ເມ ວິສຸດາ ໄວໜຸ່ມຜູ້ທີ່ມີຄວາມສາມາດຫຼາຍດ້ານ ເຕັ້ນ, ຟ້ອນ ແລະ ການສະແດງ ຄົບໃນຄົນດຽວ


ເມ ວິສຸດາ ໄວໜຸ່ມຜູ້ທີ່ມີຄວາມສາມາດຫຼາຍດ້ານ ໂດດເດັ່ນທາງການສະແດງ, ເຕັ້ນ, ຟ້ອນ ແລະ ເດີນແບບ ຄົບຈົບໃນຄົນດຽວ, ເຊິ່ງຫຼາຍຄົນກໍຄົງຄຸ້ນເຄີຍກັບນັກສະແດງຂອງນ້ອງ ທີ່ຜ່ານມາໄດ້ຜ່ານການປະກວດມາຫຼາຍເວທີ ທັງເລື່ອງການເຕັ້ນ ແລະ ການເດີນແບບໃນງານຕ່າງໆ, ບົດບາດການສະແດງກໍຈະມີໃຫ້ເຫັນຢູ່ສະເໝີ. ພິເສດໄປກວ່ານັ້ນ ຍັງໄດ້ Top20 ຂອງກອງປະກວດນາງສາວນະຄອນຫຼວງອີກດ້ວຍ. ຜົນງານ ແລະ ຄວາມສາມາດຂອງເມ ເປັນທີ່ຈັບຕາເບິ່ງເປັນທີ່ສຸດ, ມື້ນີ້ທາງທີມງານ ໄດ້ມີໂອກາດພິເສດສຳພາດກ່ຽວກັບຄວາມເປັນມາຂອງນ້ອງເມ ເຊິ່ງຈະເປັນແນວໃດນັ້ນ ມາຮຽນຮູ້ອີກມຸມຂອງນ້ອງໄດ້ເລີຍ.

1.ແນະນຳຊື່ໃຫ້ແດ່?

ສະບາຍດີຊື່ ເມ ວິສຸດາ ຫຼື ມີຊື່ເຕັມວ່າ: ນາງ ວິສຸດາ ຈັນທະສອນ (ເມ)

2. ປັດຈຸບັນເຮັດວຽກກ່ຽວກັບຫຍັງ?

ປັດຈຸບັນກໍເຮັດວຽກຫຼືຮັບງານທີ່ກ່ຽວກັບວົງການບັນເທີງບໍ່ວ່າຈະເປັນ ກ່ຽວກັບການສະແດງ, ຣີວິວ, ຖ່າຍແບບຕ່າງໆ ແລະ ອີກອາຊີບໜຶ່ງກໍແມ່ນ ເປັນນັກສຶກສາ ຈາກສະຖາບັນ ນິຕິສາດແລະລັດຖະສາດ ພາກການເມືອງການປົກຄອງ ປີ 2.

3.ຜ່ານມາໄດ້ມີຜົນງານຫຍັງບໍ?

ຜົນງານທີ່ຜ່ານມາເມໄດ້:

  • Top20 ຂອງກອງປະກວດນາງສາວນະຄອນຫຼວງ.
  • ຖ່າຍແບບໃຫ້ກັບແບຣນສາວລາວ.
  • ສະແດງຮູບເງົາສັ້ນເລື່ອງ: ຮັກແລະຫ່ວງໃຍ ຮັບບົດເປັນພິມພາ (ນາງເອກ).
  • ເປັນສະມາຊິກວົງ NG GIRL ມີຜົນງານເພງ “ຮັກອ້າຍສະເໝີ”.
  • ເປັນນາງເອກ MV ເພງ:ຄິດຮອດບໍ່ (ຂອງອ້າຍ Keezy KBM), Goodnight (ຂອງອ້າຍຕ້ອມປະທານ Newgen), I’m Glad I Met You (ຂອງອ້າຍແຊ້ມ), ແລະ ຮ່ວມສະແດງຊີຣີ້ທີ່ມີຊື່ວ່າ : My Melody ຮັບບົດເປັນຊູຊີ (ນ້ອງພະເອກ).
  • ຖ່າຍໂຄສະນາໃຫ້ກັບ pepsi, foodpanda, ນົມ Dutch Mill, ສະບູນົກແກ້ວ, ຮ່ວມສະແດງໂຄສະນາກັບເພຈ SeaThis.
  • ປັດຈຸບັນເປັນ influencer ໃຫ້ກັບແບຣນໂທລະສັບ Samsung  ແລະ ແອັບກະເປົາເງິນເທິງມືຖື M-Money

ລວມທັງໝົດນີ້ເມກໍຢາກຂອບໃຈຜູ້ໃຫຍ່ທຸກຄົນທີ່ໃຫ້ໂອກາດ ແລະ ຈ້າງໄດ້ອີກເດີຈະບໍ່ເຮັດໃຫ້ຜິດຫວັງແນ່ນອນ😄🙏🏻💕

4.ເລີ່ມເຂົ້າວົງການບັນເທີງດົນແລ້ວບໍ?

