ການຄ້າລະຫວ່າງປະເທດ ມຽນມາ ມູນຄ່າເກືອບ 5 ພັນລ້ານດອນລ່າໃນ 2 ເດືອນ


ກະຊວງການຄ້າມຽນມາເປີດເຜີຍຕົວເລກຫຼ້າສຸດໃນວັນພະຫັດທີ 17 ທັນວາ 2020 ທີ່ຜ່ານມາວ່າມູນຄ່າການຄ້າຂາຍກັບຕ່າງປະເທດຂອງມຽນມາສູງເຖິງ 4.92 ພັນລ້ານດອນລ່າສະຫະລັດອາເມຣິກາ ໃນຊ່ວງເວລາ 2 ເດືອນຂອງປີ ງົບປະມານປັດຈຸບັນ (2020 – 2021) ເຊິ່ງເລີ່ມຕັ້ງແຕ່ເດືອນຕຸລາ.

ນັບເຖິງວັນທີ 14 ທັນວາ 2020 ມຽນມາມີລາຍໄດ້ຈາກການສົ່ງອອກ 2.29 ພັນລ້ານດອນລ່າສະຫະລັດອາເມຣິກາ ໃນຂະນະທີ່ການນຳເຂົ້າມີມູນຄ່າຫຼາຍກວ່າ 6.63 ພັນລ້ານດອນລ່າສະຫະລັດອາເມຣິກາ.

ໃນຊ່ວງເວລາດັ່ງກ່າວ ການຄ້າຕ່າງປະເທດຜ່ານທາງທະເລຂອງມຽນມາມີມູນຄ່າລວມ 3.53 ລ້ານດອນລ່າສະຫະລັດອາເມຣິກາ ຂະນະທີ່ການຄ້າຂ້າມພົມແດນມີມູນຄ່າຫຼາຍກວ່າ 1.39 ພັນລ້ານດອນລ່າສະຫະລັດອາເມຣິກາ.

ຍອດການຄ້າກັບຕ່າງປະເທດທັງໝົດຂອງປີງົບຈະປະມານນີ້ ລົດລົງກວ່າ 2 ພັນລ້ານດອນລ່າສະຫະລັດອາເມຣິກາ ເມື່ອທຽບກັບຊ່ວງດຽວກັນຂອງງົບປະມານປີທີ່ຜ່ານມາ ເຊິ່ງມີມູນຄ່າຢູ່ທີ່ 6.93 ພັນລ້ານດອນລ່າສະຫະລັດເອເມຣິກາ.

ສິນຄ້າສົ່ງອອກຫຼັກຂອງມຽນມາໄດ້ແກ່ຜະລິດຕະພັນການກະເສດ, ຜະລິດຕະພັນຈາກສັດ, ຜະລິດຕະພັນທາງທະເລ, ຜະລິດຕະພັນຈາກປ່າໄມ້, ສິນຄ້າປະດິດສ້າງ ແລະ ອື່ນໆ ຂະນະທີ່ສິນຄ້ານຳເຂົ້າໄດ້ແກ່ສິນຄ້າເຄິ່ງສຳເລັດຮູບ ແລະ ສິນຄ້າອຸປະໂພກບໍລິໂພກ.

ທັງນີ້ ການຄ້າຕ່າງປະເທດປະມານຮ້ອຍລະ 80 ຂອງມຽນມາດຳເນີນການຜ່ານເສັ້ນທາງທະເລ ສ່ວນການຄ້າກັບປະເທດເພື່ອນບ້ານເຊັ່ນ: ຈີນ, ໄທ, ບັງກະລາເທດ ແລະ ອິນເດຍ ດຳເນີນຜ່ານຊາຍແດນ.

ທີ່ມາ: https://today.line.me/th/v2/article/XRDKOO?utm_source=copyshare