Hybrid way of working ແມ່ນຫຍັງ? ສຳຄັນກັບການເຮັດວຽກໃນຍຸກຫຼັງໂຄວິດແນວໃດ?


ຫຼັງຈາກ Work From Home ກັນມາຫຼາຍເດືອນ ພະນັກງານຫ້ອງການກໍໄດ້ກັບເຂົ້າສູ່ວົງການແຫ່ງການເຂົ້າເຮັດວຽກຢູ່ຫ້ອງການຄືເມື່ອກ່ອນ.

ແຕ່ເມື່ອພໍກັບມາ ຫຼາຍຄົນກໍອາດຈະຮູ້ສຶກວ່າມີບາງຢ່າງປ່ຽນແປງໄປ ຫຼາຍຄົນກໍອາດຈະຮູ້ສຶກຄຽດຫຼາຍຂຶ້ນດ້ວຍເຫດຜົນບາງຢ່າງ. ດ້ວຍເຫດນີ້ ເພື່ອບັນເທົາສຸຂະພາບໃຈ ແລະ ຮັກສາສຸຂະພາບກາຍຂອງມະນຸດເຮັດວຽກເຫລົ່ານີ້ ຫຼາຍຫ້ອງການ (office) ທົ່ວໂລກ ລວມທັງບາງແຫ່ງໃນປະເທດລາວເຮົາເລີຍສະເໜີທາງອອກການເຮັດວຽກຍຸກໃຫມ່ ກັບສິ່ງທີ່ເອີ້ນວ່າ “Hybrid Way of Working” ເຊິ່ງການເຮັດວຽກແບບໄຮບຣິດນັ້ນ ຕັ້ງຢູ່ກັບໃຈຄວາມ 4 ຄຳຄື: ໂຄງການ (structure), ການເຂົ້າສັງຄົມ (sociability), ຄວາມເປັນຕົວຂອງຕົວເອງ (independence) ແລະ ຄວາມຍືດຍຸ່ນ (flexibility).

Hybrid Way of Working ແມ່ນຫຍັງ?

ມັນຄືວິທີການເຮັດວຽກ ທີ່ພະນັັກງານສາມາດເລືອກເຮັດວຽກໄດ້ທັງຈາກຫ້ອງການ ແລະ ເຮັດວຽກຈາກໃສກໍໄດ້. ເພາະຫຼັງຈາກການ lockdown ແລະ WFH ອົງກອນແລະພະນັກງານເບິ່ງວ່າການເຮັດວຽກທາງໄກເປັນສິ່ງທີ່ເກີດຂຶ້ນໄດ້ແທ້ ແຕ່ The Chartered Institute of Personnel and Development ຫຼື ສະມາຄົມ HR ມືອາຊີບແຫ່ງສະຫະລັດອາເມຣິກາບອກວ່າ ບໍລິສັດສ່ວນໃຫຍ່ກໍຍັງຕ້ອງການຫ້ອງການທີ່ເປັນສະຖານທີ່ແທ້ຢູ່ດີ. ດັ່ງນັ້ນການພົບກັນລະຫວ່າງກາງຂອງສອງບ່ອນເຮັດວຽກຈະດີກວ່າ.

ດ້ວຍເຫດນີ້ ກໍເລີຍມີຮູບແບບການເຮັດວຽກທີ່ບາງອົງກອນໃຫ້ພະນັກງານເຂົ້າປະຊຸມຮ່ວມກັນທີ່ຫ້ອງການ ແຕ່ວຽກງານຂອງໂຕເອງໃຫ້ເອົາກັບໄປເຮັດຢູ່ເຮືອນ ຫຼື ບາງອົງກອນໃຫ້ພະນັກງານເຂົ້າເຮັດວຽກຢູ່ຫ້ອງການ 1 ເດືອນ ອີກໜຶ່ງເດືອນ WFH ສະຫຼັບກັນໄປ ເປັນຕົ້ນ.

ການເຮັດວຽກ 2 ບ່ອນ ເຮັດໃຫ້ອົງກອນຍັງຮັກສາວັດທະນະທຳອົງກອນໄດ້, ຂະນະດຽວກັນພະນັກງານກໍມີອິດສະຫຼະ ແລະ ຄວາມເປັນສ່ວນຕົວຫຼາຍຂຶ້ນ ທັງຍັງເປັນການປັບຕົວວິທີການເຮັດວຽກທີ່ຊ່ວຍໃຫ້ຮັບມືຶອະນາຄົດ ຖ້າຫາກມີການລະບາດໂຣກຄັ້ງໃຫມ່ເກີດຂຶ້ນອີກ.

ແລ້ວບໍລິສັດຄວນມີຫຍັງໃຫ້ພະນັກງານແດ່ໃນຊ່ວງຫຼັງໂຄວິດ (Post-covid) ?

