜ້າກັບກອງທັບຣັດເຊຍໂດຍກົງ ແລະ ຕ້ອງເຂົ້າຮ່ວມສົງຄາມຄັ້ງນີ້ຢ່າງເຕັມຮູບແບບ ເຊິ່ງອາດນຳໄປສູ່ສະຖານະການທີ່ຮຸນແຮງໄປກວ່າເກົ່າ.

ເຖິງແມ່ນວ່າຈະມີການຮຽກຮ້ອງຈາກປະທານາທິບໍດີ Volodymyr Zelensky ແລະລັດຖະບານຢູເຄຣນ ໃຫ້ບັນດາ​ປະ​ເທດ​ພັນທະ​ມິດ​ໄດ້​ຕັ້ງ​ເຂດ​ຫ້າມ​ບິນ​ຢູ່​ຢູ​ເຄຣນ ​ແຕ່​ອາເມຣິກາ ​ແລະ ​ອົງການ ນາໂຕ້ ​ໄດ້ປະກາດວ່າການກຳນົດເຂດຫ້າມບິນບໍ່ແມ່ນຕົວເລືອກທີ່ກຳລັງພິຈາລະນາຢູ່ໃນຕອນນີ້ ເພາະຢ້ານມັນຈະເຮັດໃຫ້ສະຖານະການເຄັ່ງຕຶງ ແລະ ຮ້າຍແຮງຂຶ້ນຕື່ມ.

ການປະກາດໃຊ້ກົດເຂດຫ້າມບິນທາງການທະຫານຄັ້ງທຳອິດແມ່ນເກີດຂຶ້ນໃນປີ 1991 ທີ່ອາເມຣິກາ ແລະ ປະເທດພັນທະມິດ ໄດ້ກຳນົດເຂດຫ້າມບິນຂຶ້ນ 2 ແຫ່ງໃນອີຣັກ ເພື່ອປ້ອງກັນການໂຈມຕີກຸ່ມຊົນເຜົ່າບາງກຸ່ມ ແລະ ບາງສາສະໜາ. ກົດນີ້​ແມ່ນ​ໄດ້​ເຮັດ​ໂດຍ​ບໍ່​ມີ​ການ​ສະ​ໜັບ​ສະ​ໜູນ​ຈາກສະ​ຫະ​ປະ​ຊາ​ຊາດ​.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/