ເມື່ອຄວາມຮູ້ສຶກຜິດຍັງຝັງຕິດຢູ່ໃນໃຈ ເຮັດແນວໃດຈຶ່ງຈະເຊົາຮູ້ສຶກຜິດໄດ້?


ທ່ານເຄີຍຮູ້ສຶກຜິດ ແລ້ວຢຶດຕິດກັບຄວາມຮູ້ສຶກຜິດຂອງຕົນເອງບໍ່? ສຳລັບໃຜທີ່ເຄີຍ ຄົງຈະຮູ້ດີວ່າ ຄວາມຮູ້ສຶກນີ້ສາມາດສົ່ງຜົນຕໍ່ກັບຊີວິດຂອງພວກເຮົາໄດ້. ບາງຄົນຮູ້ສຶກຜິດ ແລ້ວກໍພາໃຫ້ເກີດຄວາມຢ້ານໃນການທີ່ຈະຕັດສິນໃຈ ແລະ ກ້າວເດີນຕໍ່ໄປຢ່າງມ່ວນຊື່ນເຮຮາ. ຄວາມຮູ້ສຶກຜິດຂອງແຕ່ລະຄົນອາດມາຈາກເຫດຜົນ ຫຼື ເຫດການທີ່ແຕກຕ່າງກັນ ແຕ່ບໍ່ວ່າຈະຮູ້ສຶກຜິດດ້ວຍເຫດໃດແທ້ນັ້ນ ມັນກໍອາດສົ່ງຜົນເສຍຕໍ່ກັບສຸຂະພາບຈິດເຮົາໄດ້ ແລ້ວເຮົາຈະແກ້ແນວໃດ?

  1. ສາເຫດທີ່ເຮັດໃຫ້ຮູ້ສຶກຜິດ

ບາງຄົນຮູ້ສຶກຜິດຍ້ອນຕົນເອງໄດ້ເຮັດສິ່ງບໍ່ດີ, ເຮັດສິ່ງທີ່ບໍ່ຄວນເຮັດ ຫຼື ອາດຈະບໍ່ໄດ້ເຮັດຫຍັງຜິດ ແຕ່ກໍມີແນວຄິດຮູ້ສຶກຜິດຕໍ່ກັບເຫດການທີ່ເກີດຂຶ້ນ ແລ້ວກໍພາໃຫ້ຕົນມີຄວາມລະອາຍໃຈ. ເມື່ອຮູ້ສຶກຜິດ ບາງຄົນກໍອາດອອກມາຂໍໂທດ ແຕ່ບາງຄົນກໍເລືອກທີ່ຈະປິດບັງ ເຮັດແບບບໍ່ຮູ້ສຶກຫຍັງ ບໍ່ຍອມຮັບການກະທຳຕົນເອງ ແລ້ວກໍເກັບຄວາມຮູ້ສຶກຜິດໄວ້ໃນໃຈ ເພື່ອຫຼີກໜີຄວາມຮູ້ສຶກອັບອາຍ, ບາງຄົນກໍອາດມີແນວຄິດຮູ້ສຶກຜິດກັບນິດໄສຂອງຕົນ. ໂດຍສາເຫດຫຼັກໆມີດັ່ງນີ້:

