Free Speech? ຊາຍໜຸ່ມໃນແຄນາດາ ຖືກຕໍາຫຼວດຈັບ ພຽງເພາະລາວຢືນຢັນວ່າ ມະນຸດໃນໂລກນີ້ມີພຽງ 2 ເພດ ເທົ່ານັ້ນ

Free Speech

ໃນຍຸກປັດຈຸບັນ ຍຸກທີ່ຄວາມຫຼາກຫຼາຍທາງເພດນັ້ນ ກຳລັງເປັນຄ່ານິຍົມທີ່ທົ່ວໂລກພະຍາຍາມຊຸກຍູ້ ໃຫ້ມີການຍອມຮັບ ແລະ ຄວນໄດ້ຮັບສິດ ແລະ ການປະຕິບັດທີ່ເທົ່າທຽມກັນ ເຊິ່ງໜຶ່ງປະເທດທີ່ໃຫ້ຄວາມຈິງຈັງກັບເລື່ອງນີ້ຫຼາຍທີ່ສຸດກໍຄື ແຄນາດາ ຈິງຈັງເຖິງຂັ້ນວ່າ ຈັບນັກຮຽນໜຸ່ມຄົນໜຶ່ງເຂົ້າຄຸກ  ພຽງເພາະລາວຢືນຢັນວ່າ ມະນຸດໃນໂລກນີ້ມີພຽງ 2 ເພດ ເທົ່ານັ້ນ.

ໂດຍເລື່ອງນີ້ເກີດຂຶ້ນເມື່ອຕົ້ນເດືອນກຸມພາທີ່ຜ່ານມາ ໂດຍເປັນເລື່ອງຂອງ ຈອສ ອາເລັກຊານເດີ້ (Josh Alexander) ນັກຮຽນມັດທະຍົມ ອາຍຸ 16 ປີ ໃນໂຮງຮຽນ Catholic ແຫ່ງໜຶ່ງໃນລັດ ອອນເທຣິໂອ ປະເທດ ແຄນາດາ.

ເຊິ່ງເລື່ອງທີ່ເກີດຂຶ້ນກໍຄື ຈອສ ຍົກມືຕອບຄຳຖາມໃນຫ້ອງຮຽນ ຫຼັງຈາກການອະທິບາຍໃນຫ້ອງຮຽນກ່ຽວກັບບົດບາດທາງເພດທີ່ປ່ຽນໄປໃນສັງຄົມ ເຊັ່ນການທີ່ປັດຈຸບັນນີ້ທາງໂຮງຮຽນໃຫ້ນັກຮຽນຍິງຂ້າມເພດ ສາມາດເຂົ້າຫ້ອງນໍ້າຍິງໄດ້ ແລະ ທຸກມື້ນີ້ຜູ້ຊາຍກໍມີສິດທີ່ຈະໃຫ້ນົມກັບເດັກນ້ອຍໄດ້.

Free Speech

ຈອສ ຖືສາສະໜາ ຄຣິສ ນິກາຍ ຄາໂທລິກ ທີ່ເຄັ່ງຄັດພໍສົມຄວນ ເຊິ່ງລາວໄດ້ສະແດງຄວາມຄິດເຫັນ ວ່າບໍ່ເຫັນດີນຳກັບສິ່ງເຫຼົ່ານີ້ ແລະ ຢືນຢັນຄວາມເຊື່ອທາງສາສະໜາຂອງຕົນເອງວ່າໂລກນີ້ມີພຽງ 2 ເພດເທົ່ານັ້ນ ຄື ຊາຍກັບຍິງ ຄົນບໍ່ສາມາດປ່ຽນເພດໄດ້ ແລະ ຄົນທີ່ເກີດມາເປັນຜູ້ຊາຍກໍບໍ່ຄວນຈະໄປເຂົ້າຫ້ອງນໍ້າຍິງ.

