ອັນຕະລາຍເຖິງຊີວິດ ຫ້າມປະສົມໄຮເຕີ (ນ້ຳຢາຟອກຂາວ) ກັບນ້ຳຢາທຳຄວາມສະອາດອື່ນເດັດຂາດ!


ໃນໄລຍະທີ່ເຊື້ອໂຄວິດ-19 ລະບາດຢູ່ແບບນີ້ ຫຼາຍຄົນກໍໄດ້ຄຳນຶງເຖິງການຮັກສາຄວາມສະອາດ. ເພື່ອທີ່ຈະປ້ອງກັນ ແລະ ຂ້າເຊື້ອພະຍາດໃຫ້ໄດ້ຫຼາຍ, ບາງຄົນກໍໄດ້ປະສົມນ້ຳຢາທຳຄວາມສະອາດຕ່າງໆນຳກັນ ແຕ່ຮ້າຍແຮງສຸດກໍແມ່ນປະສົມກັບໄຮເຕີ ຫຼື ນ້ຳຢາຟອກຂາວທີ່ເປັນອັນຕະລາຍເຖິງຊີວິດໄດ້.

ນ້ຳຢາຟອກຂາວ ຫຼື Chlorine Bleach ແມ່ນສານທຳຄວາມສະອາດທີ່ສ່ວນໃຫຍ່ນຳໃຊ້ໃນການຊັກເສື້ອຜ້າ ໂດຍສະເພາະໃຊ້ກຳຈັດຄວາມເປິເປື້ອນອອກໄປ ເພື່ອໃຫ້ເຄື່ອງນຸ່ງສະອາດຕາ. ແຕ່ວ່ານ້ຳຢາຟອກຂາວນັ້ນບໍ່ສາມາດປະສົມກັບນ້ຳຢາທຳຄວາມສະອາດອື່ນໆ ເນື່ອງຈາກວ່າ ນ້ຳຢາຟອກຂາວປະກອບໄປດ້ວຍສານເຄມີທີ່ຫຼາກຫຼາຍ ມັນຈຶ່ງສ່ຽງເກີດປະຕິກິລິຍາຕໍ່ສານເຄມີອື່ນສູງ ເຊັ່ນ: ການປ່ອຍຄວັນມົນລະພິດທີ່ເປັນອັນຕະລາຍເຖິງຂັ້ນເສຍຊີວິດໄດ້ອອກມາ, ຫຼື ຖ້າພົບກັບສານເຄມີອື່ນກໍອາດຈະສາມາດເກີດລະເບີດໄດ້ ພ້ອມທັງຍັງໄໝ້ຜິວໜັງຄົນເຮົາອີກ.

  • ປະສົມນ້ຳຢາຟອກຂາວກັບແອມໂມເນຍ

ແອມໂມເນຍແມ່ນໜຶ່ງໃນສານເຄມີທີ່ມັກຈະພົບໃນຜະລິດຕະພັນທຳຄວາມສະອາດ. ເມື່ອປະສົມກັນຈະປ່ອຍ Chloramine gas ເຊິ່ງສາມາດໄໝ້ຕາຂອງຄົນເຮົາໄດ້ ແລະ ຍັງກະທົບທາງເດີນຫາຍໃຈ ພ້ອມສ້າງຄວາມເສຍຫາຍແກ່ອະໄວຍະວະພາຍໃນຂອງຮ່າງກາຍອີກ. ແລະ ເມື່ອປະລິມານຂອງແອມໂມເນຍຫຼາຍພຽງພໍ, ມັນກໍຈະປ່ອຍ Hydrazine ເຊິ່ງເປັນລະເບີດທີ່ມີສານພິດປົນເປື້ອນນຳ.

  • ປະສົມນ້ຳຢາຟອກຂາວກັບນ້ຳສົ້ມສາຍຊູ

ນ້ຳສົ້ມສາຍຊູອາດເບິ່ງບໍ່ເປັນອັນຕະລາຍ, ແຕ່ເມື່ອມັນໄດ້ປະສົມກັບນ້ຳຢາຟອກຂາວແລ້ວ ກໍຈະປ່ອຍ Chlorine gas ຫຼືກໍຄືຄວັນທີ່ຈະກະທົບຕໍ່ຮ່າງກາຍຂອງເຮົາເຮັດໃຫ້ໄອ ແລະ ກໍ່ໃຫ້ເກີດການລະຄາຍເຄືອງທີ່ຜິວ ໄປຈົນຮອດການໄໝ້ຈົນເຖິງແກ່ຊີວິດ ຖ້າຫາກການປະສົມນັ້ນມີປະລິມານຫຼາຍ. ບໍ່ພຽງແຕ່ນ້ຳສົ້ມສາຍຊູທີ່ແມ່ນກົດ ແຕ່ທຸກຜະລິດຕະພັນທີ່ເປັນກົດ ແລ້ວນຳໄປປະສົມກັບນ້ຳຢາຟອກຂາວແມ່ນຈະກໍ່ໃຫ້ເກີດ Chlorine gas ໄດ້ໝົດ ລວມໄປເຖິງນ້ຳໝາກນາວ ແລະ ລູກເໝັນທີ່ໃສ່ໃນໂຖສ້ວມ (ຫ້າມເດັດຂາດເທນ້ຳຢາຟອກຂາວລົງໃນໂຖສ້ວມ)

  • ປະສົມນ້ຳຢາຟອກຂາວກັບແອລກໍຮໍຊະນິດລ້າງບາດ

ແອລກໍຮໍຊະນິດນີ້ (Rubbing alcohol) ມັນໃຊ້ສຳລັບຂ້າເຊື້ອ ເຊິ່ງເປັນອັນຕະລາຍ ແລະ ບໍ່ແມ່ນຊະນິດທີ່ກິນໄດ້. ເມື່ອປະສົມກັບນ້ຳຢາຟອກຂາວແລ້ວຈະປ່ອຍ Chloroform ທີ່ຈະເຮັດໃຫ້ເຮົາໝົດສະຕິໄດ້ທັນທີ ແລະ ຖ້າສູດດົມຫຼາຍກໍຍິ່ງເປັນອັນຕະລາຍເຖິງຂັ້ນຊີວິດ.

ສຸດທ້າຍນີ້,​ ບໍ່ວ່າຈະແມ່ນນ້ຳຢາຟອກຂາວຊະນິດຜົງ ຫຼື ເປັນຂອງແຫຼວຕ່າງກໍເປັນອັນຕະລາຍໄດ້ທັງໝົດ ແລະ ບໍ່ຄວນໃຊ້ມັນຄູ່ກັບຫຍັງນອກຈາກນ້ຳລ້າ. ເມື່ອນຳໃຊ້ມັນແຊ່ເສື້ອຜ້າແລ້ວ, ຈະຕ້ອງຮີບລ້າງອອກກ່ອນຈຶ່ງໃຊ້ຜະລິດຕະພັນທຳຄວາມສະອາດຕ່າງໆ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/