ຮູ້ຈັກກັບ ກັບຕັນ ແຊັ້ມ Tekken 7 ລາຍການ LNC ຄົນຫຼ້າສຸດຂອງປະເທດລາວ


ທຸກມື້ນີ້ວົງການ ລາວ E-sports (ການແຂ່ງຂັນຫຼິ້ນເກມ ໃນຮູບແບບກິລາ) ກຳລັງໄດ້ຮັບຄວາມນິຍົມຫຼາຍ ໃນກຸ່ມເຍົາວະຊົນ ແລະ ຈາກຫຼາຍໆພາກສ່ວນ. ມື້ນີ້ທາງທີມງານ Lao X ຈະພາມາຮູ້ຈັກກັບ ແຊັ້ມ LNC ຄົນຫຼ້າສຸດ ທ.ເພັດຕຸລາດ ຫຼື CHABALA ທີ່ຄົນໃນວົງການເກມເຂົາເອີ້ນກັນ.

1.ແນະນຳຕົນເອງ

ສະບາຍດີ ນ້ອງຊື່ ເພັດຕຸລາດ ຈັນທະວົງສັກ ຫຼື ເອີ້ນວ່າ ກັບຕັນ ກໍໄດ້, ເປັນແຊັ້ມຄົນຫຼ້າສຸດ ເກມປະເພດ Fighting Tekken 7 ໃນລາຍການ LNC Lao National Championship ປີ 2021 (ການແຂ່ງຂັນຫຼິ້ນເກມຊິງແຊັ້ມລະດັບປະເທດປີ 2021)

ປັດຈຸບັນ ອາຍຸ 23 ຈົບຈາກ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ສາຂາເສດຖະສາດ ພັດທະນາ ແລະ ວາງແຜນ. ປັດຈຸບັນເຮັດວຽກຢູ່ AGG (Aurora Guild Game) ພ້ອມກັບເປັນນັກສຶກສາ ມະຫາວິທະຍາໄລ ລາວ-ອາເມຣິກາ ປີ3.

2.ເລີ່ມຫຼິ້ນເກມມາດົນປານໃດແລ້ວ?

ເລີ່ມຫຼິ້ນເກມຕັ້ງແຕ່ປ.4 ສະໄໝນັ້ນຍັງເປັນ Tekken 4. ຈາກນັ້ນກໍເລີ່ມຝຶກຝົນ ແລະ ພັດທະນາຕົນເອງມະຕະຫຼອດ ຈົນມາເລີ່ມເດີນສາຍແຂ່ງເກມ Tekken 7 ໃນປີ 2019.

3.ເລີ່ມເຂົ້າມາໃນວົງການ E-sports ໄດ້ແນວໃດ

ເລີ່ມຮູ້ຈັກວົງການ ຕັ້ງແຕ່ ປີ 2017 ແລະ ໄດ້ຕິດຕາມຂ່າວສານມາຕະຫຼອດ ແຕ່ຕອນນັ້ນ Tekken ຍັງບໍ່ທັນໄດ້ຖືກບັນຈຸລົງໄປໃນການແຂ່ງຂັນ. ຈາກນັ້ນ ກັບຕັນເອງກໍເປັນຄົນລິເລີ່ມຮຽກຮ້ອງໃຫ້ມີການບັນຈຸເກມ Tekken 7 ລົງໄປໃນການແຂ່ງຂັນມາຕະຫຼອດຜ່ານທາງ ໜ້າເພຈ Facebook ຂອງ ສະຫະພັນ E-sports. ໃນທີ່ສຸດ ປີ 2019 ກໍໄດ້ມີການຄັດເລືອກນັກກິລາ Tekken ໄປແຂ່ງຂັນ ຊີເກມ ທີ່ປະເທດ ຟິລິບປິນ. ແຕ່ໜ້າເສຍດາຍທີ່ສຸດ ທີ່ຕອນນັ້ນເປັນນັກຮຽນແລກປ່ຽນຢູ່ປະເທດ ສິງກະໂປ ກໍເລີຍບໍ່ໄດ້ມາຄັດເລືອກນຳເພິ່ນ. ຫຼັງຈາກນັ້ນກໍມີການແຂ່ງຂັນນ້ອຍໆທີ່ຈັດຂຶ້ນຢູ່ໄອເຕັກ ແລ້ວກັບຕັນກໍມີໂອກາດເຂົ້າຮ່ວມ, ຈາກນັ້ນກໍໄດ້ເດີນສາຍການປະກວດມາຕະຫຼອດ ແລະ ກໍເລີ່ມເຂົ້າສູ່ວົງການ E-sports ຢ່າງເຕັມຕົວ.

4.ການຈະເປັນນັກກິລາ E-sports ຕ້ອງມີລະບຽບວິໄນ ໃນການຝຶກຊ້ອມແນວໃດ?