ຫຼັງຈາກ ຈອສ ສະແດງຄວາມຄິດເຫັນດັ່ງກ່າວ ທາງໂຮງຮຽນໄດ້ສັ່ງໃຫ້ລາວພັກການຮຽນທັນທີ ແລະ ຍື່ນເງື່ອນໄຂວ່າ ຫ້າມ ຈອສ ເອີ້ນຊື່ເກົ່າຂອງນັກຮຽນຄົນອື່ນກ່ອນແປງເພດ ຫຼື ທີ່ເອີ້ນວ່າ Deadnaming ເຊັ່ນ ຖ້າສົມຊາຍ ປ່ຽນເປັນ ສົມຫຍິງ ກໍຫ້າມໄປເອີ້ນຄົນນັ້ນວ່າ ສົມຊາຍອີກ. ນອກຈາກນີ້ຍັງຫ້າມບໍ່ໃຫ້ຮຽນໃນຫ້ອງຮຽນທີ່ມີນັກຮຽນຂ້າມເພດນຳອີກ.

ແຕ່ ຈອສ ຍັງສູ້ຕໍ່ ເພື່ອຢືນຢັນວ່າສິ່ງທີ່ລາວເຊື່ອນັ້ນບໍ່ແມ່ນເລື່ອງຜິດ ແລະ ການມີຄວາມເຊື່ອທີ່ແຕກຕ່າງກັນຄວນໄດ້ຢູ່ຮ່ວມກັນທາງສັງຄົມໄດ້ ແຕ່ເປັນຫຍັງຄົນທີ່ບໍ່ເຫັນດີນຳຄວາມເຊື່ອທາງສາສະໜາຂອງລາວຈຶ່ງຈະມີສິດກີດກັນລາວອອກຈາກການຮຽນ ຈຶ່ງເຮັດໃຫ້ຈອສຍັງໄປຮຽນປົກກະຕິ. ຈອສຢືນຢັນວ່າ ລາວບໍ່ເຄີຍເອີ້ນຊື່ເກົ່າໃຜ ກ່ອນປ່ຽນເພດ

ສິ່ງນີ້ເຮັດໃຫ້ທາງໂຮງຮຽນຍົກລະດັບບັນຫານີ້ໃຫ້ເປັນເລື່ອງທາງກົດໝາຍ ແລະ ເຮັດໃຫ້ ຈອສ ໄດ້ຮັບຄຳສັ່ງສານ ຫ້າມເຂົ້າໃກ້ນັກຮຽນຂ້າມເພດໃນຊັ້ນປີດຽວກັນ ໂດຍໃຫ້ເຫດຜົນວ່າ ຄວາມເຊື່ອຂອງ ຈອສ ອາດເປັນໄພທາງດ້ານຄວາມປອດໄພ ຂອງນັກຮຽນຂ້າມເພດ. ເຊິ່ງໃນທາງປະຕິບັດແລ້ວ ກໍໝາຍຄວາມວ່າ ຈອສ ຈະບໍ່ສາມາດເຂົ້າຮຽນໃນຫ້ອງຮຽນທີ່ມີນັກຮຽນຂ້າມເພດໄດ້ນັ້ນເອງ.

Free Speech

ແຕ່ ຈອສ ກໍຍັງສືບຕໍ່ໄປໂຮງຮຽນປົກກະຕິ ລະ ສິ່ງທີ່ເກີດຂຶ້ນກໍຄື ໂຮງຮຽນໄດ້ໂທເອີ້ນຕຳຫຼວດມາຈັບ ເພາະຈອສໄດ້ລະເມີດຄຳສັ່ງສານ ເຊິ່ງຈອສກໍຖືກຈັບຂຶ້ນລົດຕຳຫຼວດໄປທັນທີ ຫຼັງເລີກຮຽນ.

ປະເດັນນີ້ ໄດ້ກາຍເປັນທີ່ສົນໃຈຂອງກຸ່ມຄົນຫຼາຍກຸ່ມ ເພາະສຸດທ້າຍແລ້ວ ປະເດັນກໍຄື ປະເທດທີ່ໄດ້ຊື່ວ່າເປັນປະເທດພັດທະນາແລ້ວ ປະເທດທີ່ເຊີດຊູຫຼັກຄວາມຄິດປະຊາທີປະໄຕ ຊູເລື່ອງ ເສລີພາບ ໃນການສະແດງຄວາມຄິດເຫັນ ຫຼື Free Speech ໄດ້ໃຫ້ຕຳຫຼວດໄປຈັບເດັກນ້ອຍມັດທະຍົມ ເພາະ ລາວໃຊ້ສິດໃນການສະແດງອອກ ເທິງພື້ນຖານຂອງຄວາມເຊື່ອໃນສາສະໜາຂອງລາວເທົ່ານັ້ນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/