ຂໍສະແດງຄວາມຍິນດີນຳ ແຈັກກີ້ ນັກກິລາ E-sports ລາວ ທີ່ສາມາດຄວ້າແຊັ້ມໃນການແຂ່ງຂັນ E-sports ລະດັບສາກົນ


ຈົບໄປແລ້ວສຳລັບລາຍການແຂ່ງຂັນ DOTA 2 INVITATIONAL SERIES DUBAI 2022 ທີ່ຈັດຂຶ້ນໃນລະຫວ່າງວັນທີ 2-6 ມີນາ ທີ່ສະຫະລັດອາຣັບເອມິເຣດ ໂດຍງານນີ້ເປັນການແຂ່ງຂັນແບບ LAN (Local Area Network) ຫຼື ການແຂ່ງຂັນແບບໄລຍະໃກ້ ຄັ້ງທຳອິດໃນຮອບ 3 ປີ ຫຼັງຈາກການລະບາດຂອງ Covid-19.

ໃນງານແມ່ນໄດ້ມີທີມ 8 E-ports ມືອາຊີບຈາກທົ່ວໂລກ ໃນວົງການ Dota2 ເຂົ້າຮ່ວມ ຄື OG, Team Secret, Nigma Galaxy, Nigma Galaxy sea, Team Spirit, BOOM Esports, Tundra Esports, Fnatic ແລະ TSM.

ໂດຍງານແມ່ນຈົບລົງໃນວັນທີ 6 ມີນາທີ່ຜ່ານມານີ້ ແລະທີມທີ່ສາມາດຄວ້າແຊັ້ມໄດ້ກໍຄື BOOM Esports ໂດຍສາມາດເອົາຊະນະທີມ Tundra ທີມtop 4 ຈາກຢູໂຣບ ໄປດ້ວຍຄະແນນ 3-2 ແບບສວຍງາມ ແລະ ໄດ້ຮັບເງິນຮາງວັນເປັນຈຳນວນ 109,000 ໂດລາ.

ໜຶ່ງໃນປັດໄຈສຳຄັນທີ່ເຮັດໃຫ້ທີມສາມາດຍາດເອົາໄຊຊະນະມາໄດ້ ນັ້ນກໍຄື ແຈັກກີ້ ສຸລິຍາ ຂຸມເພັດສະວົງ ຫຼື JaCkky ທີ່ມີຕຳແໜ່ງເປັນຕົວແຄຣີ່ຂອງທີມ ແລະ ເປັນຄົນລາວພຽງໜຶ່ງດຽວທີ່ໄດ້ໄປແຂ່ງໃນງານນີ້ ເອີ້ນໄດ້ວ່າ ທັງສີມື ແລະ ຄວາມເກັ່ງຂອງແຈັກກີ້ແມ່ນບໍ່ທຳມະດາ ພ້ອມກັນນັ້ນຍັງສ້າງຊື່ສຽງ ແລະ ຄວາມພາກພູມໃຈໃຫ້ຄົນລາວເຮົາອີກດ້ວຍ.

ນອກນີ້ຈາກການທີ່ໄດ້ຕິດຕາມຕັ້ງແຕ່ເລີ່ມງານ DOTA 2 INVITATIONAL SERIES DUBAI 2022🇦🇪 (Gamers Galaxy) ຈາກຊ່ອງຫຼັກ, ພິທີກອນ, ນັກພາກ, ນັກກິລາລະດັບໂລກ ແລະ ອື່ນໆ… ເຊິ່ງເຂົາເຈົ້າໄດ້ເວົ້າເຖິງປະເທດລາວ, ຜູ້ຫຼິ້ນສັນຊາດລາວຄົນນີ້ ແລະ ສາມາດຈັບໃຈຄວາມໄດ້ວ່າ: “ນີ້ເປັນຄົນລາວຄົນທຳອິດໃນເວທີລະດັບສາກົນ, ຮັບຮູ້ເຖິງປະເທດລາວ, ສ້າງຊື່ສຽງໃຫ້ປະເທດລາວ ແລະ ຜູ້ຫຼິ້ນລາວ (E-sports) ໃນເວທີສາກົນໄດ້”.

ຕໍ່ຈາກນີ້ໄປກໍຂໍໃຫ້ແຈັກກີ້ ປະສົບຜົນສຳເລັດໃນເສັ້ນທາງຂອງວົງການ E-sports ນີ້ ເຊື່ອວ່າຄົນລາວທຸກຄົນພ້ອມສະໜັບສະໜູນແລະເປັນກຳໃຈໃຫ້ກ້າວໜ້າຕໍ່ໄປໃນລະດັບສາກົນ ເພື່ອປະກາດໃຫ້ໂລກຮູ້ວ່າຄົນລາວເຮົາກໍມີຄວາມສາມາດເທົ່າກັບສາກົນ.

ຂອບໃຈຂໍ້ມູນຈາກ: facebook : Anthony Kp

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/