ສະເປນພົບຮູບແກະສະຫຼັກອະໄວຍະວະເພດຊາຍໂຣມັນ ທີ່ມີຂະໜາດໃຫຍ່ເຖິງ 18 ນິ້ວ ເຊື່ອວ່າຖືກສ້າງມາເພື່ອປັດເປົ່າຄວາມໂຊກຮ້າຍ

ສະເປນ

ໃນໄລຍະນີ້ເຮົາມັກຈະເຫັນຂ່າວທີ່ຫຼາຍໆ ພື້ນທີ່ທົ່ວໂລກໄດ້ຄົ້ນພົບຊາກຟອສຊິລຂອງສັດດຶກດໍາບັນ, ສະຖານທີ່ ຫຼື ວັດຖຸບູຮານຕ່າງໆ ເຊິ່ງມັນເປັນເຄື່ອງຢືນຢັນໄດ້ວ່າໃນແຜ່ນດິນທີ່ເຮົາອາໄສຢູ່ນີ້ຍັງມີຫຼາຍສິ່ງທີ່ລໍຖ້າໃຫ້ເຮົາຄົ້ນຫາຢູ່ ແລະ ຫຼ້າສຸດນີ້ເອງນັກບູຮານຄະດີໃນສະເປນໄດ້ມີການຄົ້ນພົບຮູບແກະສະຫຼັກໂຣມັນອະໄວຍະວະເພດຊາຍທີ່ມີຂະໜາດໃຫຍ່ເຖິງ 18 ນິ້ວ ຫຼື 46 ຊັງຕີແມັດ.

ສະເປນ

ໂດຍຮູບແກະສະຫຼັກນີ້ຖືກຄົ້ນພົບຄັ້ງທຳອີດເມື່ອວັນທີ 19 ສິງຫາ 2022 ທີ່ຜ່ານມາ ທີ່ບູຮານສະຖານ El Higuerón ໃນປະເທດສະເປນ ນັກບູຮານຄະດີບອກວ່າຮູບແກະສະຫຼັກອະໄວຍະວະເພດຊາຍດັ່ງກ່າວມີຂະໜາດໃຫຍ່ທີ່ສຸດໃນພື້ນທີ່ທີ່ຄົ້ນພົບ ແລະ ເປັນຮູບແກະສະຫຼັກອະໄວຍະວະເພດຊາຍໂຣມັນທີ່ໃຫຍ່ທີ່ສຸດເທົ່າທີ່ເຄີຍພົບມາ.

ນອກນັ້ນ ນັກບູຮານຄະດີຍັງຄາດວ່າ ຮູບແກະສະຫຼັກນີ້ມັນໜ້າຈະມາຈາກໄລຍະທີ່ຊາວໂຣມັນຍ້າຍເຂົ້າມາໃນພື້ນທີ່ຂອງຊາວໄຊບີເຣຍໃນໄລຍະ 206 ປີກ່ອນ ຄສ ແລະ ມັນຖືກສ້າງມາເພື່ອປັດເປົ່າຄວາມໂຊກຮ້າຍຈາກຜີຕ່າງໆ. ພ້ອມນີ້ນັກບູຮານຄະດີກ່າວວ່າຄັ້ງໜຶ່ງມັນໜ້າຈະຖືກສ້າງໄວ້ຈັດສະແດງຢ່າງພາກພູມໃຈທີ່ຖານຂອງຫໍຄອຍຂອງຊາວໂຣມັນ.

ສະເປນ

Andrés Roldán Díaz ນັກບູຮານຄະດີຈາກມະຫາວິທະຍາໄລເອຊເຕຣມາດູຣາ (Extremadura) ແລະ ເປັນຜູ້ອຳນວຍການພິພິທະພັນປະຫວັດສາດ ໃນປະເທດສະເປນ ກ່າວວ່າ “ມັນມີຂະໜາດໃຫຍ່ຈົນຜິດປົກກະຕິ”, “ຂະນະນີ້ເຮົາກໍາລັງດຳເນີນການວິໄຈວ່າມີການພົບຮູບແກະສະຫຼັກທີ່ຄ້າຍຄືກັນກ່ອນໜ້ານີ້ຫຼືບໍ່”

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