  • ການເຮັດຕາມໃຈຕົນເອງ: ນີ້ຖືເປັນສາເຫດຫຼັກໆ ທີ່ເຮັດໃຫ້ຄົນຮູ້ສຶກຜິດ ຍ້ອນເຮົາຍັງມີຄວາມນຶກຄິດວ່າມັນບໍ່ດີ ມັນບໍ່ຄວນເຮັດ ແຕ່ເຮົາກໍເຮັດຕາມຄວາມຢາກນັ້ນ ເຊັ່ນ ການດື່ມສິ່ງມຶນເມົາ, ສູບຢາ, ກິນອາການທີ່ຄິດວ່າບໍ່ຄວນກິນ …
  • ການລັກ ຫຼື ສໍ້ໂກງ: ເຮົາຖືກສັ່ງສອນມາແຕ່ນ້ອຍວ່າ ການລັກ ຫຼື ຕົວະເອົາຂອງຄົນອື່ນມາເປັນຂອງຕົນ ເປັນສິ່ງທີ່ບໍ່ດີ, ເຮົາຕ້ອງເປັນຄົນຊື່ສັດ, ບໍ່ຂີ້ຕົວະ. ສະນັ້ນ ເວລາທີ່ເຮົາຕົວະ ຫຼື ລັກສິ່ງຂອງໃດໜຶ່ງ ບໍ່ວ່າຈະນ້ອຍ ຫຼື ໃຫຍ່ ບາງຄົນກໍອາດຮູ້ສຶກຜິດໄດ້ ຂະໜາດຄາຕະກອນກໍຍັງຮູ້ສຶກຜິດເລິກໆພາຍໃນໃຈ.
  • ຄວາມຮູ້ສຶກໃຈຮ້າຍ: ຄວາມຮູ້ສຶກນີ້ເກີດຂຶ້ນເວລາເຮົາພົບເຈິກັບສິ່ງທີ່ບໍ່ຖືກໃຈ ຫຼື ເຈິສິ່ງທີ່ຜິດຈາກຄວາມນຶກຄິດຂອງເຮົາ ແລະ ອື່ນໆ ແລະ ມັນມັກຈະເປັນຄວາມຮູ້ສຶກຮຸນແຮງ ໃຈຮ້າຍຫຼາຍ ກໍພາໃຫ້ຂາດສະຕິ ແລະ ເຮັດ ຫຼື ເວົ້າໃນສິ່ງທີ່ຕົນເອງກໍບໍ່ມັກ ແລ້ວເມື່ອສະຫງົບລົງ ກໍມາຮູ້ສຶກຜິດຕາມຫຼັງ.
  • ການບໍ່ເຮັດຫຍັງ: ໃນສັງຄົມປັດຈຸບັນ ຄົນຈະຍ້ອງຍໍຫາກເຮົາເປັນຄົນບໍ່ຢູ່ລ້າ ແລະ ເວລາເປັນສິ່ງທີ່ມີຄ່າ ເຮົາບໍ່ຄວນປ່ອຍໃຫ້ມັນຜ່ານໄປ ໂດຍບໍ່ໄດ້ເຮັດຫຍັງເລີຍ. ເຮົາມັກໄດ້ຍິນສະເໝີວ່າ ຄົນຢູ່ລ້າໆ ບໍ່ເຮັດຫຍັງ ເປັນຄົນກຽດຄ້ານ. ສະນັ້ນແລ້ວ ສຳລັບບາງຄົນເມື່ອຢາກຜ່ອນຄາຍໂດຍການບໍ່ເຮັດຫຍັງທີ່ເປັນປະໂຫຍດເລີຍ ກໍມັກຈະຮູ້ສຶກຜິດວ່າຕົນປະໃຫ້ເວລາເສຍຖິ້້ມລ້າ.
  • ການເປັນຜູ້ລອດຊີວິດ: ອຸບັດຕິເຫດແມ່ນສິ່ງທີ່ເກີດຂຶ້ນຢ່າງບໍ່ຄາດຄິດ ແລະ ກໍມີຫຼາຍຄັ້ງທີ່ມັນພາໃຫ້ເກີດມີການບາດເຈັບ ເສຍຊີວິດ ແລະ ບາງຄົນໂຊກດີ ກໍມີໂອກາດລອດ ໄດ້ໃຊ້ຊີວິດຕໍ່ໄປ ແຕ່ການໃຊ້ຊີວິດຂອງພວກເຂົາ ກໍເຕັມໄປດ້ວຍຄວາມຮູ້ສຶກຜິດ.