ເຖິງວ່າການເຮັດວຽກຈະມີສ່ວນປະສົມຂອງຄວາມຄຽດຢ່າງຫຼີກລ່ຽງບໍ່ໄດ້ ແຕ່ກໍບໍ່ແມ່ນວ່າຄົນເຮັດວຽກຄວນຢູ່ກັບຄວາມຄຽດ ແລະ ຮັບມືກັບມັນຢ່າງບໍ່ສິ້ນສຸດ ໂດຍສະເພາະການເຮັດວຽກທີ່ບ້ານ ທີ່ຫຼາຍຄົນມັກຈະນັ່ງຕິດຄີບອດຍາວນານຫຼາຍຊົ່ວໂມງຈົນກາຍເວລາອາຫານຕອນບ່ານ ຫຼື ຕອນແລງແບບບໍ່ຮູ້ຕົວ.

ຫຼາຍບໍລິສັດໃນຕ່າງປະເທດຈຶ່ງເລີ່ມນະໂຍບາຍ Wellness Day ເພື່ອໃຫ້ພະນັກງານໄດ້ມີວັນພັກໃຈ ຢ່າງບໍລິສັດ Electric AI ກຳນົດທຸກວັນສຸກທຳອິດຂອງເດືອນເປັນ Mental Health and Wellness Day ປະຈຳອົງກອນ ເຊິ່ງການທີ່ທຸກຄົນໄດ້ຢຸດພັກສະໝອງພ້ອມກັນ ເຮັດໃຫ້ບໍ່ມີໃຜຕ້ອງຄຽດວ່າຂ້ອຍພາດຫຍັງໄປ ຫຼື ບໍ່ລະຫວ່າງຢຸດວຽກ.

ການເຝິກອົບຮົມດ້ານເຕັກໂນໂລຊີເພື່ອບໍ່ໃຫ້ໃຜຕົກຂະບວນການເຮັດວຽກຈາກບ້ານ ຫຼື WFH:

ບໍ່ແມ່ນທຸກຄົນໃຊ້ຄອມພິວເຕີຫຼືໂປແກຣມທີ່ບໍ່ສັບຊ້ອນໄດ້ຄ່ອງແຄ້ວ ການ WFH ປ່ຽນແປງວິທີການເຮັດວຽກແບບກະເຈີດກະເຈີງ, ການເຝິກອົບຮົມການໃຊ້ເຄື່ອງມື, ໂປແກຣມ ຕະຫຼອດຈົນວິທີການໃຊ້ງານຈຶ່ງເປັນເລື່ອງຈຳເປັນຢ່າງຍິ່ງ ໂດຍສະເພາະຄົນຮຸ່ນກ່ອນ ເຊິ່ງອາດຈະເຮັດຄວາມເຂົ້າໃຈກັບໂປຣແກມໄດ້ຊ້າກວ່າ.

ການເຮັດໃຫ້ພະນັກງານຮູ້ສຶກວ່າວຽກທີ່ເຮັດຢູ່ມີຄຸນຄ່າ:

ການເຮັດວຽກຢູ່ບ້ານເຮັດໃຫ້ເສັ້ນແບ່ງຂອງຄຳວ່າ “ໄປເຮັດວຽກ” ຄາດເຄື່ອນໄປ ເຊິ່ງບ່ອນນີ້ອາດຈະເຮັດໃຫ້ພະນັກງານຫຼາຍຄົນຮູ້ສຶກສັ່ນຄອນ ແລະ ບໍ່ໝັ້ນຄົງ ກັບຄຸນຄ່າຂອງວຽກຕົວເອງທີ່ຖືຢູ່ ແລະ ເກີດການປຽບທຽບວຽກຂອງຕົນເອງກັບຄົນອື່ນຢູ່ສະເໝີ. ດັ່ງນັ້ນອົງກອນຄວນອອກແບບວິທີການເຮັດວຽກໃຫ້ຊ່ວງຂອງການສື່ສານ ໃຫ້ທຸກຄົນມີສ່ວນຮ່ວມໃນການສະແດງຄວາມຄິດເຫັນ ບໍ່ວ່າຈະເຮັດວຽກຈາກບ່ອນໃດກໍຕາມ. ເຊັ່ນການເຂົ້າມາພົບປະທີ່ຫ້ອງການເປັນທີມນັັ້ນກໍເປັນເລື່ອງສຳຄັນ ເພາະເປັນການລົດຊ່ອງວ່າງລະຫວ່າງພື້ນທີ່ເຮັດວຽກກັບພື້ນທີ່ຢູ່ອາໄສໄດ້.

ສຸດທ້າຍແລ້ວ ໜ້າທີ່ການສ້າງ Hybrid Working ໃຫ້ແຂງແກ່ນ ບໍ່ແມ່ນໜ້າທີ່ຂອງເຈົ້າຂອງອົງກອນ ຫຼື ໜ້າທີ່ຂອງ HR ຄົນໃດຄົນໜຶ່ງ ແຕ່ເປັນການຮ່ວມກັນສ້າງນະວັດຕະກຳອົງກອນໃໝ່ຫຼັງໂຄວິດ ໃຫ້ເໝາະສົມກັບການປ່ຽນແປງຂອງໂລກ.

ສຳຄັນທີ່ສຸດຄືການຕົກລົງຄ່ານິຍົມຮ່ວມກັນຂອງທຸກຄົນພາຍໃນອົງກອນ ແລະ ມຸ່ງໜ້າເຮັດວຽກໄປພ້ອມກັນ.

ທີ່ມາ: https://web.facebook.com/thematterco/photos/a.1735876059961122/2745172902364761?_rdc=1&_rdr