ເດັກນ້ອຍ 9 ປີ ໃນອັງກິດເສຍຊີວິດຍ້ອນມົນລະພິດທາງອາກາດ ເປັນລາຍທຳອິດຂອງໂລກ


ຊ່ວງໄລຍະ 2-3 ປີທີ່ຜ່ານມາ ບັນຫາສະພາບອາກາດຖືວ່າເປັນອີກບັນຫາໃຫຍ່ທາງສິ່ງແວດລ້ອມ ໂດຍສະເພາະແມ່ນກ່ຽວກັບຝຸ່ນ PM 2.5 ທີ່ປະເທດລາວເຮົາເອງກໍຖືກຜົນກະທົບດ້ວຍເຊັ່ນກັນ.

ຫຼ້າສຸດ ມີການພິສູດແລ້ວວ່າ ມົນລະພິດທາງອາກາດເປັນອັນຕະລາຍເຖິງຊີວິດ ຫຼັງຈາກທີ່ການຊັນນະສູດການເສຍຊີວິດຂອງເດັກນ້ອຍຊາວອັງກິດ ເຊິ່ງພົບວ່າເສຍຊີວິດຍ້ອນໂລກຫອບຫືດກຳເລີບ ໂດຍມີສາເຫດມາຈາກມົນລະພິດທາງອາກາດ ນັບວ່າເປັນລາຍທຳອິດຂອງໂລກ.

ຜົນການບົ່ງມະຕິການເສຍຊີວິດຂອງລາວ ລາຍງານວ່າ “ລາວເສຍຊີວິດຈາກລະບົບຫາຍໃຈລົ້ມເຫຼວກະທັນຫັນ ມີອາການຫອບຫືດ ແລະ ພົບສານພິດທີ່ມາຈາກມົນລະພິດທາງອາກາດໃນຮ່າງກາຍຫຼາຍເກີນໄປ”. ດ້ານອົງກອນການກຸສົນໂລກຫອບຫືດປະຈຳອັງກິດ ແລະ ມູນລະນິທິໂຣກກ່ຽວກັບປອດເຜີຍວ່າ “ ເອວລາເດປັນບຸກຄົນທຳອິດຂອງໂລກໃນປະຫວັດສາດທີ່ພົບມົນລະພິດທາງອາກາດໃນຮ່າງກາຍເປັນສາເຫດຂອງການເສຍຊີວິດ”

ສະຕີເຟນ ໂຮລເກດ ສາສະດາຈານຈາກມະຫາວິທະຍາໄລຂອງ ເຊົາແຮມຕັນ ເຜີຍວ່າ ໄດ້ກັບໄປກວດສອບສະພາບອາກາດໃນບໍລິເວນບ້ານຂອງເອວລາ ແລະ ພົບລະດັບປະລິມານທາງອາກາດຫ່າງອອກໄປ 1.6 ກິໂລແມັດ ຈາກທີ່ຢູ່ອາໄສຂອງບ້ານເອວລາ ນັ້ນມີຄ່າຝຸ່ນລະອອງເກີນຂີດຈຳກັດຕາມຄ່າມາດຕະຖານທີ່ EU ກຳນົດມາຕະຫຼອດ 3 ປີທີ່ຜ່ານມາ ກ່ອນທີ່ເອວລາຈະເສຍຊີວິດ.

ທີ່ມາ: https://www.facebook.com/thematterco/posts/2774003269481724