ທ່ານ ດຣ Andrei Marhol, ຊ່ຽວຊານທາງດ້ານການແພດ ໄດ້ອ້າງວ່າ ເຄີຍມີບົດສຶກສາທີ່ສະແດງໃຫ້ເຫັນວ່າ ຄວາມຮູ້ສຶກຜິດມີຜົນກະທົບຂອງຕໍ່ກັບສຸຂະພາບຈິດ ແລະ ການເປັນຢູ່ຂອງຄົນ. ມັນພາໃຫ້ເກີດຄວາມຄິດໃນດ້ານລົບ ແລະ ມັນຈະຮ້າຍແຮງຂຶ້ນຫາກຄົນໆນັ້ນມີໂລກຊຶມເສົ້າຢູ່ແລ້ວ. ຫາກຄົນໆນັ້ນເປັນຊຶມເສົ້າ ແລະ ຍັງເກີດມີຄວາມຮູ້ສຶກຜິດອີກ ມັນຈະພາໃຫ້ເກີດການຮັບຮູ້ໃນດ້ານລົບ. ການຮັບຮູ້ໃນດ້ານລົບແມ່ນການທີ່ເຮົາຄິດ ຫຼື ບອກຕົນເອງໄປໃນທາງລົບ. ເມື່ອເຮົາຄິດບໍ່ດີກັບຕົນເອງ ກໍຈະພາໃຫ້ຂາດຄວາມເຊື່ອໝັ້ນໃນຕົນເອງ ແລ້ວມັນກໍຈະພາໃຫ້ຊຶມເສົ້າຫຼາຍກວ່າເກົ່າ. ບົດສຶກສານັ້ນ ຍັງບອກອີກວ່າ ຄວາມຄິດ ແລະ ອາລົມດ້ານລົບສາມາດໄປເພີ່ມຮໍໂມນພາວະຕຶງຄຽດ adrenaline ແລະ cortisol ໃຫ້ຫຼາຍຂຶ້ນ. ບັນຫາກໍຄື ເມື່ອຮ່າງກາຍມີສານເຫຼົ່ານີ້ໃນປະລິມານຫຼາຍ ແລະ ເປັນເວລາດົນເກີນໄປ ຈະເຮັດໃຫ້ເຮົາຮູ້ສຶກເມື່ອຍ ແລະ ຫງຸດຫງິດ ແລະ ກໍອາດກໍ່ໃຫ້ເກີດ ຄວາມດັນເລືອດສູງ, ຫົວໃຈເຕັ້ນໄວ, ເຈັບທ້ອງຈາກສະພາວະຕຶງຄຽດ ແລະ ການອັກເສບ.

  1. ວິທີຈັດການກັບຄວາມຮູ້ສຶກຜິດ

ບາງຄັ້ງ ເຮົາກໍອາດຮູ້ສຶກຜິດແບບບໍ່ຮູ້ສຶກຕົວ ຫຼື ອາດຮູ້ສຶກຕົວ ແຕ່ບໍ່ຮູ້ຈະຈັດການກັບຄວາມຮູ້ສຶກຜິດແນວໃດ. ອີງຕາມຂໍ້ແນະນຳຈາກເວັບໄຊ flo.health, ວິທີດັ່ງຕໍ່ໄປນີ້ສາມາດຊ່ວຍໃຫ້ເຮົາສາມາດເອົາຊະນະຄວາມຮູ້ສຶກຜິດໄດ້.

