ພາສາສະເປນ ກຳລັງຄອງສະຫະລັດອາເມຣິກາ


ຖ້າຄົນອາເມຣິກາຍ່າງມາ 5 ຄົນຈະມີ 1 ຄົນທີ່ເວົ້າພາສາສະເປນ, 62 ລ້ານຄົນຄື ຈຳນວນຊາວຮິດແປນິກ (Hispanic) ໃນປະເທດສະຫະລັດອາເມຣິກາ ເຊິ່ງຄິດເປັນສັດສ່ວນ 20% ຂອງຊາວອາເມຣິກາທັງໝົດໃນ 2020.

ຊາວຮິດແປນິກໝາຍເຖິງກຸ່ມຄົນທີ່ເວົ້າພາສາສະເປນ ຫຼື ສືບເຊື້ອສາຍມາຈາກບັນພະບຸລຸດທີ່ເວົ້າພາສາສະເປນ ສ່ວນໃຫຍ່ເປັນຜູ້ອົບພະຍົບມາຈາກປະເທດໃນແຖບອາເມຣິກາກາງ ແລະ ອາເມຣິກາໃຕ້ ເຊັ່ນ: ເມັກຊິໂກ, ຄິວບາ, ໂຄລອມເບຍ.

ຈຳນວນຂອງຊາວຮິດແປນິກຖືກຄາດການວ່າຈະເພີ່ມຂຶ້ນເປັນ 100 ລ້ານຄົນໃນອີກ 30 ປີຂ້າງໜ້າ ແລະ ຈະກາຍເປັນສັດສ່ວນ 30% ຂອງຊາວອາເມຣິກາໃນປີ 2050.

ສະຫະລັດອາເມຣິກາ ຄືປະເທດແຫ່ງໂອກາດ ແລະ ຄວາມຫຼາກຫຼາຍ ປະເທດນີ້ຖືກກໍ່ຕັ້ງໂດຍລູກຫຼານຂອງຊາວເອີຣົບຜິວຂາວ ຫຼັງຈາກປະກາດເອກະລາດຈາກອັງກິດໃນປີ 1776 ພື້ນທີ່ອັນກວ້າງໃຫຍ່ແລະຊັບພະຍາກອນທຳມະຊາດອັນມະຫາສານເປັນແຮງດຶງດູດຊາວເອີຣົບອົບພະຍົບມາສະຫະລັດອາເມຣິກາ ເພື່ອຫຼີກໜີຄວາມຂັດແຍ່ງທັງສາສະໜາ, ການເມືອງ, ຄວາມຂັດແຍ່ງທາງເສດຖະກິດ ແລະ ໄຂ່ຄວ້າຫາຊີວິດທີດີກວ່າ.

ທັງຊາວອັງກິດ, ຊາວເຢຍລະມັນ, ຊາວໄອຣິດ, ຊາວສະວີເດັນ, ຊາວຝຣັ່ງ ອົບພະຍົບມາຍັງດິນແດນອາເມຣິກາຕັ້ງແຕ່ສະຕະວັດທີ 18 ຕາມມາດ້ວຍຊາວອີຕາລີ, ຊາວຣັດເຊຍ ທີ່ອົບພະຍົບມາໃນຊ່ວງປາຍສະຕະວັດທີ 19 ເຖິງຕົ້ນສະຕະວັດທີ 20.

ຊາວເອີຣົບຈຶ່ງເປັນເຊື້ອສາຍທຳອິດທີ່ມີສັດສ່ວນຫຼາຍທີ່ສຸດຂອງຊາວອາເມຣິກາ ແລະ ເປັນສ່ວນສຳຄັນທີ່ຜັກດັນໃຫ້ເກີດການປະຕິວັດອຸດສະຫະກຳ ການປະດິດເຄື່ອງມືເຄື່ອງໃຊ້ ເຮັດໃຫ້ສະຫະລັດອາເມຣິກາເຕີບໂຕຈົນກາຍເປັນມະຫາອຳນາດທາງເສດຖະກິດຂອງໂລກ ແຕ່ຈຸດປ່ຽນສຳຄັນຄືຊ່ວງຫຼັງສົງຄາມໂລກຄັ້ງທີ 2 ເຖິງປະເທດໃນເອີຣົບບອບຊ້ຳຈາກສົງຄາມ ແຕ່ແຜນການມາແຊວ ຫຼື ແຜນການທີ່ສະຫະລັດອາເມຣິກາໄດ້ໃຫ້ຄວາມຊ່ວຍເຫຼືອທາງການເງິນແກ່ຫຼາຍໆປະເທດກໍເຮັດໃຫ້ເສດຖະກິດເອີຣົບຟື້ນຟູຂຶ້ນມາໄດ້.

