YouTube ບຸກຕະຫຼາດການສຶກສາ ໂດຍເພີ່ມເຄື່ອງມືໃຫ້ນັກສ້າງຄອນເທັ້ນສາມາດເປີດຫ້ອງຮຽນອອນລາຍໄດ້ ແລະ ສາມາດເອີ້ນເກັບເງິນໄດ້ເລີຍ

YouTube

ໃນຍຸກປັດຈຸບັນ ການສຶກສາ ແລະ ຄວາມຄິດສ້າງສັນຖືເປັນອີກໜຶ່ງສິ່ງທີ່ສຳຄັນ. ຫຼ້າສຸດ YouTube ແພລັດຟອມວິດີໂອທີ່ໃຫຍ່ທີ່ສຸດໃນໂລກ ກໍມີຄວາມຄິດຢາກເຂົ້າມາຕີຕະຫຼາດນີ້ເຊັ່ນດຽວກັນ ເພາະເມື່ອວັນທີ 9 ກັນຍາ ທີ່່ຜ່ານມາYouTube ໄດ້ປະກາດວ່າຈະມີການເພີ່ມເຄື່ອງມື ຫຼື ຟີເຈີ້ໃໝ່ໆ ທີ່ຈະຊ່ວຍໃຫ້ຜູ້ໃຊ້ງານ ເຂົ້າເຖິງ ຄອນເທັ້ນທີ່ກ່ຽວກັບການສຶກສາຫຼາຍຂຶ້ນ ທັງຈາກ ຜູ້ຜະລິດຄອນເທັ້ນ ແລະ ສະຖາບັນສຶກສາຕ່າງໆ ທີ່ໃຊ້ງານແພລັດຟອມນີ້.

YouTube

ໂດຍເຄື່ອງມືນີ້ຈະຊ່ວຍໃຫ້ ຜູ້ຜະລິດຄອນເທັ້ນ ແລະ ສະຖາບັນສຶກສາຕ່າງໆ ສ້າງຫ້ອງຮຽນອອນລາຍຂອງຕົນເອງທີ່ສາມາດເອີ້ນເກັບເງິນຈາກຜູ້ໃຊ້ງານທີ່ຕ້ອງການເຂົ້າມາເບິ່ງຄອນເທັ້ນນັ້ນໆ.  ໂດຍອາດຈະເປັນໃນຮູບແບບ Playlist ທີ່ສາມາດຕັ້ງຄ່າໄດ້ວ່າ ຈະເປີດໃຫ້ເບິ່ງຟຣີ ຫຼື ຕ້ອງເສຍຄ່າໃຊ້ຈ່າຍເພື່ອຮັບຊົມ. ໂດຍຄວາມສາມາດນີ້ຈະເລີ່ມທົດລອງໃນຮູບແບບ Beta ໃນສະຫະລັດ ອາເມຣິກາ ແລະ ເກົາຫຼີໃຕ້ ກ່ອນເປັນບ່ອນທຳອິດ.

YouTube

ອີກໜຶ່ງເຄື່ອງມືໃນການປະກາດຄັ້ງນີ້ກໍຄື ການຜະລິດຄອນເທັ້ນດ້ານການສຶກສາ ຫຼື ສະຖາບັນສຶກສາຕ່າງໆສາມາດສ້າງ Quiz ຫຼື ຄຳຖາມ ໃຫ້ຜູ້ໃຊ້ງານສາມາດເຂົ້າມາຕອບໄດ້. ເຊິ່ງຄຳຖາມເຫຼົ່ານີ້ກໍສາມາດໃສ່ລິ້ງເພື່ອເຊື່ອມໄປວິດີໂອທີ່ສອນກ່ຽວກັບເລື່ອງນັ້ນໆໄດ້ອີກນຳ ໂດຍຈະເປີດໃຫ້ໃຊ້ງານຄວາມສາມາດນີ້ ໄດ້ໃນປີໜ້າ.

YouTube

ນີ້ຖືເປັນອີກໜຶ່ງຈຸດໝາຍສຳຄັນສຳລັບໃຜທີ່ມີຄວາມຊ່ຽວຊານໃນດ້ານຕ່າງໆ ທີ່ຈະສ້າງລາຍໄດ້ຜ່ານ YouTube ໄດ້ຫຼາຍຂຶ້ນ ເພາະສາມາດເອີ້ນເກັບສ່ວນແບ່ງລາຍໄດ້ຈາກຄ່າຫ້ອງຮຽນອອນລາຍນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