11 ພະຈິກ ເທສະການຄວາມຮັກ ວັນ Pepero Day ຂອງ ສ.ເກົາຫຼີ ແລະ Pocky Day ຂອງປະເທດຍີ່ປຸ່ນ


ວັນທີ 11 ພະຈິກ ຂອງແຕ່ລະປີ ນັບວ່າເປັນອີກວັນໜຶ່ງທີ່ໄວໜຸ່ມຍີ່ປຸ່ນ ແລະ ເກົາຫຼີນິຍົມກັນຢ່າງຫຼວງຫຼາຍ ເນື່ອງຈາກເປັນ “ວັນປ໊ອກກີ້ (ポッキーの日 Pocky Day) ໃນປະເທດຍີ່ປຸ່ນ ແລະ “ວັນເປເປໂຣ” (빼빼로데이 Pepero Day) ໃນປະເທດເກົາຫຼີ. ທັງປ໊ອກກີ້ ແລະ ເປເປໂຣຕ່າງກໍເປັນເຂົ້າໜົມທີ່ມີລັກສະນະຄ້າຍກັນຄື ເປັນເຂົ້າໜົມທີ່ຍາວ, ເຄືອບດ້ວຍຣົດຊາດຕ່າງໆ ແລະ ເປັນທີ່ນິຍົມມາຫຼາຍສິບປີແລ້ວ.

ວັນເປເປໂຣ ຈັດຂຶ້ນຄັ້ງທຳອິດໃນປີ 1994 ໂດຍບໍລິສັດ ລັອດເຕ ເຊິ່ງເປັນຜູ້ຜະລິດເຂົ້າໜົມດັ່ງກ່າວ ໄດ້ອ້າງເຖິງທີ່ມາຂອງການຈັດງານວ່າ ມີນັກຮຽນຍິງຊັ້ນມັດທະຍົມໃນໂຮງຮຽນແຫ່ງໜຶ່ງໃນ ຍອງນຳ ໄດ້ແລກເຂົ້າໜົມເປເປໂຣກັບໝູ່ຂອງລາວ ເພື່ອອະທິຖານໃຫ້ມີຮູບຮ່າງສູງ ແລະ ຈ່ອຍຄືລັກສະນະຂອງເຂົ້າໜົມນັ້ນເອງ. ພາຍຫຼັງທີ່ຈັດງານກໍມີໄວໜຸ່ມ ແລະ ປະຊາຊົນທົ່ວໄປສົນໃຈກິດຈະກຳນີ້ເປັນຈຳນວນຫຼາຍ ເຮັດໃຫ້ມີການຈັດຕໍ່ເນື່ອງກັນທຸກປີ. ມາຮອດປັດຈຸບັນ ວັນເປເປໂຣ ກາຍເປັນວັນເທສະການແຫ່ງຄວາມຮັກອີກເທສະການໜຶ່ງໃນ ສ.ເກົາຫຼີ ທີ່ບັນດາຄົນຮັກ ແລະ ໝູ່ຮັກ ຫຼື ຄົນໃນຄອບຄົວ ຈະມອບຄວາມຮັກໃຫ້ກັນຜ່ານເຂົ້າໜົມເປເປໂຣ ຈະເປັນກັບ ຫຼື ເອົາມາຈັດໃສ່ກະຕ່າໜ້າຮັກໆ ມັດໂບໄປນຳກໍໄດ້ເຊັ່ນກັນ.

ວັນປ໊ອກກີ້ ຈັດຂຶ້ນຄັ້ງທຳອິດໃນປີ 1999 ໂດຍບໍລິສັດກູລິໂກະ ໂດຍວັນນີ້ຜູ້ຄົນຈະມອບປ໊ອກກີ້ໃຫ້ຄົນທີ່ຕົນເອງຮັກ ຫຼື ມັກ, ເຮັດໃຫ້ບໍລິສັດກູລິໂກະມີຍອດຂາຍເຂົ້າໜົມປ໊ອກກີ້ສູງຂຶ້ນໃນມື້ນີ້ພ້ອມ. ເຮົາອາດຈະເຄີຍເຫັນຮູບພາບທີ່ແລກເຂົ້າໜົມປ໊ອກກີ້ຜ່ານຕາມາແລ້ວ ບໍ່ວ່າຈະເປັນໃນຮູບເງົາ, ຊີຣີ້, ກາຕູນ…ຂອງທັງ 2 ປະເທດ ສ່ວນການໂຄສະນາກໍມັກຈະໃຊ້ດາຣາ ຫຼື ນັກຮ້ອງທີ່ມີຊື່ສຽງມາເປັນພຣີເຊັນເຕີ.

ຂອບໃຈຂໍ້ມູນຈາກ: