ຮ່ອງກົງສັ່ງຈໍາຄຸກ 5 ຄົນເປັນເວລາ 19 ເດືອນໃນຂໍ້ຫາຕີພິມປຶ້ມສຳລັບເດັກທີ່ປຸກລະດົມຄວາມກຽດຊັງແກ່ລັດຖະບານ

ຮ່ອງກົງ

ເມື່ອວັນທີ 11 ກັນຍາ ທີ່ຜ່ານມາສຳນັກຂ່າວ BBC ລາຍງານວ່າ ນັກບຳບັດການເວົ້າ (Speech Therapist) ຈຳນວນ 5 ຄົນໃນຮ່ອງກົງຖືກຈໍາຄຸກເປັນເວລາ 19 ເດືອນ ຫຼັງຈາກຖືກຕັດສິນວ່າມີຄວາມຜິດໃນຂໍ້ຫາຕີພິມປຶ້ມສຳລັບເດັກທີ່ມີເນື້ອຫາ “ປຸກລະດົມ”.

ຮ່ອງກົງ

ສານຮ່ອງກົງໄດ້ມີຄໍາພິພາກສາໃຫ້ອະດີດສະມາຊິກ 5 ຄົນຂອງສະຫະພາບນັກບຳບັດການເວົ້າ ເຊິ່ງເປັນຍິງ 3 ຄົນ ແລະ ຊາຍ 2 ຄົນ ໄດ້ແກ່ Lai Man-ling, Melody Yeung, Sidney Ng, Samuel Chan ແລະ Fong Tsz-ho ຮັບໂທດຈໍາຄຸກເປັນເວລາ 19 ເດືອນ ໃນຂໍ້ຫາເຮັດຜິດກົດໝາຍຕໍ່ຕ້ານການປຸກລະດົມ ເຊິ່ງກົດໝາຍນີ້ຖືກບັນຍັດຕັ້ງແຕ່ສະໄໝຮ່ອງກົງຢູ່ພາຍໃຕ້ການປົກຄອງຂອງສະຫະຣາຊະອານາຈັກ.

ຮ່ອງກົງ

ທັງນີ້ ຜູ້ພິພາກສາຍັງລະບຸວ່າທັງ 5 ຄົນແມ່ນໄດ້ສົມຄົບຄິດກັນຜະລິດ ແລະ ເຜີຍແຜ່ເນື້ອຫາທີ່ປຸກລະດົມ ອັນມີວັດຖຸປະສົງເພື່ອເຮັດໃຫ້ເດັກແລະເຍົາວະຊົນເກີດຄວາມກຽດຊັງຕໍ່ຄະນະຜູ້ບໍລິຫານ. ພ້ອມກັນນັ້ນຜູ້ພິພາກສາກ່າວຫາວ່າທັງໝົດມີຄວາມພະຍາຍາມ “ຫວ່ານເມັດພັນແຫ່ງຄວາມບໍ່ໝັ້ນຄົງ” ໄປໃນຮ່ອງກົງ ແລະ ຈີນ.

ຮ່ອງກົງ

ໃນສ່ວນຂອງປຶ້ມທີ່ເປັນປະເດັນນັ້ນເປັນປຶ້ມກາຕູນ E-Book ຖືກຜະລິດອອກມາຈໍານວນ 3 ເຫຼັ້ມ ແລະ 1 ໃນ 3 ເຫຼັ້ມນັ້ນຈະມີການເລົ່າເລື່ອງກ່ຽວກັບ ບ້ານຂອງແກະທີ່ຕໍ່ສູ້ກັບກຸ່ມໝາປ່າທີ່ພະຍາຍາມຈະຍຶດຄອງອານານິຄົມຂອງພວກເຂົາ ເຊິ່ງນັ້ນເຮັດໃຫ້ມີຜູ້ຕີຄວາມວ່າເນື້ອເລື່ອງດັ່ງກ່າວເປັນການອະທິບາຍເຖິງການເຄື່ອນໄຫວປະຊາທິປະໄຕໃຫ້ແກ່ເດັກນ້ອຍ.

ທາງເຈົ້າໜ້າທີ່ຮ່ອງກົງຕີຄວາມວ່າປຶ້ມຕີພິມອອກມາແມ່ນການສື່ເຖິງ ຮ່ອງກົງແລະລັດຖະບານຈີນ ໃນສ່ວນຂອງຜູ້ຂຽນກໍລະບຸວ່າປຶ້ມນີ້ບໍ່ກ່ຽວຫຍັງກັບປະເດັນທີ່ທາງເຈົ້າໜ້າທີ່ໄດ້ກ່າວຫາເລີຍ ເພາະວ່າເນື້ອຫາແທ້ໆ ແມ່ນສະແດງເຖິງ “ປະຫວັດສາດຈາກມຸມມອງຂອງຜູ້ຄົນ” ແຕ່ວ່າຜູ້ພິພາກສາທີ່ຖືກແຕ່ງຕັ້ງໂດຍລັດຖະບານກັບສະຫຼຸບວ່ານີ້ເປັນຄວາມພະຍາຍາມທີ່ຈະລ້າງສະໝອງແລະປຸກລະດົມເດັກ.

ຮ່ອງກົງ

ໂດຍ 5 ນັກບຳບັດການເວົ້າຖືກຈັບກຸມຕັ້ງແຕ່ເມື່ອເດືອນ ກໍລະກົດ ປີ 2021 ແລະ ຖືກຈໍາຄຸກເປັນເວລາກວ່່າ 1 ປີເພື່ອຟັງຄໍາຕັດສິນ ທາງດ້ານທະນາຍຂອງພວກເຂົາລະບຸວ່າ ພວກເຂົາສາມາດໄດ້ຮັບການປ່ອຍຕົວໄດ້ພາຍໃນໜຶ່ງເດືອນນີ້ເພາະເຖິງເວລາແລ້ວ.

ຢ່າງໃດກໍດີ ພະນັກງານສອບສວນເລື່ອງນີ້ເຊື່ອວ່າທັງ 5 ຄົນມີເຈດຕະນາຂອງການສອດແຊກເນື້ອຫາກ່ຽວກັບການປະທ້ວງທາງການເມືອງຄັ້ງໃຫຍ່ໃນຮ່ອງກົງ ທີ່ເກີດຂື້ນເມື່ອປີ 2019 ແລະ ເຫດການເມື່ອປີ 2020 ທີ່ນັກເຄື່ອນໄຫວ 12 ຄົນ ພະຍາຍາມໜີຈາກຮ່ອງກົງໄປໄຕ້ຫວັນແຕ່ກໍຖືກເຈົ້າໜ້າທີ່ຈີນສະກັດຈັບໄດ້ກ່ອນ.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