Disney+ ເພີ່ມ feature ຄິບວີດີໂອສະແດງຄຳເຕືອນເນື້ອຫາໜັງທີ່ມີການຢຽດຜິວ ແລະ ເຊື້ອຊາດ


ຕອນຍັງນ້ອຍຫຼາຍຄົນອາດຈະມີກາຕູນທີ່ເຄີຍມັກເບິ່ງຫຼາຍໆເລື່ອງ ແຕ່ເມື່ອກັບມາເບິ່ງຕອນໃຫຍ່ຂຶ້ນ ຄົ້ນພົບວ່າເນື້ອຫາທີ່ເຮົາເຄີຍມ່ວນກັບມັນ ບໍ່ໄດ້ເຮັດໃຫ້ເຮົາອິນໄດ້ຄືເກົ່າ ຄວາມຮູ້ສຶກເຫຼົ່ານີ້ບໍ່ແມ່ນເລື່ອງແປກ ເພາະບໍລິສັດຮູບເງົາການຕູນຊື່ດັງຢ່າງ Disney ກໍເປັນເຊັ່ນກັນ.

ຫຼັງຈາກມີກະແສວິພາກວິຈານເນື້ອຫາໃນຮູບເງົາ Disney ອອກມາຕະຫຼອດເຖິງປະເດັນເລື່ອງການຢຽດເຊື້ອຊາດ, ການຢຽດສີຜິວ ແລະ ການເລືອກປະຕິບັດ ເວັບໄຊ Streaming ຢ່າງ Disney+ ຈຶ່ງອອກມາປະກາດວ່າ ຕໍ່ໄປຈະມີການສະແດງຄຳເຕືອນເປັນຄິບສັ້ນ 12 ວິນາທີ ໂດຍຈະເຕືອນກ່ອນເວລາເຂົ້າໜັງ ແລະ ກາຕູນເກົ່າໆທີ່ມີເນື້ອຫາຢຽດຜິວ ແລະ ເຊື້ອຊາດ.

ສຳລັບຕົວຄິບເຕືອນນັ້ນຈະບໍ່ສາມາດກົດຂ້າມ ຫຼື Skip ໄດ້ ໂດຍໃນຄິບຈະມີຂໍ້ຄວາມເຕືອນວ່າ “ເນື້ອຫາຕໍ່ໄປນີ້ມີການສະແດງພາບເຊີງລົບ ຫຼື ການປະຕິບັດຕໍ່ຜູ້ຄົນຫຼືວັດທະນະທຳຢ່າງບໍ່ເໝາະສົມ ເຊິ່ງເປັນສິ່ງທີ່ຜິດໃນອະດີດ ແລະ ປັດຈຸບັນ” ແນວໃດກໍຕາມ ທາງບໍລິສັດບໍ່ໄດ້ລົບເນື້ອຫາອອກ ແຕ່ສະແດງຄຳເຕືອນເພື່ອໃຫ້ຮັບຮູ້ເຖິງຜົນກະທົບທີ່ເປັນອັນຕະລາຍ ແລະ ເປັນປະໂຫຍດຕໍ່ການສ້າງເນື້ອຫາທີ່ຄອບຄຸມຫຼາຍຂຶ້ນໃນອະນາຄົດ.

ສຳລັບຕົວຢ່າງຮູບເງົາທີ່ກວດພົບບັນຫາໃນຂະນະນີ້ກໍມີທັງ Dumbo, Peter Pan, Swiss Family Robinson ແລະ Donald Duck ລວມທັງ Jungle Book (1968) ທີ່ມີເນື້ອຫາການລໍ້ລຽນຢຽດຊາດພັນຢ່າງຊັດເຈນ ໂດຍຕົວລະຄອນທີ່ຖືກວິຈານຢ່າງໜັກຄື ຣາຊາລິງ “King Louie” ເຊິ່ງຖືກວາງບົດບາດໃນອະນິເມຊັນໃຫ້ເປັນຄົນຂີ້ຄ້ານ ເຈົ້າເລ້ ແລະ ເປັນຕົວຕະຫຼົກ ອີກທັງຮ້ອງເພງແຈັສ Dixieland ດ້ວຍທັກສະພາສາບໍ່ແຂງ ເຊິ່ງຕົວລະຄອນນີ້ຖືກວິຈານວ່າສ້າງມາເພື່ອລໍ້ລຽນຢຽດຊາດຂອງຊາວອາຟຣິກາ-ອາເມຣິກາ.

ແນວໃດກໍຕາມ ນີ້ບໍ່ແມ່ນຄັ້ງທຳອິດທີ່ Disney ເລີ່ມໂຄງການກະຕຸ້ນໃຫ້ມີການຄຳນຶງເຖິງປະເດັນເລື່ອງການຢຽດເຊື້ອຊາດ ເມື່ອຕົ້ນປີທີ່ຜ່ານມາ ພວກເຂົາກໍປະກາດວ່າຈະສ້າງເຄື່ອງຫຼິ້ນ Splash Mountain ເຊິ່ງເປັນເຄື່ອງຫຼິ້ນຍອດນິຍົມໃນ Disneyland ອີກຄັ້ງ ແຕ່ຈະບໍ່ມີການອ້າງອີງເຖິງໜັງເລື່ອງ Song of the South ເຊິ່ງເປັນໜຶ່ງໃນຮູບເງົາທີ່ມີການວິຈານຫຼາຍທີ່ສຸດກ່ຽວກັບປະເດັນຢຽດສີຜິວ ແລະ ຂະນະນີ້ຖືກຖອດອອກຈາກ Disney+ ຮຽບຮ້ອຍແລ້ວ.

Disney ກ່າວວ່າ ການຕັດສິນໃຈຄັ້ງນີ້ເປັນສ່ວນໜຶ່ງຂອງ ຄວາມມຸ່ງໝັ້ນທີ່ຈະສ້າງຄວາມຫຼາກຫຼາຍໃຫ້ຢູ່ຮ່ວມກັນໄດ້ໃນສັງຄົມ ແລະ ແທນທີ່ຈະລົບເນື້ອຫາທີ່ເປັນບັນຫາ ຫຼື ລົບເນື້ອຫາທີ່ບໍ່ເໝາະສົມອອກໄປ ບໍລິສັດຕ້ອງການທີ່ຈະຮຽນຮູ້ຈາກອະດີດ ແລະ ປະຫວັດສາດທີ່ຜິດພາດ ເພື່ອສ້າງອະນາຄົດທີ່ດີໃຫ້ເຮົາທຸກຄົນ.

ທີ່ມາ: https://web.facebook.com/thematterco/photos/a.1735876059961122/2724570567758328/?_rdc=1&_rdr