ຕາດກວາງຊີ ໄດ້ຮັບຮາງວັນ ອາຊຽນ 2022


ເປັນອີກຂ່າວດີສຳລັບແຂວງຫຼວງພະບາງ ເມື່ອບໍ່ດົນມານີ້ຕາດກວາງຊີ ໄດ້ຮັບຮາງວັນຊະນະເລີດ ອາຊຽນ 2022.

ຖ້າເວົ້າເຖິງແຂວງຫຼວງພະບາງແລ້ວ ຫຼາຍຄົນຄົງຮັບຮູ້ກັນດີ ເຊິ່ງເປັນເມືອງມໍລະດົກໂລກ, ມີສະຖານທີ່ທ່ອງທ່ຽວທາງທຳມະຊາດທີ່ພົ້ນເດັ່ນເປັນຈຳນວນຫຼາຍແຫ່ງ. ພ້ອມກັນນີ້, ຍັງມີວັດທະນະທຳ-ຮີດຄອງປະເພນີ, ອາຫານການກິນ, ການດຳລົງຊີວິດ ທີ່ໜ້າສົນໃຈ, ມີແຫຼ່ງທ່ອງທ່ຽວທາງປະຫວັດສາດທີ່ໂດດເດັ່ນ ສ້າງຄວາມປະທັບໃຈໃຫ້ແກ່ຜູ້ມາທ່ຽວຊົມຢ່າງຫຼວງຫຼາຍ. ນັກທ່ອງທ່ຽວບໍ່ວ່າຈະເປັນພາຍໃນ-ຕ່າງປະເທດ ກໍໄດ້ມາທ່ຽວຊົມຢ່າງບໍ່ຂາດສາຍ.

ແຫຼ່ງທ່ອງທ່ຽວທຳມະຊາດ ກໍມີຫຼາຍແຫ່ງທີ່ພົ້ນເດັ່ນ ແລະ ງາມຕາ. ນອກຈາກນີ້ , ກໍມີຄວາມພິເສດໃນແຕ່ລະແຫ່ງອີກດ້ວຍ. ນໍ້າຕົກຕາດກວາງຊີ ຫຼື ຕາດກວາງຊີ ກໍເປັນບ່ອນທ່ອງທ່ຽວແຫ່ງໜຶ່ງຂອງແຂວງຫຼວງພະບາງ ທີ່ໂດດເດັ່ນ, ສວຍງາມ ທີ່ທາງທຳມະຊາດໄດ້ສ້າງຂຶ້ນ ແລະ ເມື່ອບໍ່ດົນມານີ້ກໍໄດ້ຮັບຮາງວັນຊະນະເລີດອາຊຽນ 2022.

ຜົນການປະເມີນໃນຮອບທຳອິດ ແມ່ນຍັງບໍ່ຜ່ານການປະເມີນ ເພາະຕ້ອງໄດ້ຮັບຄວາມສຳຄັນຈາກຄຸນຄ່າທາງສິ່ງແວດລ້ອມ, ຄຸນຄ່າທາງຮີດຄອງປະເພນີທ້ອງຖິ່ນ ເຊິ່ງຕ້ອງສົ່ງເສີມປຸກລະດົມໃຫ້ປະຊາຊົນ ຮັກສາສິ່ງແວດລ້ອມ ໂດຍການເຮັດປ້າຍ ແລະ ອື່ນໆ ທີ່ໃຊ້ສິ່ງທີ່ເຮັດຈາກທຳມະຊາດ ເພື່ອເປັນການອະນຸລັກສິ່ງແວດລ້ອມ ແລະ ໃຫ້ຮູ້ຄຸນຄ່າທຳມະຊາດ. ພ້ອມກັນນີ້, ກໍເພື່ອສະແດງວ່າປະຊາຊົນທ້ອງຖິ່ນ ອາໄສຢູ່ກັບທຳມະຊາດ ແລະ ຮັກສິ່ງແວດລ້ອມ.

ຫຼັງຈາກນັ້ນ ທາງພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ເອົາໃຈໃສ່ພັດທະນາຕາດກວາງຊີ, ຝຶກອົບຮົມຄົນທ້ອງຖິ່ນ ແລະ ຜູ້ປະກອບການອາຫານ ກໍຕ້ອງໄດ້ມີການຮັກສາຄວາມສະອາດ ສຸຂະອະນາໄມ, ເມື່ອປັບປຸງໃຫ້ເຂົ້າກັນ ຮອບທີ 2 ຕາດກວາງຊີກໍໄດ້ຮັບຮາງວັນຊະນະເລີດ ອາຊຽນ 2022.

ຂອບໃຈຂໍ້ມູນຈາກ: https://bit.ly/3ITDFP6

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/