ທີມນັກທໍລະນີຟີຊິກ NASA ພົບທະເລສາບບູຮານຂະໜາດມະຫຶມາໃຕ້ນ້ຳກ້ອນກຣີນແລນ


ທີມນັກຟີຊິກ NASA ຄົ້ນພົບທະເລສາບບູຮານມະຫຶມາໃຕ້ນ້ຳກ້ອນກຣີນແລນ ຄາດວ່າມີອາຍຸເກົ່າແກ່ເຖິງລ້ານປີ ເກີດຂຶ້ນໃນຍຸກທີ່ມີສະພາບອາກາດອົບອຸ່ນປາສະຈາກນ້ຳກ້ອນ.

ທີມນັກຟີຊິກໃນໂຄງການ Operation iceberg ຂອງອົງການນາຊາ ພົບທະເລສາບທີ່ເກົ່າແກ່ບູຮານພາຍໃຕ້ປະເທດກຣີນແລນ ຝັງເລິກຢູ່ໃຕ້ແຜ່ນນ້ຳກ້ອນທາງຕາເວັນຕົກສ່ຽງເໜືອຂອງປະເທດ, ໂດຍນັກວິທະຍາສາດຄາດວ່າ ທະເລສາບດັ່ງກ່າວອາດຈະມີອາຍຸຫຼາຍແສນປີ ຫຼື ອາດຈະເຖິງຫຼາຍລ້ານປີເລີຍ.

ທາງທີມນັກວິໄຈບອກວ່າ ພວກເຂົາໄດ້ໃຊ້ອຸປະກອນເຣດ້າທີ່ທັນສະໄໝສຳຫຼວດທາງອາກາດ ກວດຫາການປ່ຽນແປງຂອງສະພາບພູມີປະເທດທາງລຸ່ມ ລວມເຖິງກວດວັດຄ່າແຮງດຶງດູດ ແລະ ສະໜາມແມ່ເຫຼັກໃຕ້ພື້ນນ້ຳກ້ອນຂອງກຣີນແລນ.

ເຊິ່ງການຄົ້ນພົບທະເລສາບໃຫຍ່ນີ້ຍັງບໍ່ເຄີຍຄົ້ນພົບມາກ່ອນໃນຊີກໂລກນີ້ ເຖິງເຮົາຈະຮູ້ແລ້ວວ່າແຜ່ນນ້ຳກ້ອນກຣີນແລນໃຫຍ່ເປັນອັນດັບສອງຂອງໂລກ ແລະ ກຳລັງລະລາຍດ້ວຍຄວາມໄວທີ່ໜ້າເປັນຫ່ວງ ມີຄວາມເລິກລັບຫຼວງຫຼາຍທີ່ຍັງບໍ່ຄົ້ນພົບ.

ປີທີ່ຜ່ານມານັກວິທະຍາສາດຄົ້ນພົບທະເລສາບ Subglacial ແຫຼ່ງນ້ຳທີ່ລະລາຍແລ້ວຕອນນີ້ມັນເຕັມໄປດ້ວຍຕະກອນທີ່ໄຫຼມາກອງກັນເປັນຊັ້ນຫີນກັບແຜ່ນນ້ຳກ້ອນກຣີນແລນທາງເທິງປະມານ 50 ແຫ່ງ.

ແຕ່ການຄົ້ນພົບໃໝ່ນີ້ຕ່າງຈາກເກົ່າ ທະເລສາບບູຮານນີ້ແຫ້ງເຫືອດມາດົນແລ້ວ ຕອນນີ້ມັນເຕັມໄປດ້ວຍຕະກອນທີ່ໄຫຼລົງມາຮວມກັນເປັນຊັ້ນຫີນໜາເຖິງ 1.2 ກິໂລແມັດ ແລະ ຖືກທັບດ້ວຍນ້ຳກ້ອນ 1.8 ກິໂລແມັດອີກເທື່ອໜຶ່ງ.

ທີມນັກວິໄຈກ່າວວ່າ ເມື່ອທະເລສາບແຫ່ງນີ້ກໍ່ຕົວຂຶ້ນໃນຫຼາຍແສນປີກ່ອນ ໃນບໍລິເວນນີ້ຍັງບໍ່ມີນ້ຳກ້ອນ ທະເລສາບມີຂະໜາດໃຫຍ່ແຜ່ກວ້າງປະມານ 7,100 ກິໂລຕາແມັດ ແລະ ຄາດການວ່າອະດີດທະເລສາບແຫ່ງນີ້ສາມາດບັນຈຸນ້ຳໄດ້ເຖິງ 580 ລູກບາດກິໂລແມັດ ໂດຍມີປະລິມານນ້ຳມະຫາສານໄຫຼມາຈາກນ້ຳກ້ອນທີ່ລະລາຍໂຕກາຍເປັນລຳທານ 18 ສາຍທາງຕອນເໜືອຂອງທະເລສາບ.

ທີມນັກວິໄຈເຜີຍວ່າ ໃນຂະນະນີ້ເຮົາບໍ່ສາມາດຮູ້ໄດ້ວ່າທະເລສາບນີ້ອາຍຸເກົ່າແກ່ເທົ່າໃດ ຫຼື ມີການເຕີມ ແລະ ລະບາຍນ້ຳໄປແລ້ວຈັກເທື່ອ ແຕ່ຫິນຕະກອນທີ່ຢູ່ໃນນັ້ນສາມາດບອກຂໍ້ມູນບາງຢ່າງກ່ຽວກັບສະພາບແວດລ້ອມຂອງກຣີນແລນໃນອະດີດໄດ້.

ແຕ່ສິ່ງທີ່ທີມນັກວິໄຈສາມາດບອກໄດ້ຄື ທະເລສາບແຫ່ງນີ້ອາດຈະກໍ່ຕົວຂຶ້ນໃນຊ່ວງທີ່ບໍລິເວນນັ້ນມີອາກາດທີ່ຮ້ອນຈາກການທີ່ຫີນແຍກຕົວຍ້ອນແນວທາງລຸ່ມ ຫຼື ອາດຈະເກີດຂຶ້ນຈາກການກັດເຊາະຂອງນ້ຳກ້ອນ.

ຢ່າງໃດກໍຕາມບໍ່ວ່າຈະດ້ວຍກໍລະນີໃດ ນັກວິໄຈເຊື່ອວ່າທະເລສາບບູຮານນີ້ສາມາດບອກຂໍ້ມູນເກົ່າແກ່ຂອງສະພາບແວດລ້ອມ ແລະ ການປ່ຽນແປງຂອງນ້ຳກ້ອນໃນກຣີນແລນທີ່ສຳຄັນໄດ້ຢ່າງຫຼວງຫຼາຍ ຖ້າຫາກວ່າເຈາະເລິກລົງໄປວິໄຈຊັ້ນຫີນທາງລຸ່ມ.

“ເຮົາກໍາລັງພະຍາຍາມທໍາຄວາມເຂົ້າໃຈວ່າ ແຜ່ນນໍ້າກ້ອນກຣີນແລນມີລັກສະນະແນວໃດໃນອະດີດ ມັນສຳຄັນຖ້າເຮົາຕ້ອງການທີ່ຈະເຂົ້າໃຈວ່າ ໃນອະນາຄົດແຜ່ນນໍ້າກ້ອນນີ້ຈະປ່ຽນແປງແນວໃດແດ່” Guy Paxman ຈາກ Columbia University ແລະ ຜູ່ນໍາການວິໄຈກ່າວ.

ທີ່ມາ: https://www.facebook.com/environman.th/posts/3204203856374706