ຢູເຄຣນອາດຈະຖອດໃຈ ບໍ່ຂໍສະໝັກເຂົ້າເປັນສະມາຊິກ NATO ຕາມເງື່ອນໄຂຂອງຣັດເຊຍທີ່ໄດ້ສະເໜີໄປ


ໃນວັນທີ 8 ມີນາທີ່ຜ່ານມາ ປະທານາທິບໍດີ ໂວໂລດິເມຍ ເຊເລນສະກີຂອງຢູເຄຣນ ເຜີຍວ່າ ຈະບໍ່ກົດດັນໃຫ້ອົງກອນສົນທິສັນຍາແອັດແລນຕິກເໜືອ (NATO) ຮັບຢູເຄຣນເຂົ້າເປັນສະມາຊິກແລ້ວ ເຊິ່ງເປັນ 1 ໃນ 4 ເງື່ອນໄຂທີ່ລັດຖະບານຣັດເຊຍຍື່ນຂໍ້ສະເໜີຕໍ່ຢູເຄຣນ ຫາກຕ້ອງກນຍຸຕິສົງຄາມໃນຄັ້ງນີ້.

ໂດຍຜູ້ນຳຢູເຄຣນລະບຸວ່າ “ຂ້ອຍຄວບຄຸມສະຕິ ແລະ ພິຈາະລະນາປະເດັນນີ້ມາໄດ້ໄລຍະໜຶ່ງແລ້ວ ແລະ ເຂົ້າໃຈວ່າ NATO ບໍ່ພ້ອມທີ່ຈະອ້າແຂນຮັບຢູເຄຣນເຂົ້າເປັນສະມາຊິກ ກຸ່ມພັນທະມິດນີ້ຢ້ານວ່າຈະປະເຊີນຕໍ່ຄວາມຂັດແຍ້ງທີ່ຈະຕາມມາ ແລະ ຢ້ານວ່າຈະຕ້ອງປະເຊີນໜ້າກັບຣັດເຊຍ” ເຊິ່ງເຊເລນສະກີຍັງເຜີຍອີກວ່າ ລາວບໍ່ຕ້ອງການທີ່ຈະເປັນປະທານາທິບໍດີຂອງປະເທດທີ່ຕ້ອງຮ້ອງຂໍຄວາມຊ່ວຍເຫຼືອຈາກໃຜ.

ຣັດເຊຍບໍ່ຕ້ອງການໃຫ້ປະເທດເພື່ອນບ້ານຂອງຕົນຄືຢູເຄຣນ ສະໝັກເຂົ້າເປັນສະມາຊິກ NATO ອົງກອນພັນທະມິດທາງການທະຫານທີ່ກໍ່ຕັ້ງຂຶ້ນໃນໄລຍະສົງຄາມເຢັນ ເພື່ອປົກປ້ອງຢູໂຣບຈາກສະຫະພາບໂຊວຽດທີ່ເປັນອ້າຍໃຫຍ່ຂອງສັງຄົມຄອມມູນິສໃນໄລຍະເວລານັ້ນ. ຫາກຣັດເຊຍປ່ອຍໃຫ້ຢູເຄຣນເຂົ້າເປັນສະມາຊິກ NATO ໄດ້ສຳເລັດ ກໍຈະສົ່ງຜົນກະທົບຕໍ່ຄວາມໝັ້ນຄົງຂອງຣັດເຊຍແບບຫຼີກເວັ້ນບໍ່ໄດ້. ຣັດເຊຍຈຶ່ງຕ້ອງການໃຫ້ຢູເຄຣນແກ້ໄຂລັດຖະທຳມະນູນຂອງຕົນແລະປະກາດຕົນເປັນກາງ ຫຼື ເຂົ້າໃຈງ່າຍໆ ກໍຄື ຕ້ອງບໍ່ເຂົ້າຮ່ວມເປັນສະມາຊິກ NATO ແລະ ສະຫະພາບຢູໂຣບ (EU).

ໃນຂະນະທີ່ເງື່ອນໄຂອີກຂໍ້ຄື ທາງຢູເຄຣນຈະຕ້ອງຮັບຮອງເອກະລາດໃຫ້ແກ່ ໂດເນສ໌ (Donetsk) ແລະ ລູຮັນສ໌ (Luhansk) ສອງເມືອງຂອງຢູເຄຣນທີ່ສະໜັບສະໜູນຣັດເຊຍ ແລະ ໄດ້ຮັບຮອງເອກະລາດຈາກຣັດເຊຍກ່ອນທີ່ຈະເປີດສາກໂຈມຕີຢູເຄຣນ ເຊິ່ງທາງດ້ານຜູ້ນຳຢູເຄຣນລະບຸວ່າ ປະຕູຂອງການເຈລະຈາສຳລັບປະເດັນນີ້ຍັງເປີດຢູ່ສະເໝີ ແລະ ຕ້ອງການໃຫ້ປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍຫັນໜ້າມາໂອ້ລົມແລະສື່ສານກັນ ດີກວ່າຈະໃຊ້ກຳລັງທະຫານບີບບັງຄັບແລະທຳຮ້າຍຊາວຢູເຄຣນ.

“ສິ່ງທີ່ສຳຄັນທີ່ສຸດສຳລັບຂ້ອຍຄື ປະຊາຊົນໃນສອງເຂດນັ້ນທີ່ຍັງຢາກຈະເປັນສ່ວນໜຶ່ງຂອງຢູເຄຣນຈະເປັນແນວໃດ ອີກທັງຄົນໃນຢູເຄຣນກໍຕ້ອງການໃຫ້ເຂົາເປັນສ່ວນໜຶ່ງຂອງປະເທດນີ້

ນີ້ເປັນອີກໜຶ່ງຄຳຂາດແລະເຮົາບໍ່ໄດ້ກຽມພ້ອມຕໍ່ຄຳຂາດເຫຼົ່ານີ້ ສິ່ງທີ່ຈໍາເປັນຕ້ອງເຮັດຫຼາຍທີ່ສຸດໃນເວລານີ້ຄື ປະທານາທິບໍດີປູຕິນຕ້ອງເລີ່ມທີ່ໂອ້ລົມຈະເຈລະຈາໄດ້ແລ້ວ”

ແລະເງື່ອນໄຂອີກສອງຂໍ້ຄື ທາງການຢູເຄຣນຈະຕ້ອງຍອມຮັບວ່າ ໄຄຣເມຍທີ່ເຄີຍຖືກຣັດເຊຍຍຶດເອົາເມື່ອປີ 2014 ເປັນຂອງຣັດເຊຍ ແລະ ຕ້ອງຍຸຕິປະຕິບັດທາງການທະຫານທັງໝົດຂອງຢູເຄຣນ. ຖ້າຫາກວ່າບັນລຸເງື່ອນໄຂທັງ 4 ຂໍ້ນີ້ໄດ້ ຣັດເຊຍຈະຍຸຕິການໂຈມຕີຢູເຄຣນໃນທັນທີ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/