ອອສເຕຣເລຍ ຊ່ວຍເຫຼືອລາວ 7 ດ້ານ ເພື່ອພັດທະນາເສດຖະກິດ-ສັງຄົມ


ອອສເຕຣເລຍ ເປັນໜຶ່ງໃນປະເທດທີ່ຂະຫຍາຍການລົງທຶນຕ່າງໆໃນອາຊຽນ ເຊິ່ງແນມເຫັນໂອກາດຫຼາຍໆຢ່າງທີ່ຈະເກີດຂຶ້ນໃນອາຊຽນ ຈຶ່ງຫັນມາສົນໃຈອາຊຽນຫຼາຍຂຶ້ນ.

ໃນເດືອນກຸມພາ 2022 ທີ່ຜ່ານມາ ລັດຖະມົນຕີຂອງອອສເຕຣເລຍ ກໍໄດ້ມາຢ້ຽມຢາມ ສປປ ລາວ ເຊິ່ງເປົ້າໝາຍໃນການເດີນທາງຄັ້ງນີ້ຕ້ອງການທີ່ຈະເສີມສ້າງຄວາມສຳພັນໃຫ້ແໜ້ນແຟ້ນ ລະຫວ່າງອອສເຕຣເລຍ-ລາວ ແລະ ພະຍາຍາມຫາຊ່ອງທາງຮ່ວມມືຍຸດທະສາດກັບອາຊຽນ ເພື່ອຮັບຄວາມທ້າທາຍທີ່ຈະເກີດຂຶ້ນໃນຕາເວັນອອກສຽງໃຕ້.

ອອສເຕຣເລຍ ສະເໜີທີ່ຈະຊ່ວຍເຫຼືອລາວ ທັງໝົດປະກອບດ້ວຍ 7 ດ້ານ:

-ຊ່ວຍຟື້ນຟູການລະບາດຂອງໂຄວິດ-19

-ຊ່ວຍພັດທະນາຊັບພະຍາກອນມະນຸດ

-ຊ່ວຍພັດທະນາກອງກຳລັງແຫ່ງຊາດ

-ສົ່ງເສີມໃຫ້ມີການຄ້າການລົງທຶນໃນ ສປປ ລາວ

-ເຂົ້າໄປລົງທຶນໃນໂຄງສ້າງພື້ນຖານ

-ພັດທະນາລະບົບການກະເສດ

-ຊ່ວຍເກັບກູ້ລະເບີດທີ່ຕົກຄ້າງ

ທາງລັດຖະບານ ສປປ ລາວ ເຮົາກໍຂອບໃຈທີ່ທາງລັດຖະບານອອສເຕຣເລຍ ຊ່ວຍເຫຼືອຢູ່ສະເໝີມາໃນຫຼາຍດ້ານ. ນອກຈາກນີ້ ອອສເຕຣເລຍ ຍັງຈະຂະຫຍາຍການສຶກສາ ຫຼື ສະຖານບັນ ອອສເຕຣເລຍ ໃຫ້ຫຼາຍຍິ່ງຂຶ້ນ ເຊິ່ງທີ່ຜ່ານມາໄດ້ມີການມອບເງິນການຊ່ວຍເຫຼືອພັດທະນາເສດຖະກິດ-ສັງຄົມ ເປັນຈຳນວນຫຼວງຫຼາຍ.

ຂອບໃຈຂໍ້ມູນຈາກ: https://bit.ly/3HShHKO

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/