ນົມປອມຊ່ວຍຊີວິດ! ແມ່ຍິງແຄນນາດາລອດຕາຍຈາກການຖືກຍິງຍ້ອນຊິລິໂຄນທີ່ເສີມໜ້າເອິກຊ່ວຍປ່ຽນທິດທາງລູກປືນ


CNN ລາຍງານກໍລະນີທາງການແພດ ວ່າແມ່ຍິງຊາວແຄນນາດາຄົນໜຶ່ງລອດຊີວິດຈາກການຖືກຍິງທີ່ໜ້າເອິກ. ເນື່ອງຈາກວ່ານົມຊິລິໂຄນປ້ອງກັນລູກປືນໄວ້.

ກໍລະນີດັ່ງກ່າວນີ້ ຖືກຕີພິມໄວ້ໃນວາລະສານການແພດ SAGE ໂດຍທ່ານໝໍ Dr. Giancarlo McEvenue ຂຽນອະທິບາຍວ່າ ຄົນເຈັບເພດຍິງອາຍຸ 30 ປີຈາກເມືອງ Toronto, ປະເທດແຄນນາດາ ລອດຊີວິດຈາກລູກປືນໃນປີ 2018 ເພາະວ່າ ຊິລິໂຄນທີ່ເສີມໜ້າເອິກຊ່ວຍປ່ຽນທິດທາງລູກປືນ ບໍ່ໃຫ້ເຂົ້າຈຸດສຳຄັນໄດ້.

ພາບ X-ray ຫນ້າເອິກຂອງຄົນເຈັບ ສະແດງໃຫ້ເຫັນວ່າມີລູກປືນຝັງຢູ່ບໍລິເວນທາງຂ້າງໜ້າເອິກ ທີ່ມີຊິລິໂຄນເສີມຢູ່. ເຖິງແມ່ນວ່າມັນບໍ່ຊັດເຈນວ່າເປັນຫຍັງຄົນເຈັບຈຶ່ງຖືກຍິງ ແຕ່ທ່ານໝໍກ່າວວ່າ ຄົນເຈັບຍ່າງເຂົ້າໄປໃນພະແນກສຸກເສີນ ດ້ວຍຄວາມຕື່ນຕົກໃຈ ແລ້ວບອກວ່າຖືກຍິງໃສ່ໜ້າເອິກ.

ທ່ານໝໍໄດ້ອະທິບາຍວ່າ: “ລາວຖືກຍິງເຂົ້າທີ່ບໍລິເວນໜ້າເອິກຂ້າງຊ້າຍ ແຕ່ພົບການແຕກຂອງກະດູກຂ້າງເບື້ອງຂວາ ນັ້ນສະແດງວ່າລູກປືນຖືກຍິງເຂົ້າທະລຸຜິວໜັງບໍລິເວນໜ້າເອິກຂ້າງຊ້າຍແລ້ວໄປຕຳເອົາຊິລິໂຄນ ແລ້ວເດັ້ງປ່ຽນທິດທາງໄປຕຳເອົາກະດູກຂ້າງເບື້ອງຂວາຈົນມີຮ່ອງຮອຍແຕກຫັກ.

ທ່ານໝໍກ່າວອີກວ່າ “ຄົນເຈັບມີບາດແຜຈາກການຖືກຍິງ, ກະດູກເບື້ອງຂວາແຕກ ແລະ ຊິລິໂຄນແຕກ ນອກນັ້ນກໍບໍ່ມີຫຍັງໄດ້ຮັບບາດເຈັບຫຼາຍ. ເມື່ອເບິ່ງໃນມຸມມອງຂອງການຜ່າຕັດຈະເຫັນໄດ້ວ່າ ລູກປືນປ່ຽນທິດທາງໄດ້ຍ້ອນຊິລິໂຄນທີ່ຢູ່ໃນໜ້າເອິກຂອງລາວ. ຢູ່ເບື້ອງຊ້າຍຂອງຫນ້າເອິກ ມີຫົວໃຈ ແລະ ປອດ ຖ້າລູກປືນຜ່ານເຂົ້າໄປ ຄົນເຈັບອາດຈະໄດ້ຮັບບາດເຈັບສາຫັດ ຫຼື ມັນອາດຈະເປັນອັນຕະລາຍເຖິງຊີວິດເລີຍກໍໄດ້”.

ແຕ່ໃນເລື່ອງຄະດີນັ້ນ ແມ່ນຍັງບໍ່ທັນມີຄວາມຄືບຫນ້າ ທັງຜູ້ກໍ່ເຫດ ແລະ ອາວຸດປືນຕອນນີ້ຍັງຫາບໍ່ພົບ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/