  • ຍອມຮັບໃນສິ່ງທີ່ເກີດຂຶ້ນ: ຫາກຮູ້ສຶກຜິດກັບສິ່ງທີ່ໄດ້ເກີດຂຶ້ນແລ້ວ ໃຫ້ຈື່ໄວ້ສະເໜີວ່າ ບໍ່ມີໃຜສາມາດຢ້ອນເວລາກັບໄປແກ້ໄຂອະດີດໄດ້ ຈົ່ງຍອມຮັບ, ຮຽນຮູ້ ແລະ ປະເຊີນໜ້າ.
  • ບອກຂໍໂທດ ຫາກຈຳເປັນ: ຫາກເຮົາເຮັດຜິດ ຫຼື ເຮັດໃຫ້ຄົນອື່ນເສຍໃຈ ການຂໍໂທດອາດແມ່ນວິທີແກ້ໄຂທີ່ດີຢ່າງໜຶ່ງ. ບາງຄັ້ງ ມັນອາດຈະຍາກທີ່ຈະເວົ້າຄໍາວ່າຂໍໂທດ ເພາະມັນຈະເຮັດໃຫ້ເຮົາອັບອາຍ ແຕ່ມັນກໍແມ່ນເລື່ອງປົກກະຕິ ດີກວ່າການທີ່ເຮົາຈະປ່ອຍປະລະເລີຍ ແລະ ເກັບຄວາມຮູ້ສຶກຜິດ ແລະ ຢ່າງໜ້ອຍ ມັນກໍສະແດງໃຫ້ເຮັດວ່າ ເຮົາກໍຢາກແກ້ໄຂໃນສິ່ງທີ່ໄດ້ເຮັດຜິດ.
  • ເຂົ້າໃຈກັບສະພາວະທີ່ເປັນຢູ່ຂອງເຮົາ ແລະ ເຂົ້າໃຈກັບສິ່ງທີ່ໄດ້ປ່ຽນໄປແລ້ວ: ເມື່ອສິ່ງໃດເກີດຂຶ້ນແລ້ວ ເຮົາກໍບໍ່ສາມາດໄປປ່ຽນແປງໄດ້ ເຮົາຕ້ອງຮຽນຮູ້ ເຂົ້າໃຈ ແລະ ຍອມຮັບກັບສະພາບປະຈຸບັນໃຫ້ໄດ້, ໃຫ້ອະໄພ ແລະ ໃຫ້ໂອກາດຕົນເອງໃນການກ້າວຕໍ່ໄປຫາໂອກາດອື່ນ.
  • ຄິດຫາການກະທຳທີ່ພາໃຫ້ຮູ້ສຶກຜິດ ແລະ ປັບປ່ຽນການກະທຳ: ຫາກເຮັດສິ່ງໃດສິ່ງໜຶ່ງແລ້ວ ຮູ້ສຶກບໍ່ດີ ກໍຄິດທົບທວນ ແລ້ວຫາວິທີທາງໃໝ່ທີ່ເຮັດແລ້ວຮູ້ສຶກສະບາຍໃຈ.
  • ໄຕ່ຕອງບົດຮຽນທີ່ໄດ້ຮັບ: ການເຮັດຜິດໃນອະດີດ ເຊິ່ງອາດຍ້ອນຄວາມຕັ້ງໃຈ ຫຼື ບໍ່ຕັ້ງໃຈ ຮູ້ຖີ່ຖ້ວນ ຫຼື ບໍ່ຮູ້ຖີ່ຖ້ວນ ເປັນບົດຮຽນທີ່ດີຈະຊ່ວຍໃຫ້ເຮົາເລືອກເຮັດແຕກຕ່າງຈາກສິ່ງທີ່ເຄີຍເຮັດ.
  • ຫາກບໍ່ສາມາດຂ້າມຜ່ານຄວາມຮູ້ສຶກຜິດດ້ວຍຕົນເອງ ກໍຄວນປຶກສາໂອ້ລົມກັບຄົນອື່ນທີ່ໄວ້ໃຈໄດ້ ເຊັ່ນ ຄອບຄົວ, ພີ່ນ້ອງ, ໝູ່ເພື່ອນ ເພາະບາງຄັ້ງເຮົາກໍຕ້ອງການຄວາມຕັ້ງໃຈ ແລະ ການສະໜັບສະໜູນຈາກຄົນອ້ອມຂ້າງ ເພື່ອທີ່ຈະເອົາຊະນະກັບຄວາມຮູ້ສຶກຜິດ.
  • ພະຍາຍາມເຮັດໃນສິ່ງທີ່ດີ:  ອາດເຮັດວຽກອາສາສະໝັກ ຫຼື ຊ່ວຍເຫຼືອສັງຄົມ ເພື່ອໃຫ້ເຊົາຄິດຫາຄວາມຮູ້ສຶກຜິດ, ເຮັດໃຫ້ສິ່ງທີ່ເຮັດໃຫ້ຕົນຮູ້ສຶກດີ.