ຜູ້ອົບພະຍົບຈາກເອີຣົບມາອາເມຣິກາບໍ່ແມ່ນສັດສ່ວນທີ່ຫຼາຍທີ່ສຸດອີກຕໍ່ໄປແລ້ວ ແຕ່ກັບເປັນປະເທດເພື່ອນບ້ານໃນທະວີບອາເມຣິກາກາງ ແລະ ໃຕ້ ທີ່ໜີຈາກບັນຫາທາງເສດຖະກິດແລະຄວາມຂັດແຍ່ງທາງການເມືອງ, ສິ່ງທີ່ຜູ້ອົບພະຍົບເຫລົ່ານີ້ມີຄວາມຄືກັນຄື ເປັນຊາວຮິດແປນິກ ທີ່ເວົ້າພາສາຫຼັກເປັນພາສາສະເປນ.

  • ຊາວເມັກຊິໂກອົບພະຍົບໜີບັນຫາທາງເສດຖະກິດ ແລະ ອາດຊະຍາກຳ ດ້ວຍຄວາມທີ່ມີປະຊາກອນຫຼາຍທີ່ສຸດແລະມີຊາຍແດນຕິດກັບສະຫະລັດ ຈຶ່ງເຮັດໃຫ້ເປັນປະເທດທີ່ມີຈຳນວນຜູ້ອົບພະຍົບຫຼາຍທີ່ສຸດ ແລະ ຄິດເປັນ 2 ໃນ 3 ຂອງຜູ້ອົບພະຍົບຊາວຮິດແປນິກທັງໝົດ.
  • ຊາວເປີໂຕຣິໂກ ທີ່ອົບພະຍົບໜີພາວະວ່າງງານໃນພາກກະສິກຳ ຈາກການປ່ຽນແປງໂຄງສ້າງທາງເສດຖະກິດສູ່ພາກອຸດສະຫະກຳຢ່າງກະທັນຫັນໃນຊ່ວງທົດສະວັດ 1950.
  • ຊາວຄິວບາທີ່ອົບພະຍົບໜີການປະຕິວັດຄິວບາໃນປີ 1959 ທີ່ປ່ຽນການປົກຄອງຂອງຄິວບາໃຫ້ກາຍເປັນປະເທດຄອມມິວນິດ.

ນອກຈາກນັ້ນ ຍັງມີຊາວໂຄລອມເບຍ ເວເນຊູເອລາ ກົວເຕມາລາ ແລະ ອີກຫຼາຍປະເທດທີ່ລ້ວນອົບພະຍົບມາຍັງສະຫະລັດອາເມຣິກາ ເພາະບັນຫາທາງເສດຖະກິດຂອງປະເທດເປັນສາເຫດສຳຄັນ ຈົນໃນທີ່ສຸດຈຳນວນຜູ້ອົບພະຍົບຊາວຮິດແປນິກເຫລົ່ານີ້ກໍກາຍເປັນຜູ້ອົບພະຍົບທີ່ຫຼາຍທີ່ສຸດຂອງສະຫະລັດອາເມຣິກາ ໂດຍລັດທີ່ມີຊາວຮິດແປນິກອາໄສຢູ່ຫຼາຍທີ່ສຸດຄື 3 ອັນດັບທຳອິດລ້ວນເປັນລັດທີ່ຕັ້ງຢູ່ທາງຕອນໃຕ້ຂອງປະເທດ ເຊິ່ງຢູ່ໃກ້ຄຽງກັບປະເທດໃນແຖບອາເມຣິກາກາງໄດ້ແກ່:

  • ລັດແຄລິຟໍເນຍ ມີຊາວຮິດແປນິກ 15.5 ລ້ານ ກວມເອົາ 39% ຂອງປະຊາກອນທັງໝົດ.
  • ລັດເທັກຊັດ ມີຊາວຮິດແປນິກ 11.5 ລ້ານຄົນ ກວມເອົາ 40% ຂອງປະຊາກອນທັງໝົດ.
  • ລັດຟໍຣິດາ ມີຊາວຮິດແປນິກ 5.7 ລ້ານຄົນ ກວມເອົາ 27% ຂອງປະຊາກອນທັງໝົດ.

ການເຂົ້າມາຂອງຊາວຮິດແປນິກ ເຮັດໃຫ້ການເກີດປ່ຽນແປງທາງສັງຄົມຂອງສະຫະລັດອາເມຣິກາ ທັງການໃຊ້ພາສາສະເປນທີ່ຫຼາຍຂຶ້ນ ບໍ່ວ່າຈະເປັນເທິງປ້າຍບອກທາງ, ເອກະສານ, ສະຖານທີ່ລາດຊະການ ແລະ ຮ້ານຄ້າຕ່າງໆ ທີ່ມີການຮັບວັດທະນະທຳອາຫານເຊັ່ນ: ອາຫານເມັກຊິໂກທີ່ມີການໃຊ້ໝາກອາໂວຄາໂດເປັນສ່ວນປະກອບ ເຮັດໃຫ້ຍອດນຳເຂົ້າໝາກອາໂວຄາໂດຂອງຊາວອາເມຣິກາເພີ່ມສູງຂຶ້ນເລື້ອຍໆ.

