ເປີດແລ້ວ! ໂຕແທນຈຳຫນ່າຍ Xiaomi ຢ່າງເປັນທາງການໃນລາວ


Xiaomi ແມ່ນບໍລິສັດດ້ານເຕັກໂນໂລຊີຈາກປະເທດຈີນ ທີ່ດຳເນີນທຸລະກິດສ່ວນໃຫຍ່ເປັນອຸປະກອນເອເລັກໂຕຣນິກເຊັ່ນ ໂທລະສັບ ແລະ ຜະລິດຕະພັນເອເລັກໂຕຣນິກ eco-system ເຊິ່ງໃນວັນທີ 27 ຕຸລາ 2020 ທີ່ຜ່ານມາ, ບໍລິສັດ Yaxun Inernational Trading Laos Co.Itd ຜູ້ຈຳໜ່າຍຂອງບໍລິສັດ Xiaomi ໃນລາວ ແລະ ATL Telecom ໄດ້ບັນລຸຂໍ້ຕົກລົງການຮ່ວມມືດ້ານຍຸດທະສາດການສ້າງຕັ້ງຮ້ານ Xiaomi ຢູ່ນະຄອນຫຼວງວຽງຈັນ

ບໍລິສັດ Yaxun ໄດ້ເຂົ້າສູ່ຕະຫຼາດລາວຢ່າງເປັນທາງການໃນວັນທີ 14 ເມສາ 2020 ທີ່ຜ່ານມາ ໃນຖານະຜູ້ຈຳໜ່າຍຂອງບໍລິສັດ Xiaomi ໃນປະເທດລາວ ເຊິ່ງທີ່ຜ່ານມາການດຳເນີນທຸລະກິດເປັນລັກສະນະໜ້າຮ້ານຫຼືທາງອອນລາຍ ປັດຈຸບັນມີຮ້ານທີ່ຮ່ວມເປີດແລ້ວທັງໃນນະຄອນຫຼວງວຽງຈັນ, ຫຼວງພະບາງ, ສະຫວັນນະເຂດ, ປາກເຊ ແລະ ແຂວງອື່ນໆ ເພື່ອໃຫ້ລູກຄ້າແລະຜູ້ຮັບບໍລິການທົ່ວປະເທດສາມາດຊື້ແລະເຂົ້າເຖິງຜະລິດຕະພັນຈາກ Xiaomi ໄດ້ຢ່າງທົ່ວເຖິງ.

ຮ້ານ ATL ແມ່ນຮ້ານຕ່ອງໂສ້ຂາຍອຸປະກອນດ້ານເອເລັກໂຕຣນິກພາຍໃນປະເທດລາວ, ປັດຈຸບັນມີ 10 ຮ້ານຕັ້ງຢູ່ໃນເຂດຕົວເມືອງນະຄອນຫຼວງວຽງຈັນ ຜ່ານການຮ່ວມມືນີ້ລະຫວ່າງສອງຝ່າຍຫວັງວ່າໃຫ້ຜູ້ສົນໃຈ ແລະຢາກໃຊ້ບໍລິການສາມາດເຂົ້າເຖິງສິນຄ້າແລະບໍລິການຂອງ Xiaomi ໄດ້ຫຼາຍຂຶ້ນ.

ທີ່ມາ: https://www.facebook.com/890218037839836/posts/1450300525164915/?d=n