Taihei Kobayashi ຈາກຄົນຂ້າງທາງກັບກາຍເປັນປະທານບໍລິຫານສະຕາດອັບລະດັບ 100 ຕື້ເຢນ


Taihei Kobayashi ຈາກຄົນຂ້າງທາງໃນເມືອງໂຕກຽວ ເຕີບໂຕມາເປັນນັກທຸລະກິດສະຕາດອັບດ້ານເທັກໂນໂລຢີທີ່ມີມູນຄ່າຫຸ້ນໃນຕະຫຼາດຫຼາຍກວ່າ 100 ຕື້ເຢນ (1 ຕື້ໂດລາສະຫະລັດ)

ເລື່ອງລາວເສັ້ນທາງສູ່ການເປັນເສດຖີຂອງລາວຈັດວ່າຢູ່ໃນສິ່ງທີ່ໜ້າຈົດຈຳທີ່ສຸດ ເກີດຂຶ້ນຈາກການເຕີບໂຕຂອງຫຸ້ນຂະໜາດນ້ອຍທີ່ສ້າງຄວາມຮັ່ງມີໃຫ້ກັບຍີ່ປຸ່ນ. ບໍລິສັດຂອງໂຄບາຢາຊິ, ທີ່ຊ່ວຍທຸລະກິດສະຕາດອັບ ແລະ ບໍລິສັດອື່ນໆໃນດ້ານການອອກແບບ,​ ສ້າງທຸລະກິດໃໝ່ໆ ແລະ ສິນຄ້າໃໝ່ໆ, ໄດ້ອອກສູ່ສັງຄົມໃນເດືອນກໍລະກົດ ແລະ ຫຼັງຈາກນັ້ນມາ ຫຸ້ນກໍເພີ່ມຂຶ້ນເປັນສາມເທົ່າ.


ຄິດພາບກັບໄປເມື່ອ 20ປີຫຼັງ, ໂຄບາຢາຊິໄດ້ເລົ່າວ່າ: ພໍ່ແມ່ໄລ່ລາວອອກຈາກບ້ານຕອນລາວອາຍຸ 17ປີ ຍ້ອນລາວລາອອກຈາກໂຮງຮຽນເພື່ອໄປສຸມໃສ່ແຕ່ວົງດົນຕີຂອງລາວ. ໃນຊ່ວງເວລານັ້ນ, ລາວໄດ້ຊອກເຮັດວຽກເລັກໆນ້ອຍໆລະຫວ່າງມື້ ແລະຫຼິ້ນດົນຕີໃນຕອນຄ່ຳ, ເນື່ອງຈາກລາຍໄດ້ທີ່ຫາມາບໍ່ພຽງພໍທີ່ຈະເຊົ່າຫ້ອງຢູ່ຈຶ່ງເຮັດໃຫ້ລາວກາຍເປັນຄົນໄຮ້ບ້ານທີ່ຕ້ອງອາໄສຢູ່ຕາມທາງ ເຊິ່ງສ່ວນຫຼາຍແມ່ນໄດ້ນອນກາງແຈ້ງຕະຫຼອດ ໃນລະດູໜາວກໍຈະໃຊ້ແກັດເຈ້ຍເປັນສິ່ງປົກຫຸ້ມໃຫ້ຮ່າງກາຍອົບອຸ່ນໃນຍາມກາງຄືນ ໃຊ້ຊິວິດແບບນີ້ມາເປັນເວລາປີເຄິ່ງ.

ການປະເຊີນໜ້າຫຼາຍໆຢ່າງເຮັດໃຫ້ລາວມີຄວາມພະຍາຍາມສູງ, ສູ້ຊີວິດຈົນພົ້ນຈາກການເປັນຄົນຂ້າງທາງ ແລະ ກ້າວເຂົ້າມາເຮັດວຽກ​ເປັນ​ນັກ​ວິ​ສະ​ວະ​ກຳ​ຊອບ​ແວ. ລາວ​ໄດ້​ເປັນ​ໜຶ່ງ​ໃນ​ແກນນຳ​ຫຼັກທີ່ສ້າງຕັ້ງບໍລິສັດໜຶ່ງ ທີ່ເປັນທີ່ຮູ້ຈັກກັນໃນນາມຂອງ Sun*Inc ທີ່ເອີ້ນວ່າ ຊັນ ແອັດສະເຕີຣິກ (Sun Asterisk) ໃນປະເທດຫວຽດນາມ ປີ 2012 ແລະ ຕອນນີ້ລາວກໍເປັນ CEO ຂອງບໍລິສັດ.

