UN ຍົກໃຫ້ “ນໍເວ” ເປັນປະເທດທີ່ມີ “ຄຸນະພາບຊີວິດດີທີ່ສຸດໃນໂລກ”


ທາງສະຫະປະຊາຊາດໄດ້ມີການເປີດເຜີຍຂໍ້ມູນ “ດັດຊະນີການພັດທະນາມະນຸດ” (Human Development Index: HDI) ເຊິ່ງເປັນຕົວເລກສະທ້ອນເຖິງຄຸນະພາບຊີວິດຂອງຜູ່ຄົນໃນແຕ່ລະປະເທດ.

ໂດຍຕົວເລກລວມຂອງຄ່າດັດຊະນີນີ້ຈະຢູ່ທີ່ 0-1, ຍິ່ງມີຄ່າຫຼາຍ ກໍສະແດງວ່າ ປະຊາຊົນພາຍໃນປະເທດມີຄຸນະພາບຊີວິດທີ່ດີ ວັດຈາກ 3 ພາກສ່ວນຫຼັກໆ ໄດ້ແກ່:

  1. ອາຍຸໄຂສະເລ່ຍ: ສະແດງໃຫ້ເຫັນເຖິງການມີສຸຂະພາບທີ່ດີ ມີຊີວິດຍືນຍາວ
  2. ທັກສະຄວາມຮູ້: ວັດຈາກການຮູ້ໜັງສືຂອງຄົນໃນປະເທດ ແລະ ອັດຕາສ່ວນການເຂົ້າຮຽນສະເລ່ຍ (ລວມຕັ້ງແຕ່ລະດັບປະຖົມ, ມັດທະຍົມ ແລະ ອຸດົມສຶກສາ)
  3. ມາດຕະຖານຄຸນະພາບຊີວິດ: ລາຍໄດ້ຂັ້ນຕົ້ນຕໍ່ຫົວ ແລະ ຄວາມເທົ່າທຽມກັນຂອງຄວາມອາດສາມາດໃນການຊື້.

ຜົນການລາຍງານດັດຊະນີດັ່ງກ່າວໃນປີ 2020 ນີ້ພົບວ່າ ປະເທດທີ່ສາມາດຄອບຄອງອັນດັບ 1 ແລະ ຖືວ່າເປັນປະເທດທີ່ມີຄຸນະພາບຊີວິດດີທີ່ສຸດໃນໂລກກໍຄື “ປະເທດນໍເວ” ມີຄະແນນທີ່ 0.957.

ຮອງລົງມາແມ່ນ ໄອຣ໌ແລນ, ສະວິດເຊີແລນ, ຮົງກົງ, ໄອສ໌ແລນ, ເຢຍລະມັນ, ສະວີເດັນ, ອອດສະເຕເລຍ, ເນເທີແລນ ແລະ ເດັນໝາກ ຕາມລຳດັບ.

ທີ່ມາ: https://www.facebook.com/CatDumbNews/posts/3764235203619241