ການຝຶກຊ້ອມກັບຕົນເອງ ແມ່ນຈະແບ່ງເວລາໃຫ້ຊັດເຈນ ເພື່ອບໍ່ໃຫ້ກະທົບກັບການຮຽນ  ໂດຍກັບຕັນ  ຈະໃຊ້ເວລາຫຼິ້ນເກມ ແລະ ຝຶກຊ້ອມ ມື້ລະ 1-2 ຊົ່ວໂມງ. ເນື່ອງຈາກ ເກມ Fighting ເປັນເກມປະເພດທີ່ເວລາເຮົາເສຍອາດຈະມີບາງເທື່ອທີ່ອາລົມບໍ່ດີ, ສະນັ້ນການຝຶກຊ້ອມຂອງ ກັບຕັນ ແມ່ນຈະເນັ້ນໄປທີ່ການຄວບຄຸມອາລົມ ແລະ ພະຍາຍາມຮຽນຮູ້ຈາກແຕ່ລະເກມທີ່ຜ່ານມາ.

5.ຄິດວ່າ ວົງການ E-sports ລາວ ຈະໄປໄດ້ໄກເທົ່າໃດ?

ໃນຄວາມຄິດຂອງ ກັບຕັນ ແມ່ນຈະໄປໄດ້ໄກແນ່ນອນ ເນື່ອງຈາກປັດຈຸບັນກໍມີນັກແຂ່ງໜ້າໃໝ່ທີ່ມີສີມືນັບມື້ນັບຫຼາຍຂຶ້ນ ແລະ ທາງສະຫະພັນເອງ ກໍໄດ້ມີການອັບເດດ ແລະ ບັນຈຸປະເພດເກມທີ່ຫຼາກຫຼາຍຂຶ້ນເລື້ອຍໆ ເຮັດໃຫ້ຍິ່ງມີນັກແຂ່ງທີ່ຄວາມສາມາດໃໝ່ໆເກີດຂຶ້ນມາເລື້ອຍໆ, ແຖມສະຫະພັນກໍຍັງໄດ້ມີການວາງແບບແຜນຢ່າງເປັນລະບົບອີກນຳ ຈຶ່ງຄິດວ່າ ລາວ E-sports ຈະໄປໄດ້ໄກແນ່ນອນ.

6.ໃນຄວາມຄິດນ້ອງ ການຫຼິ້ນເກມສົ່ງຜົນດີ ຜົນເສຍແນວໃດແດ່?

ກັບຕັນຄິດວ່າການຫຼິ້ນເກມເປັນການປົດປ່ອຍອາລົມທີ່ດີຢ່າງໜຶ່ງ ຈາກຄວາມຄຽດຕ່າງໆ ແຖມທຸກມື້ນີ້ການຫຼິ້ນເກມ ກໍເປັນການຝຶກທັກສະການເຂົ້າສັງຄົມໄປໃນຕົວ.

ສ່ວນຂໍ້ເສຍ ໃນຄວາມຄິດນ້ອງແມ່ນ ທຸກສິ່ງທຸກຢ່າງທີ່ຫຼາຍເກີນໄປລ້ວນແຕ່ເປັນຂໍ້ເສຍໝົດ ເຊັ່ນ: ຖ້າຈັດສັນເວລາບໍ່ໄດ້ດີ ອາດຈະສົ່ງຜົນຕໍ່ການຮຽນ ແລະສຸຂະພາບໄດ້.

7.ຢາກຝາກຫຍັງເຖິງບັນດານ້ອງໆທີ່ມີຄວາມຝັນຢາກເປັນນັກກິລາ E-sports ບໍ່?

ການເປັນນັກກິລາ E-sports ກ່ອນອື່ນໝົດກໍຕ້ອງມີສີມື ແລະ ຄວາມຊຳນານໃນເກມນັ້ນໆ. ແຕ່ທີ່ສຳຄັນໄປກວ່ານັ້ນ ການເປັນນັກກິລາ  E-sports ທີ່ດີ ແມ່ນຕ້ອງເປັນຄົນມີລະບຽບວິໄນ ແລະ ການວາງຕົວ ທີ່ດີ ເພື່ອເປັນແບບຢ່າງໃຫ້ນ້ອງໆ ເພາະປັດຈຸບັນວົງການນີ້ກຳລັງຖືກສັງເກດຈາກຫຼາຍໆພາກສ່ວນ.

8.ຢາກຝາກເຖິງບັນດາພໍ່ແມ່ ແລະ ຜູ້ໃຫຍ່ ກ່ຽວກັບການຫຼິ້ນເກມຂອງນ້ອງໆ ແນວໃດແດ່?

ຢາກໃຫ້ຜູ້ໃຫຍ່ຫຼາຍໆຄົນ ແລະ ພໍ່ແມ່ ເປີດໃຈຕໍ່ວົງການນີ້ ເພາະຢ່າງທີ່ກ່າວມາ ການຫຼິ້ນເກມກໍເປັນຢ່າງໜຶ່ງທີ່ສາມາດຊ່ວຍນ້ອງໆ ຜ່ອນຄາຍໄດ້ ແຖມຍັງສາມາດສ້າງລາຍໄດ້ໄປໃນຕົວນຳອີກ.

ສາມາດຕິດຕາມຜົນງານໄດ້ທີ່:

Facebook: Captain’n cts
Instagram: captainchabala.

ສຳພາດໂດຍ ແລະ ຮຽບຮຽງໂດຍ: ໂປ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/