ຜົນສຳຫຼວດຊີ້  1 ໃນ 3 ຂອງແມ່ຍິງສົນໃຈໃນການລົງທຶນກັບ Cryptocurrency


ໃນເມື່ອກ່ອນ ຕອນທີ່ Cryptocurrency ຫຼື ສະກຸນເງິນດິຈິຕອນ ໄດ້ຮັບຄວາມນິຍົມໃໝ່ໆ ຍັງເປັນທີ່ນິຍົມສະເພາະກຸ່ມແລະ ເບິ່ງຄືວ່າຈະເປັນກຸ່ມໄວໜຸ່ມຜູ້ຊາຍສ່ວນໃຫຍ່. ແຕ່ໃນຍຸກປັດຈຸບັນຈາກຜົນສຳຫຼວດ ແມ່ຍິງເອງກໍມີຄວາມສົນໃຈໃນການລົງທຶນກັບ Cryptocurrency ເຊັ່ນກັນ ແລະ ກຳລັງຫາວິທີລົງມາລຸຍໃນວົງການນີ້ ພ້ອມກັບເຮັດໃຫ້ມັນເປັນອາຊີບແບບຈິງໆຈັງໆ.

BlockFi ບໍລິສັດບໍລິການທາງດ້ານການເງິນ Crypto ໄດ້ດໍາເນີນການສໍາຫຼວດກ່ຽວກັບການປ່ຽນແປງຄວາມຮູ້ສຶກຂອງຜູ້ບໍລິໂພກຕໍ່ກັບ Crypto. ການສໍາຫຼວດໄດ້ຖາມແມ່ຍິງໃນອາເມຣິກາກ່ຽວກັບແຮງຈູງໃຈໃນປັດຈຸບັນຂອງເຂົາເຈົ້າກ່ຽວກັບ Crypto ແລະ ການລົງທຶນ.

ໃນປີ 2022 ເຮົາໄດ້ເຫັນສ່ວນແບ່ງຕະຫຼາດທີ່ຜັນຜວນພໍສົມຄວນ. ແຕ່ແມ່ຍິງສ່ວນຫຼາຍຈະເຊື່ອໃນການລົງທຶນໃນໄລຍະຍາວຫຼາຍກວ່າ ໄລຍະສັ້ນ. ຜົນສຳຫຼວດຊີ້ໃຫ້ເຮົາເຫັນດັ່ງນີ້:

  • 24% ຂອງແມ່ຍິງແມ່ນ ມີ Crypto ໃນການຄອບຄອງ ແລະ ໃນນັ້ນ 70% ແມ່ນຊື້ແລ້ວຖືໄວ້ບໍ່ເຄີຍຂາຍ
  • ທຸກມື້ນີ້ ແມ່ຍິງເກືອບ 45% ຮູ້ວິທີຊື້ Crypto, ນີ້ເປັນການເພີ່ມຂຶ້ນເກືອບ 2 ເທົ່າ ຈາກ 6 ເດືອນກ່ອນ.
  • ສະກຸນເງິນທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນກຸ່ມແມ່ຍິງແມ່ນ Bitcoin, Dogecoin ແລະ Ethereum.
  • 75% ຮູ້ພຽງແຕ່ການຊື້ຂາຍເທົ່ານັ້ນ ຍັງບໍ່ທັນໄດ້ໃຊ້ປະໂຫຍດຈາກມັນໄດ້ເຕັມທີ່ເທື່ອ ເຊັ່ນ: ການຝາກກິນດອກເບ້ຍ ແລະ ການຂຸດ.
  • ການໃຊ້ຜະລິດຕະພັນໃນວົງການນີ້ຍັງໜ້ອຍຫຼາຍ ມີພຽງ 10% ທີ່ໄດ້ລາຍງານການໃຊ້ ບັນຊີດອກເບ້ຍ Crypto ແລະ ມີພຽງ 1 ໃນ 20 ທີ່ໄດ້ຊື້ NFT ຫຼື ເຮັດການຂຸດ.

ແມ່ຍິງເບິ່ງວ່າ Crypto ເປັນອີກເຄື່ອງມືໜຶ່ງໃນການບັນລຸເປົ້າໝາຍທາງການເງິນ ແຕ່ຍັງມີຊ່ອງວ່າງໃນການສຶກສາຢູ່. ຄວາມຢາກຮູ້ຢາກເຫັນຂອງແມ່ຍິງກ່ຽວກັບ Crypto ເລີ່ມຄ່ອຍໆປ່ຽນເປັນຄວາມຕັ້ງໃຈໃນການລົງທຶນທາງປະຕິບັດ.

  • 92% ຈາກຜູ້ຍິງທີ່ສຳຫຼວດແມ່ນເຄີຍໄດ້ຍິນກ່ຽວກັບ Crypto, 24% ເປັນເຈົ້າຂອງແລ້ວ ສ່ວນໜຶ່ງ.
  • 80% ເບິ່ງວ່າມັນເປັນເລື່ອງທີ່ສັບສົນ.
  • 72% ບອກວ່າມັນສ່ຽງເກີນໄປທີ່ຈະລົງທຶນ.
  • ຜູ້ຍິງເກືອບ 1 ໃນ 3 ທີ່ສຳຫຼວດວ່າຈະມີການຊື້ Crypto ໃນປີ 2022, ໃນນັ້ນມີ 60% ທີ່ຈະຊື້ພາຍໃນ ສາມເດືອນທາງໜ້ານີ້.
  • 1ໃນ5 ຕອບແບບສຳຫຼວດວ່າ Crypto ຈະສາມາດຊ່ວຍພວກເຂົາໃຫ້ບັນລຸເປົ້າໝາຍທາງການເງິນໄດ້.
  • ມີ14% ເບິ່ງວ່າ Bitcoin ປຽບເໝືອນຄຳ, 16% ປຽບເໝືອການຫຼິ້ນຮຸ້ນ ແລະ 13% ເບິ່ງວ່າມັນເປັນການດີທີ່ຈະລົງທຶນໃນໄລຍະຍາວ.

ແມ່ຍິງມີຄວາມສົນໃຈໃນສາຍອາຊີບທີ່ກ່ຽວຂ້ອງກັບວົງການ Crypto ຫຼາຍຂຶ້ນ. ການປະກາດຮັບສະໝັກງານທີ່ກ່ຽວຂ້ອງກັບ Crypto ໄດ້ຮັບຄວາມສົນໃຈຫຼາຍຂຶ້ນເຖິງ 400% ຈາກປີທີ່ຜ່ານມາ.

Flori Marquez ຜູ້ກໍ່ຕັ້ງ BlockFi ກ່າວວ່າ: “ບໍ່ມີສິ່ງໃດທີ່ຈະດີໄປກວ່າການຮຽນຮູ້ສິ່ງໃໝ່ໆໂດຍສະເພາະໂລກທີ່ມີຄວາມຊັບຊ້ອນຢ່າງ Crypto. ມັນເປັນເລື່ອງທີ່ໜ້າຕື່ນເຕັ້ນຫຼາຍທີ່ຮູ້ວ່າແມ່ຍິງເລີ່ມມີຄວາມສົນໃຈ ແລະ ຄຳນຶງເຖິງຜົນປະໂຫຍດທີ່ຈະໄດ້ຈາກ Crypto ພ້ອມກັບສະແດງຄວາມສົນໃຈໃນການເຮັດວຽກທີ່ກ່ຽວກັບວົງການ Crypto ຫຼາຍຂຶ້ນ. ຕອນນີ້ເປັນໜ້າທີ່ຂອງພວກເຮົາທີ່ຈະ ປິດຊ່ອງວ່າງການສຶກສາ ແລະ ອຳນວຍຄວາມສະດວກໃຫ້ແມ່ຍິງສາມາດເຂົ້າເຖິງຕະຫຼາດ Crypto ໄດ້ຢ່າງສະດວກສະບາຍ ແລະ ໝັ້ນໃຈໃນການເຮັດທຸລະກຳຕ່າງໆຂອງ Crypto ທີ່ພວກເຂົາຖືຢູ່ ເມື່ອເບິ່ງໄປໃນອະນາຄົດຂ້ອຍຫວັງວ່າ Cryptocurrency ຈະເປັນສ່ວນໜຶ່ງໃນແຜນການສຸຂະພາບ ແລະ ສ່ວນໜຶ່ງໃນແຜນການເງິນຂອງທຸກຄົນ. ຍິ່ງໄປກວ່ານັ້ນຂ້ອຍວັງວ່າຈະເຫັນຜູ້ຍິງຈຳນວນຫຼາຍຂຶ້ນຈະພິຈາລະນາວ່າ Crypto ຈະເປັນຈຸດຕໍ່ໄປໃນເສັ້ນທາງຊີວິດຂອງພວກເຂົາ”.

ຂອບໃຈຂໍ້ມູນຈາກ: https://cutt.ly/RAgCXBP

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/