Kobayashi ກ່າວວ່າ “ລະດູໜາວນັ້ນມັນໜາວອີ່ຫຼີ, ໜາວເຂົ້າກະດູກ ແລະລຳບາກເກືອບຕາຍ” ຈາກປະສົບການຕອນທີ່ລາວເປັນຄົນພະເນຈອນບໍ່ມີບ້ານຢູ່, ມັນກໍມີຫຼາຍໆຄັ້ງທີ່ລາວຮູ້ສຶກວ່າຊີວິດມັນລຳບາກຫຼາຍຄືບໍ່ມີທາງອອກ ແຕ່ລາວກໍຜ່ານພົ້ນຊ່ວງເວລານັ້ນມາໄດ້.

ຕາມທີ່ໂຄບາຢາຊິໄດ້ເລົ່າວ່າ: ພໍ່ແມ່ຂອງລາວໄດ້ວາງແຜນການເງິນສຳລັບການສຶກສາໃຫ້ລາວຈົນຮອດມະຫາວິທະຍາໄລ ແລະເພິ່ນຮັບບໍ່ໄດ້ຢ່າງແຮງທີ່ລາວໄດ້ລາອອກຈາກໂຮງຮຽນ. ພ້ອມຍັງເວົ້າວ່າ: “ພວກເພິ່ນໄດ້ໄລ່ຂ້ອຍອອກຈາກບ້ານ, ຂ້ອຍກໍອອກ ມັນກໍເທົ່ານັ້ນ”. “ຂ້ອຍກໍຢາກຈະໃຊ້ຊີວິດຂອງຂ້ອຍໄປກັບສິ່ງທີ່ຂ້ອຍມັກ”

ໃນຊ່ວງເວລາທີ່ໃຊ້ຊີວິດແບບບໍ່ມີບ້ານ

ລາວກ່າວວ່າ: “ຂ້ອຍອາດຈະຂາດໃຈຕາຍໄປແລ້ວ ເພາະຕອນນັ້ນ, ຖ້າຂ້ອຍນອນບ່ອນໃດໄດ້ຂ້ອຍກໍນອນ ແລະ 80%ຂອງສະຖານທີ່ທີ່ຂ້ອຍສາມາດນອນໄດ້ແມ່ນກາງເດີ່ນໂລ່ງໆ ໂດຍສະເພາະຊ່ວງລະດູໜາວທັງ 2ປີນັ້ນມັນທໍລະມານຫຼາຍ”.

ຕອນອາຍຸ 19ປີ, ໄດ້ມີຜູ້ຈັດການສະໂມສອນດົນຕີຜູ້ໜຶ່ງເຫັນ Kobayashi ແລະອີ່ດູຕົນ,​ຈຶ່ງໄດ້ສະເໜີວຽກໃຫ້ລາວເຮັດຢູ່ໃນສະໂມສອນ ພ້ອມທັງມີທີ່ພັກໃຫ້ ແລະລາວກໍໄດ້ເຮັດວຽກຢູ່ທີ່ນັ້ນເປັນເວລາ 6ປີ.

ສຸດທ້າຍ, Kobayashi ໄດ້ຕັດສິນໃຈວ່າ ມັນໄດ້ເວລາທີ່ຈະລຸກຂຶ້ນ ແລະກ້າວຕໍ່ໄປ. ທໍາອິດລາວໄດ້ຫາເງິນຈາກການຂາຍເພງທາງອອນລາຍຈາກຜົນງານດົນຕີຂອງຕົນເອງ. ຫຼັງຈາກນັ້ນກໍໄດ້ມາເຮັດໃນອາຊີບກ່ຽວກັບໂຄສະນາ ກັບບໍລິສັດ Software ທີ່ມັນບໍ່ຈຳເປັນໄດ້ໃຊ້ໃບປະກາດ ຫຼື ປະສົບການ, ແຕ່ສິ່ງທີ່ຈະຕ້ອງເຮັດມີພຽງການເສັງວັດລະດັບ.

