Kaisha Island ຈາກອະດີດເກາະທີ່ເຫືອດແຫ້ງ ກາຍເປັນຈຸດຕັ້ງແຄ້ມທີ່ສຸດຮິດຂອງຈີນ


ຄັ້ງໜຶ່ງ “ໄຄຊາ” ເຄີຍເປັນເກາະນ້ອຍໆແສນແຫ້ງທີ່ຕັ້ງຢູ່ທາງຕອນລຸ່ມຂອງແມ່ນ້ຳແຍງຊີໃນມົນທົນຈຽງຊູທາງຕາເວັນອອກຂອງຈີນ ຫຼັງຈາກຈີນລົງທຶນລົງແຮງພັດທະນາສິ່ງແວດລ້ອມຂອງເກາະບ່ອນນີ້ມາດົນກວ່າທົດສະວັດປັດຈຸບັນຈຶ່ງພິກຟື້ນໄຄຊາສູ່ໂອເອຊິດຂຽວງາມ ແລະ ແຫຼ່ງທຳມະຊາດທີ່ດຶງດູດນັກທ່ອງທ່ຽວຈາກທົ່ວທຸກບ່ອນໃຫ້ມາຢ້ຽມຢາມ.

ໃນປີ 2013 ມີການຕັ້ງໂຄງການຣີສອດຂຶ້ນເພື່ອເພີ່ມສັກກະຍະພາບດ້ານການທ່ອງທ່ຽວຂອງເກາະແຫ່ງນີ້ ຈຸດຊົມວິວທີ່ມີຈຸດເດັ່ນແຕກຕ່າງກັນທີ່ຖືກສ້າງຂຶ້ນເພື່ອດຶງດູດນັກທ່ອງທ່ຽວໃນປະເທດຈຳນວນຫຼາຍ ທັງຍັງຊ່ວຍສ້າງງານແກ່ຜູ່ຄົນທີ່ອາໄສຢູ່ບ່ອນນີ້ອີກດ້ວຍ.

Zhou Jia You ຜູ່ອຳນວຍການຝ່າຍຂາຍຂອງ “To Journey” ໃຫ້ສຳພາດວ່າ “ຫຼັງ To Journey ເປີດທຸລະກິດຕັ້ງແຄ້ມຢູ່ເທິງເກາະແຫ່ງນີ້ ເຮົາໄດ້ເນັ້ນການສ້າງງານໃຫ້ຄົນທ້ອງຖິ່ນເປັນຫຼັກໃນຊ່ວງທີ່ໜ້າທ່ຽວຂອງບ່ອນນີ້ ເຮົາຍັງຈ້າງຄົນໃນທ້ອງຖິ່ນມາເຮັດວຽກຊົ່ວຄາວອີກດ້ວຍ ເຮັດໃຫ້ສາມາດຮັບຮອງໄດ້ວ່າຄົນທີ່ອາໄສຢູ່ບ່ອນນີ້ມີລາຍໄດ້ຕໍ່ປີຄົນລະ 60,000 – 70,000 ຫຍວນ”.

ທີ່ມາ: https://today.line.me/th/v2/article/v8DaWj?utm_source=copyshare

http://en.nantong.gov.cn/2019-01/22/c_369247.htm