ເລີ່ມກ້າວເຂົ້າມາເຮັດວຽກໃນວົງການບັນເທີງ ແມ່ນປີ 2020 ຄືການເຂົ້າຮ່ວມກອງປະກວດ ນາງສາວນະຄອນຫຼວງ ໃນປີ 2020 ນັ້ນເອງ.

5.ຄວາມສາມາດພິເສດເຮັດຫຍັງໄດ້ແດ່?

ຄວາມສາມາດພິເສດມີ: ເຕັ້ນ, ຟ້ອມ, ການສະແດງ, ການຖ່າຍແບບ ແຕ່ທີ່ຄິດວ່າຖະໜັດທີ່ສຸດແມ່ນການສະແດງ ແລະ ຖ່າຍແບບ ພ້ອມກັບຄວາມສາມາດທີ່ຮູ້ສຶກພູມໃຈອີກຢ່າງໜຶ່ງກໍຄື: ກິນ, ກິນເກັ່ງ ກິນບໍ່ຢຸດ, ມື້ໜຶ່ງມີ 24ຊົ່ວໂມງ ກິນໄປແລ້ວ 23 ຊົ່ວໂມງ😂

6.ເປັນຫຍັງ ຈຶ່ງຢາກເຂົ້າວົງການບັນເທີງ?

ສິ່ງທີ່ຄິດໃຫ້ຢາກເຂົ້າວົງການມັນເທີງ ໃນຫົວຕອນຍັງນ້ອຍຄືຄິດວ່າມັກທາງດ້ານນີ້ ແລະ ຄິດວ່າສາຍນີ້ໜ້າຈະເປັນສາຍທີ່ຫາເງິນໄດ້ງ່າຍ😂 ເພາະຕອນນັ້ນແມ່ນຄິດແຕ່ວ່າຢາກມີເງິນ, ຢາກຫາເງິນດ້ວຍຕົນເອງແລະເຮັດໃຫ້ຄອບຄົວພູມໃຈ. ແຕ່ໃນເມື່ອໄດ້ກ່າວເຂົ້າມາເຮັດວຽກໃນສາຍນີ້ແທ້ໆກໍປ່ຽນຄວາມຄິດນັ້ນທັນທີເລີຍ ເພາະມັນບໍ່ມີຫຍັງທີ່ຈະໄດ້ມາງ່າຍໆເລີຍ; ທຸກຢ່າງມັນຂຶ້ນກັບຄວາມອົດທົນ, ຄວາມພະຍາຍາມ, ຄວາມຕັ້ງໃຈຂອງເຮົາເອງ ແລະ ເມື່ອໄດ້ລອງເຮັດ ຫຼື ເຫັນສິ່ງທີ່ເອີ້ນວ່າ: ວົງການບັນເທີງ ບໍ່ວ່າຈະເປັນເບື້ອງໜ້າເບື້ອງຫຼັງກໍຮູ້ສຶກວ່າມັນມີຫຍັງຫຼາຍໆຢ່າງທີ່ເຮົາຈະຕ້ອງຮຽນຮູ້ແລະພັດທະນາຕົນເອງຢູ່ຕະຫຼອດ ແລະ ກໍຮູ້ສຶກວ່າມັນເປັນທາງຂອງເຮົາຮັກ ແລະ ຖະໜັດ🤟🏻

7.ຢາກຝາກຜົນຫຍັງບໍ?

ຢາກຝາກທຸກຄົນຖ້າຕິດຕາມແລະສະໜັບສະໜູນຜົນງານໃນສາຍວຽກວົງການບັນເທີງຂອງເມແນ່ເດີ້ ຈະພະຍາຍາມເຮັດຜົນງານແຕ່ລະຢ່າງຂອງເມອອກມາໃຫ້ດີທີ່ສຸດ.

ສຸດທ້າຍນີ້, ຂໍຂອບໃຈ LaoX ທີ່ໃຫ້ກຽດ ແລະ ໃຫ້ໂອກາດເມໄດ້ມາສໍາພາດໃນຄັ້ງນີ້ ຂອບໃຈຫຼາຍໆ.🙏🏻🥰

ທຸກຄົນສາມາດຕິດຕາມນ້ອງເມໄດ້ທີ່:

FB: May Visuda https://bit.ly/3pDuA5f

IG:mayvisouda_

Tiktok:maymayvi

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/