ສະຫະພາບຢູໂຣບ ສືບຕໍ່ຊ່ວຍເຫຼືອພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ


ໃນວັນທີ 3 ມີນາ 2022 ຜ່ານມາ, ທີ່ ກະຊວງການຕ່າງປະເທດ ໄດ້ມີກອງປະຊຸມຄະນະກຳມາທິການຮ່ວມ ລາວ-ສະຫະພາບຢູໂຣບ (ອີຢູ) ຄັ້ງທີ 10 ໃນຮູບແບບທາງໄກ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ ເປົາລາ ປຳປາໂລນີ (Paola Pampaloni), ຮອງຫົວໜ້າກົມໃຫຍ່, ຫົວໜ້າຮັບຜິດຊອບລວມຂົງເຂດອາຊີ-ປາຊີຟິກ, ສຳນັກງານການຕ່າງປະເທດສະຫະພາບຢູ່ໂຣບ, ມີຄະນະຜູ້ແທນຈາກບັນດາກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມຄະນະກຳມາທິການຮ່ວມ ລາວ-ອີຢູ ຈັດຂຶ້ນທຸກໆ 2 ປີຕໍ່ຄັ້ງ ໂດຍໄດ້ປ່ຽນກັນເປັນເຈົ້າພາບ, ເຊິ່ງຄັ້ງນີ້ເປັນຄັ້ງທໍາອິດທີ່ ສປປ ລາວ ເປັນເຈົ້າພາບຈັດໃນຮູບແບບທາງໄກ ແລະ ກໍເປັນຄັ້ງທໍາອິດ ທີ່ສອງຝ່າຍໄດ້ຍົກລະດັບກອງປະຊຸມຂຶ້ນເປັນຂັ້ນຮອງລັດຖະມົນຕີ, ເຊິ່ງສະແດງເຖິງການພົວພັນຮ່ວມມືລະຫວ່າງ ລາວ-ອີຢູ ເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ກອງປະຊຸມໃນຄັ້ງນີ້, ສອງຝ່າຍໄດ້ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບສະພາບການພົ້ນເດັ່ນດ້ານການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ ແລະ ອີຢູ ໃນສະພາບການທີ່ປະເທດຕ່າງໆໃນໂລກ ກຳລັງຮັບມືກັບການລະບາດຂອງພະຍາດ ໂຄວິດ-19 ທີ່ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ການພັດທະນາປະເທດຊາດ. ໃນກອງປະຊຸມ ໄດ້ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບຜົນຂອງກອງປະຊຸມຂອງບັນດາໜ່ວຍງານຮ່ວມມື, ການຄ້າ, ສິດທິມະນຸດ ແລະ ວຽກງານທີ່ປິ່ນອ້ອມອື່ນໆ ລວມທັງການຮ່ວມມື ລະຫວ່າງ ອາຊຽນ ແລະ ອີຢູ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຂໍ້ມູນຂ່າວສານ, ຖອດຖອນບົດຮຽນ ແລະ ສະຫຼຸບຕີລາຄາຄືນ ກ່ຽວກັບຜົນການຈັດຕັ້ງປະຕິບັດບັນດາໂຄງການ ທີ່ອີຢູໃຫ້ການຊ່ວຍເຫຼືອ, ພ້ອມທັງສະເໜີແຜນການຮ່ວມມືໃນຕໍ່ໜ້າ ລະຫວ່າງ ສປປ ລາວ ແລະ ອີຢູ.

ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ບຸນເຫຼືອ ພັນດານຸວົງ, ກໍໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງອີຢູ ທີ່ໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ ຕະຫຼອດໄລຍະຜ່ານມາ, ເຊິ່ງເຮັດໃຫ້ ສປປ ລາວ ສາມາດບັນລຸເປົ້າໝາຍການພັດທະນາໄດ້ຫຼາຍດ້ານ ແລະ ການກະກຽມທຸກເງື່ອນໄຂ ເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ພາຍໃນປີ 2026. ໃນນັ້ນ, ອັນພົ້ນເດັ່ນ ແມ່ນການຊ່ວຍເຫຼືອໃນວຽກງານການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ໃນຫຼາຍໂຄງການ ໂດຍຜ່ານແຜນງານການຊ່ວຍເຫຼືອ ຂອງ Team Europe ເປັນຕົ້ນແມ່ນການສຶກສາ, ໂພຊະນາການ, ການປົກຄອງທີ່ດີ ແລະ ອື່ນໆ.

ກອງປະຊຸມຄະນະກຳມາທິການຮ່ວມ ລາວ-ອີຢູ ຄັ້ງທີ 10 ໄດ້ດຳເນີນໄປພາຍໃຕ້ບັນຍາກາດອັນສ້າງສັນ ແລະ ປະສົບຜົນສຳເລັດເປັນຢ່າງດີ, ເຊິ່ງເປັນນິມິດໝາຍອັນດີໃຫ້ແກ່ການເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍໃຫ້ກວ້າງຂວາງ ແລະ ເລິກເຊິ່ງຍິ່ງໆຂຶ້ນໃນຕໍ່ໜ້າ.

ຂອບໃຈຂໍ້ມູນຈາກ: https://bit.ly/34foEIe

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/