ແນວຄິດສຸດລ້ຳ! ເກີບໜັງທີ່ເຮັດມາຈາກ “ກະບອງເພັດ”


ຄວາມນິຍົມໃນແຟຊັນໜັງສັດໃນອະດີດ ຄ່ອຍໆໜ້ອຍລົງ ຍ້ອນວ່າປັດຈຸບັນຜູ້ຄົນເລີ່ມຫັນມາໃສ່ໃຈຂະບວນການຜະລິດຫຼາຍຂຶ້ນ ເພື່ອບໍ່ສະໜັບສະໜຸນການທາລຸນສັດ.

ການເຮັດໜັງທຽມ, ໜັງ PU ຫຼື ໜັງທົດແທນນັ້ນຈຶ່ງກາຍມາເປັນທີ່ນິຍົມຢ່າງກວ້າງຂວາງໃນໂລກແຟຊັນ. ມີການນຳວັດສະດຸຕ່າງໆມາເຮັດເປັນໜັງທົດແທນ ແມ່ນແຕ່ “ຕົ້ນກະບອງເພັດ” ເອງກໍສາມາດເຮັດເປັນໜັງທົດແທນໄດ້ເຊັ່ນດຽວກັນ!

CLAE ຈະສະຫຼອງຄົບຮອບ 20 ປີໃນປີ 2021 ຈຶ່ງປ່ອຍເກີບຮູບແບບໃໝ່ໃນຊື່ “Bradlley Cactus Sneakers” ທີ່ໃຊ້ຕົ້ນກະບອງເພັດມາເຮັດເປັນໜັງວີແກນທົດແທນ ເນື່ອງຈາກທາງບໍລິສັດມີຄວາມມຸ່ງໝັ້ນຄຳນຶງເຖິງແຟຊັນທີ່ຍືນຍົງຫຼາຍຂຶ້ນ. ກ່ອນໜ້ານີ້ ທາງແບຣນກໍເຄີຍອອກວາງຂາຍເກີບທີ່ເຮັດມາຈາກໃຍກັນຊົງ ແລະ ຜ້າຕາໜ່າງຣີໄຊເຄິນ.

ເກີບກະບອງເພັດນີ້ ເປັນການຮ່ວມມືລະຫວ່າງ CLAE ກັບບໍລິສັດແມັກຊິໂກ DESSERTO ທີ່ເຄີຍຊະນະຮາງວັນ Green Product Award ມາກ່ອນ ສຳລັບການນຳເອົາກະບອງເພັດມາເຮັດເປັນໜັງ ແລະ ອອກຜະລິດຕະພັນກະເປົ໋າຈາກໜັງກະບອງເພັດ.

ໜັງກະບອງເພັດທີ່ຈະນຳມາຜະລິດແມ່ນມາຈາກໃບແກ່ຂອງຕົ້ນກະບອງເພັດ Nopal ທີ່ຄົນມັກນິຍົມກິນກັນທີ່ແມັກຊິໂກ ແລະ ຈະເພາະປູກໃນພື້ນທີ່ທີ່ຄວາມສູງ  2,438 ແມັດ ທີ່ມີແຮ່ທາດ ແລະ ນ້ຳຝົນໃນປະລິມານທີ່ພໍພຽງ.

ໂດຍການເອົາມາຈະຕ້ອງບໍ່ເປັນການທຳລາຍຕົ້ນກະບອງເພັດດັ່ງກ່າວດ້ວຍ, ໃບ Nopal ຈະຖືກເກັບໄປທຸກໆ 6-8 ອາທິດ ເວລາທີ່ເຫຼືອຈາກນັ້ນ ມັນຈະຖືກປ່ອຍໃຫ້ເຕີບໃຫຍ່ໃໝ່ ແລະ ເຮັດໜ້າທີ່ຊ່ວຍບຳລຸງຮັກສາລະບົບນິເວດໄວ້ແບບເກົ່າ.

ເວລາທີ່ຕັດໃບມັນອອກໄປແລ້ວ ພວກເຂົາຕ້ອງເອົາໄປຕາກແດດກ່ອນ ແລ້ວຈຶ່ງນຳເອົາໄປເຂົ້າສູ່ຂະບວນການຜະລິດຂອງ DESSERTO ທີ່ຈະແປງກະບອງເພັດເປັນໜັງທີ່ນຸ້ມແຕ່ທົນ.

ສຳລັບເຊືອກເກີບກໍເຮັດຈາກໄນລອນທີ່ເຮັດມາຈາກຂີ້ເຫຍື້ອພລາສຕິກ, ສ່ວນພື້ນຮອງເກີບເຮັດມາຈາກຢາງຕົ້ນພາລາ 100% ແລະ ການໄດ້ນ້ຳຢາງມານັ້ນ ຕ້ອງໄດ້ດ້ວຍວິທີຍືນຍົງ ຜ່ານການຈັດການທີ່ດີ ທີ່ຈະຊ່ວຍໃຫ້ຕົ້ນຢາງສາມາດປັບສົມດຸນຄາບອນໂລກຕໍ່ໄປໄດ້, ຍິ່ງໄປກວ່ານັ້ນ ດ້ານກ່ອງທີ່ໃສ່ເກີບແມ່ນເຮັດມາຈາກເຈ້ຍແກັດທີ່ຣີໄຊເຄິນມາອີກດ້ວຍ ເອີ້ນໄດ້ວ່າເປັນເກີບກຣີນ 100% ເລີຍ!

ຕອນນີ້ທາງເກີບດັ່ງກ່າວໄດ້ເປີດຈອງເປັນທີ່ຮຽບຮ້ອຍແລ້ວ ໃນລາຄາ 130  ໂດລາ ສະຫະລັດ.

ທີ່ມາ:

https://inhabitat.com/clae-launches-vegan-cactus-leather-sneakers/clae-5/

https://www.facebook.com/environman.th/posts/3293633487431742