ໃນການສອບເສັງວັດລະດັບທີ່ໃຊ້ເວລາເຖິງ 6ຊົ່ວໂມງ ເຊິ່ງລວມມີການວັດລະດັບຄວາມຮູ້ດ້ານຄະນິດສາດ, ແນວຄວາມຄິດ ແລະ IQ. ເຊິ່ງ Kobayashi ກໍຜ່ານ ແລະໄດ້ເຂົ້າໄປເຮັດວຽກໃນບໍລິສັດ ເຊິ່ງເປັນບໍລິສັດທີ່ໄດ້ຝຶກລາວໃຫ້ກາຍເປັນນັກວິສະວະຊອບແວ.

ການເລີ່ມຕົ້ນໃນບໍລິສັດ

ນັ້ນແມ່ນຈຸດເລີ່ມຕົ້ນທີ່ເຮັດໃຫ້ລາວໄດ້ພົບກັບ Makoto Hirai ໝູ່ຄູ່ຄິດທາງທຸລະກິດທີ່ສຳຄັນ, ໜຶ່ງໃນຜູ້ກໍ່ຕັ້ງບໍລິສັດ Sun*. ທັງສອງຄົນໄດ້ເຫັນດີກັນວ່າ ບໍລິສັດທີ່ເປັນຂົວເຊື່ອມລະຫວ່າງວົງການຊອບແວ ກັບທຸລະກິດກຸ່ມ Solution ທີ່ສຸມໃສ່ການແກ້ໄຂຂໍ້ຕິດຂັດ (Pain Point) ຕ່າງໆ ມັນໜ້າຈະໄປໄດ້ດີ ພວກເຂົາຈຶ່ງຕັດສິນໃຈທີ່ຈະເລີ່ມບໍລິສັດໜຶ່ງຂຶ້ນຮ່ວມກັນ ເພື່ອພັດທະນາທຸລະກິດສະຕາດອັບ.

ແຕ່ທັງສອງກັບພົບ Pain Point ເອງ, ເພາະເງິນທຶນບໍ່ພໍ ໂດຍສະເພາະແມ່ນການຈ້າງວິສະວະກອນຊອບແວໃນຍີ່ປຸ່ນທີ່ມີລາຄາສູງຫຼາຍ ຈຶ່ງໄດ້ລົ້ມເລີກຄວາມຄິດນີ້ ແລະຫັນໄປຊອກກຸ່ມເປົ້າໝາຍວິສະວະກອນຈາກປະເທດອື່ນທີ່ມີຄ່າຈ້າງຕ່ຳກວ່າ.

ໃນປີ 2012 ພວກເຂົາຈຶ່ງຊອກຫາປະເທດໃນອາຊີທີ່ມີອຸດສາຫະກຳເທັກໂນໂລຢີກຳລັງເຕີບໂຕ ແລະມີວິສະວະກອນທີ່ພ້ອມຮັບຄ່າຈ້າງທີ່ບໍ່ສູງ ໂດຍໂຄບາຢາຊິ ກໍໄດ້ມຸງເປົ້າໄປທີ່ປະເທດຫວຽດນາມໄວ້ ເພາະເຄີຍຕິດຕໍ່ກັບວິສະວະກອນຊອບແວມາແນ່ແລ້ວລະຫວ່າງທີ່ເຮັດວຽກໃນບໍລິສັດຊອບແວຍີ່ປຸ່ນ.

ຫລັງຈາກທີ່ທັງຄູ່ເຫັນດີຕົງກັນວ່າຄຳຕອບຂອງໂຈດດັ່ງກ່າວຄືປະເທດຫວຽດນາມ ຈຶ່ງຍ້າຍໄປຢູ່ຫວຽດນາມ ແລະຕັ້ງບໍລິສັດຂຶ້ນຊື່ວ່າ Framgia ເຊິ່ງໂຄບາຢາຊິ ເວົ້າກັບໄປຊ່ວງດັ່ງກ່າວວ່າ ຕ້ອງເລີ່ມຕົ້ນຢ່າງຕິດໆຂັດໆ ເພາະເປັນການໄປຕ່າງປະເທດເທື່ອທຳອິດ ແລະບໍ່ຮູ້ຈັກໃຜຢູ່ຫັ້ນເລີຍ.

Framgia ພາຍໃຕ້ການນຳພາຂອງອະດີດຣັອກເກີ້ຂ້າງທາງ ແລະໝູ່ ລະດົມຈ້າງວິສະວະກອນຊອບແວຫວຽດນາມທີ່ຈົບໃໝ່ ທີ່ມີຄ່າຈ້າງຖືກກວ່າຈີນ 40% ແລະຖືກກວ່າຍີ່ປຸ່ນເຖິງ 60%.