ໄປຈົນເຖິງວັດທະນະທຳຄວາມບັນເທີງ ທັງດາລາຮູບເງົາ ແລະ ນັກຮ້ອງທີ່ມີເຊື້ອສາຍຮິດແປນິກຫຼາຍຂຶ້ນ. ເພງທີ່ມີເນື້ອຮ້ອງພາສາສະເປນກໍໄດ້ຮັບຄວາມນິຍົມຫຼາຍຂຶ້ນໃນໝູ່ຊາວອາເມຣິກາເຊັ່ນ: ເພງ Despacito ຂອງ Luis Fonsi ແລະ Daddy Yankee ນັກຮ້ອງເຊື້ອສາຍເປີໂຕຣິໂກ ທີ່ໄດ້ຮັບຄວາມນິຍົມໄປທົ່ວໂລກໃນປີ 2017.

ລວມໄປເຖິງການປ່ຽນແປງທາງເສດຖະກິດ ຜູ້ອົບພະຍົບເຫລົ່ານີ້ເຂົ້າມາເຕີມເຕັມແຮງງານໃນພາກກະສິກຳ ຫຼື ພາກບໍລິການທີ່ຂາດແຄນແຮງງານ ການໂຄສະນາທັງໃນສື່ອອນລາຍໄປຈົນເຖິງລາຍລະອຽດສິນຄ້າທີ່ມີການໃຊ້ພາສາສະເປນຫຼາຍຂຶ້ນເພື່ອຕອບໂຈດຜູ້ບໍລິໂພກກຸ່ມນີ້ມີເພີ່ມຂຶ້ນເລື້ອຍໆ ແລະ ທ້າຍທີ່ສຸດກໍຄືການປ່ຽນແປງທາງການເມືອງ ຊາວຮິດແປນິກອາດຈະບໍ່ພໍໃຈກັບນະໂຍບາຍຂອງພັກການເມືອງທີ່ເນັ້ນໃຫ້ປະໂຫຍດກັບຊາວອາເມຣິກາຜິວຂາວເກີນໄປ ຈົນນຳມາສູ່ການປ່ຽນແປງສຳຄັນໃນອະນາຄົດ.

ແຕ່ແນວໃດກໍຕາມ ຜູ້ອົບພະຍົບຊາວຮິດແປນິກບາງສ່ວນກໍກໍ່ໃຫ້ເກີດບັນຫາ ທັງອາດຊະຍາກຳ ຢາເສບຕິດ ໄປຈົນເຖິງອາດຈະເຮັດໃຫ້ໂຣກລະບາດທີ່ສະຫະລັດ ກຳຈັດໄປຈົນໝົດແລ້ວກັບມາລະບາດອີກຄັ້ງໜຶ່ງ.

ຈຶ່ງເປັນທີ່ໜ້າຕິດຕາມ ວ່າອະນາຄົດປະເທດມະຫາອຳນາດທາງເສດຖະກິດແຫ່ງນີ້ຈະເປັນແນວໃດຕໍ່ໄປ ໂດຍສະເພາະໃນອີກ 30 ປີ ຂ້າງໜ້າ, ເມື່ອນຳເປີເຊັນຊາວຮິດແປນິກມາລວມກັບຊາວອາເມຣິກາກັນຜິວດຳແລະເຊື້ອສາຍເອເຊຍແລ້ວຈະມີສັດສ່ວນຫຼາຍກວ່າ 50% ຂອງຊາວອາເມຣິກາທັງຫມົດ.

ແລະເມື່ອເຖິງເວລານັ້ນ ຜູ້ທີ່ສືບເຊື້ອສາຍມາຈາກຊາວເອີຣົບຜິວຂາວ ເຊິ່ງເປັນກຸ່ມຊົນຜູ້ກໍ່ຕັ້ງປະເທດສະຫະລັດອາເມຣິກາກໍອາດຈະກາຍເປັນຄົນກຸ່ມນ້ອຍ.

ປະເທດສະຫະລັດອາເມຣິກາທີ່ກໍ່ຕັ້ງຂຶ້ນມາຈາກຄວາມຫຼາກຫຼາຍ ແລະ ເສຣີ ຈະຍັງຄົງໃຊ້ປະໂຫຍດສິ່ງເຫລົ່ານີ້ ຊຸກຍູ້ໃຫ້ກາຍເປັນພະລັງສ້າງສັນທາງເສດຖະກິດຕໍ່ໄປໄດ້ດີກວ່າເກົ່າຫຼືບໍ່? ແລະ ຄວາມຫຼາກຫຼາຍເຫລົ່ານີ້ຈະເຮັດໃຫ້ອາເມຣິກາປ່ຽນໄປສ່ຳໃດ? ເວລາເທົ່ານັ້ນຈະໃຫ້ຄຳຕອບເຮົາ.

ທີ່ມາ: https://www.longtunman.com/26059