ປູຕິນ ກ່າວເຕືອນປະເທດໃດທີ່ກຳນົດເຂດຫ້າມບິນໃນຢູເຄຣນ ແມ່ນຈະຖືວ່າເຂົ້າຮ່ວມສົງຄາມຣັດເຊຍ-ຢູເຄຣນ


ປະທານາທິບໍດີ ວະລາດິເມຍ ປູຕິນຂອງຣັດເຊຍ ໄດ້ກ່າວເຕືອນວ່າລາວຈະພິຈາລະນາບັນດາປະເທດຕ່າງໆ ທີ່ກຳນົດເຂດຫ້າມບິນໃນຢູເຄຣນວ່າເປັນການເຂົ້າຮ່ວມຄວາມຂັດແຍ້ງໃນວິກິດ ຢູເຄຣນ-ຣັດເຊຍ.

“ເຮົາຈະພິຈາລະນາທັນທີວ່າພວກເຂົາເປັນຜູ້ທີ່ມີສ່ວນຮ່ວມໃນຄວາມຂັດແຍ້ງທາງທະຫານ ແລະມັນບໍ່ສຳຄັນວ່າປະເທດເຫຼົ່ານັ້ນຈະເປັນສະມາຊິກອົງການໃດ” ປະທານາທິບໍດີ ປູຕິນ ກ່າວໃນລະຫວ່າງການປະຊຸມກັບລູກເຮືອຂອງສາຍການບິນແຫ່ງຊາດຣັດເຊຍໃນວັນທີ 5 ມີນາທີ່ຜ່ານມາ.

“ມັນເປັນໄປບໍ່ໄດ້ທີ່ເຮົາຈະກຳນົດເຂດຫ້າມບິນໃນອານາເຂດຂອງຢູເຄຣນ ເປັນໄປໄດ້ສະເພາະດິນແດນຂອງປະເທດເພື່ອນບ້ານບາງປະເທດເທົ່ານັ້ນ ແຕ່ຄວາມເຄື່ອນໄຫວໃດກໍຕາມໃນທິດທາງນີ້ຈະຖືກພິຈາລະນາໂດຍເຮົາວ່າ ເປັນການເຂົ້າຮ່ວມໃນຄວາມຂັດແຍ້ງທາງທະຫານ” ປູຕິນ ກ່າວເສີມ.

ປູຕິນ ຍັງກ່າວອີກວ່າການກຳນົດເຂດຫ້າມບິນຈະເກີດຜົນຮ້າຍແຮງຕາມມາ ບໍ່ພຽງແຕ່ກັບຢູໂຣບເທົ່ານັ້ນ ແຕ່ຍັງລວມເຖິງທົ່ວໂລກອີກດ້ວຍ.

ກ່ອນໜ້າທີ່ ປະທານາທິບໍດີ ໂວໂລດິເມຍ ເຊເລນສະກີ ຂອງຢູເຄຣນ ໄດ້ຮ້ອງຂໍໃຫ້ອົງການສົນທິສັນຍາແອັດແລນຕິກເໜືອ (NATO) ແລະ ຊາດຕາເວັນຕົກກຳນົດເຂດຫ້າມບິນເໜືອນ່ານຟ້າຂອງຢູເຄຣນ.

ແຕ່ ເຢນສ໌ ສະໂຕລເທນເບີກ (Jens Stoltenberg) ເລຂາທິການຂອງ NATO ຢືນຢັນເມື່ອວັນສຸກທີ 4 ມີນາທີ່ຜ່ານມາວ່າ ເຂດຫ້າມບິນຍັງບໍ່ແມ່ນຕົວເລືອກທີ່ NATO ກຳລັງພິຈາລະນາຢູ່.

ເຊັ່ນດຽວກັນກັບ ແອນໂທນີ ບລິງເຄນ (Antony Blinken) ລັດຖະມົນຕີຕ່າງປະເທດຂອງສະຫະລັດອາເມຣິກາ ທີ່ໄດ້ກ່າວໃນມື້ດຽວກັນວ່າ ການຈັດຕັ້ງເຂດຫ້າມບິນໃນຢູເຄຣນໂດຍສະຫະລັດ ແລະ ພັນທະມິດ NATO ນັ້ນ ອາດນຳໄປສູ່ ‘ສົງຄາມເຕັມຮູບແບບ’ ໃນຢູໂຣບ ແຕ່ບລິງເຄນກ່າວວ່າ ສະຫະລັດອາເມຣິກາ ຈະເຮັດວຽກຮ່ວມກັບພັນທະມິດເພື່ອຊ່ວຍໃຫ້ຢູເຄຣນສາມາດປ້ອງກັນຕົນເອງຈາກການຖືກຣັດເຊຍໂຈມຕີ.

ໃນບໍລິບົດທາງການທະຫານນັ້ນ ເຂດຫ້າມບິນ (no-fly zone) ຖືກອອກແບບມາເພື່ອຢຸດເຮືອບິນ ບິນເຂົ້ານ່ານຟ້າຫວງຫ້າມ ເຊິ່ງປົກກະຕິມີຈຸດປະສົງເພື່ອປ້ອງກັນການໂຈມຕີຫຼືການສອດແນມ ເຊິ່ງຈະຕ້ອງບັງຄັບໃຊ້ດ້ວຍວິທີການທາງການທະຫານເທົ່ານັ້ນ.

ເຊິ່ງຫາກ NATO ກຳນົດເຂດຫ້າມບິນໃນນ່ານຟ້າຢູເຄຣນນັ້ນໝາຍຄວາມວ່າກອງກຳລັງ NATO ຈະສູ້ຮົບໂດຍກົງກັບເຮືອບິນຣັດເຊຍທີ່ກວດພົບໃນເຂດນ່ານຟ້າເຫຼົ່ານັ້ນ ແລະ ສາມາດຍິງໃສ່ໄດ້ຖ້າຫາກມີເຫດຈຳເປັນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/