  • ຮຽນຮູ້ສິ່ງໃໝ່: ຫາເຮັດສິ່ງໃໝ່ ຫຼື ສິ່ງທີ່ບໍ່ເຄີຍເຮັດມາກ່ອນ. ຕັ້ງເປົ້າໝາຍ ເພື່ອຈະໄດ້ບ່ຽງເບນຄວາມສົນໃຈຈາກຄວາມຮູ້ສຶກຜິດມາສົນໃຈທີ່ຈະເຮັດໃນສິ່ງທີ່ຈະພາໃຫ້ບັນລຸເປົ້າໝາຍ.
  • ສະຫຼອງໃຫ້ກັບຄວາມສຳເລັດເລັກໆນ້ອຍໆ ທີ່ຕົນເຮັດໄດ້: ເພື່ອສ້າງກຳລັງໃຈ ແລະ ຄວາມພູມໃຈເລັກນ້ອຍໃຫ້ຕົນເອງ.
  •  ປ່ຽນຄວາມຮູ້ສຶກຜິດເປັນຄວາມຂອບໃຈ: ປົກກະຕິຄວາມຮູ້ສຶກຜິດຈະພາໃຫ້ເກີດອາລົມອື່ນທີ່ບໍ່ດີ. ມັນຈະດີກວ່າ ຫາກເຮົາສາມາດປ່ຽນໃຫ້ມັນເປັນຄວາມຂອບໃຈ. ສະນັ້ນ ເວລາຮູ້ສຶກຜິດ ຈົ່ງພະຍາຍາມເອົາມັນມາເປັນແຮງຊຸກຍູ້ໃຫ້ເຮົາເບິ່ງສິ່ງຕ່າງໆໃນແງ່ບວກ.
  • ໃຫ້ອະໄພຕົນເອງ: ຢ່າທຳຮ້າຍຕົນເອງດ້ວຍການຄິດຫາແຕ່ສິ່ງທີ່ຕົນເຮັດຜິດພາດ, ບໍ່ມີໃຜທີ່ສົມບູນແບບ, ມະນຸດທຸກຄົນເຮັດຜິດ. ເມື່ອເຮົາຮູ້ສຶກຜິດແລ້ວ ເຮົາຂໍໂທດ ແລະ ພະຍາຍາມແກ້ໄຂເທົ່າທີ່ສາມາດເຮັດໄດ້ ຢ່າຮູ້ສຶກຜິດກັບສິ່ງທີ່ເຮົາບໍ່ສາມາດປ່ຽນແປງ. ເມື່ອເຮົາຄິດຫາແຕ່ຄວາມຜິດ ມັນມີແຕ່ຈະທຳຮ້າຍຈິດໃຈ ແລະ ສຸຂະພາບເຮົາ. ຈົ່່ງພະຍາຍາມຮັກຕົນເອງ ແລະ ບອກຕົນເອງວ່າເຮົາເຮັດດີແລ້ວ.
  • ເຄົາລົບຕົນເອງ: ຄວາມຮູ້ສຶກຜິດຍ່ອມຕິດພັນກັບຄວາມອາຍ ແລະ ຄວາມອາຍກໍພາໃຫ້ເຮົາຂາດຄວາມເຊືື່ອໝັ້ນໃນຕົນເອງ. ຈົ່ງເຫັນໃຈຕົນເອງ ແລ້ວມັນຈະຊ່ວຍໃຫ້ເຮົາເຫັນຄຸນຄ່າ ແລະ ເຄົາລົບຕົນເອງຫຼາຍຂຶ້ນ.
  • ປຶກສາກັບຜູ້ຊ່ຽວຊານ: ຫາກລອງເຮັດທຸກວິທີທາງແລ້ວ ແຕ່ຍັງຢຶດຕິດກັບຄວາມຮູ້ສຶກຜິດຢູ່ ແລະ ມັນສົ່ງຜົນກະທົບຕໍ່ກັບຊີວິດປະຈຳວັນ ແລະ ເຮັດໃຫ້ຊຶມເສົ້າ ກໍຄວນປຶກສາແພດ ຫຼື ຜູ້ຊ່ຽວຊານດ້ານນີ້. ຢ່າປ່ອຍໃຫ້ຄວາມຮູ້ສຶກຜິດລົບກວນຊີວິດເຮົາ. ການຂໍຄວາມຊ່ວຍເຫຼືອຈາກຜູ້ທີ່ຈະສາມາດຊ່ວຍເຮົາໄດ້ແມ່ນວິທີທີ່ດີເພື່ອສະແດງຄວາມຮັກຕໍ່ຕົວເຮົາເອງ.

ແຫຼ່ງທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/