ຫຼັງຈາກແກ້ໄຂຂໍ້ຕິດຂັດເລື່ອງພາສາ ແລະການສື່ສານລະຫວ່າງຜູ້ບໍລິຫານຄົນຍີ່ປຸ່ນ ແລະທີມວິສະວະກອນຊອບແວຄົນຫວຽດນາມໄດ້ຮຽບຮ້ອຍ, ທັງຈາກການເປີດຄອສພາສາຍີ່ປຸ່ນເອງ ແລະບັນຈຸພາສາຍີ່ປຸ່ນໃຫ້ເປັນວິຊາຮຽນໃນມະຫາວິທະຍາໄລຫວຽດນາມ ສະຖານະການຂອງ Framgia ກໍດີຂຶ້ນຕາມລໍາດັບ.

ໃນປີ 2019 Framgia ໄດ້ປ່ຽນມາໃສ່ຊື່ເປັນ Sun* ແຕ່ໂຄບາຢາຊິກໍຍັງເປັນ CEOຢູ່ຄືເກົ່າ, ທ່າມກາງລູກຄ້າ ແລະຄວາມກ້າວໜ້າທາງທຸລະກິດທີ່ເພີ່ມຂຶ້ນ ເຊິ່ງໃນປີນັ້ນກໍເປັນຄັ້ງທຳອິດທີ່ລາວໄດ້ກັບຄືນເມືອປະເທດຍີ່ປຸ່ນໃນຮອບຫຼາຍໆປີ ເພື່ອສຳນັກງານທີ່ຢູ່ທີ່ນັ້ນ.

ຈາກຈຳນວນລູກຄ້າທີ່ເພີ່ມຂຶ້ນເປັນ 70ບໍລິສັດ, ໜຶ່ງໃນນັ້ນແມ່ນ Softbank ບໍລິສັດໂທລະຄົມມະນາຄົມຂະໜາດໃຫຍ່ໃນປະເທດຍີ່ປຸ່ນຂອງ Masayoshi Son.

ໃນເດືອນກໍລະກົດ 2020 ຊີວິດທີ່ເຄີຍຕິດລົບຂອງໂຄບາຢາຊິ ກາຍເປັນອະດີດ, ລາວໄດ້ພາ Sun* ເຮັດ IPO ໃນຕະຫຼາດຫຼັກຊັບຍີ່ປຸ່ນ (Tokyo Stock Exchange) ແລະຖັດມາຊ່ວງເດືອນກັນຍາ ມູນຄ່າບໍລິສັດກໍເພີ່ມຂຶ້ນເກືອບ 6ເທົ່າ ເຊິ່ງຕີເປັນມູນຄ່າຫຼາຍກວ່າ 145 ຕື້ເຢນ (1.4 ຕື້ໂດລາ)

ຄວາມສຳເລັດດັ່ງກ່າວເຮັດໃຫ້ໂຄບາຢາຊິ ໃນໄວ 37ປີ ກາຍເປັນຂວັນໃຈຂາວຍີ່ຍີ່ປຸ່ນຮຸ່ນໃໝ່ ລະດັບດຽວກັນກັບ Shuntaro Furukawa – CEO ຄົນປະຈຸບັນຂອງ Nintendo, Maki Akaida – CEO ຍິງຄົນທໍາອິດຂອງ Uniqlo ຍີ່ປຸ່ນ ແລະ ອີກຫຼາຍຄົນອີກດ້ວຍ.

ເລື່ອງລາວທັງໝົດເຮັດໃຫ້ເກືອບລືມໄປເລີຍວ່າ ເມື່ອ 20ປີກ່ອນ ໂຄບາຢາຊິ ຄືໄວໜຸ່ມທີ່ຫັນຫຼັງໃຫ້ໂຮງຮຽນຈົນຊີວິດຕິດລົບ ແລະ ກາຍເປັນຣັອກເກີ້ໄຮ້ບ້ານເຖິງຂະໜາດນອນຂ້າງທາງມາແລ້ວ.

ທີ່ມາ: https://www.japantimes.co.jp/news/2020/12/11/business/corporate-business/taihei-kobayashi-sun/