Google Play Store ກຽມເພີ່ມ Feature ໃໝ່ Compare app


ປົກກະຕິແລ້ວເຮົາຈະເລືອກດາວໂຫລດແອັບໜຶ່ງ (ທັງຟຣີ ແລະ ເສຍເງິນ) ກໍຈະຕ້ອງມາເລື່ອນເບິ່ງກັນກ່ອນວ່າແອັບປະເພດນີ້ມີຢູ່ເທົ່າໃດ ແລະ ແອັບໃດໄດ້ຄະແນນຣີວິວຫຼາຍກວ່າ, ແອັບໃດເຮັດແບບນີ້ໄດ້ ຫຼື ເຮັດແບບນີ້ບໍ່ໄດ້ ເຊິ່ງກວ່າຈະເລື່ອນເບິ່ງໝົດກໍເສຍເວລາໄປຫຼາຍພໍສົມຄວນແຕ່ຫຼ້າສຸດທາງ Google ກໍເລີຍເພິ່ມ Feature ໃໝ່ໃຫ້ເຮົາຫາແອັບທີ່ຖືກໃຈທີ່ສຸດໄດ້ງ່າຍຂຶ້ນດ້ວຍການເພິ່ມຫົວຂໍ້ Compare apps ໃຫ້ຜູ້ໃຊ້ງານປຽບທຽບ Feature ຂອງແອັບປະເພດດຽວກັນໄດ້ງ່າຍໆ.

ຫົວຂໍ້ Compare apps ຈະເພີ່ມເຂົ້າມາເປັນສ່ວນໜຶ່ງຂອງໜ້າແອັບພາຍໃນ Google Play Store ໂດຍໃນຫົວຂໍ້ດັ່ງກ່າວຈະເປັນແຖບທີ່ຮວບຮວມເອົາແອັບຫຼາຍໆແອັບທີ່ຢູ່ໃນໝວດໝູ່ດຽວກັນ ແລະ ມີການໃຊ້ງານທີ່ຄ້າຍຄືກັນມາຮວມໄວ້ໃຫ້ເລື່ອນເບິ່ງເພື່ອປຽບທຽບຄວາມສາມາດ ແລະ Feature ຂອງແຕ່ລະແອັບໄດ້ວ່າແອັບໃດມີ ຫຼື ບໍ່ມີ ຈາກທີ່ປົກກະຕິຈະມີພຽງແຕ່ Similar apps ຮວບຮວມແອັບປະເພດດຽວກັນມາໃຫ້ເບິ່ງເສີຍໆວ່າມີຫຍັງແດ່.

ຍົກຕົວຢ່າງແອັບສຳລັບຫຼິ້ນ File Media ຕ່າງໆກໍຈະມີການປຽບທຽບເລື່ອງຫຼິ້ນ File ແບບ Offline ໄດ້ບໍ່? ຮອງຮັບການ Streaming/Casting ຫຼື ບໍ່? ວິທີການຄວບຄຸມ ແລະ ອື່ນໆ ໂດຍຂໍ້ມູນທີ່ Google ໃຊ້ສໍາລັບເຮັດ Compare apps ເຫຼົ່ານີ້ກໍຈະມາຈາກການຣີວິວຂອງຜູ້ໃຊ້ງານນັ້ນເອງວ່າແອັບນີ້ສາມາດເຮັດແບບນີ້ໄດ້ ຫຼື ບໍ່.

ຕອນນີ້ Feature Compare apps ຍັງຢູ່ໃນຊ່ວງທົດລອງໃຊ້ງານຢູ່ ເຊິ່ງຈະມີພຽງການປຽບທຽບແອັບປະເພດ Media Player ຊື່ດັງເທົ່ານັ້ນ. ຄາດວ່າເມື່ອມີການເປີດໃຫ້ໃຊ້ງານທົ່ວໄປແລ້ວໜ້າຈະຮັບຮອງແອັບທີ່ຫຼາກຫຼາຍກວ່ານີ້.

ທີ່ມາ: https://droidsans.com/google-play-store-new-feature-compare-apps/