Carlos Alcaraz ຄວ້າແຊ້ມ Us Open ກ້າວຂຶ້ນມາເປັນມືວາງອັນດັບ 1 ຂອງໂລກ ດ້ວຍອາຍຸພຽງ 19 ປີ

Carlos Alcaraz

ໃນທີ່ສຸດ ການແຂ່ງຂັນ ເທັນນິສ ແກຣນສະແລັມ ລາຍການສຸດທ້າຍຂອງປີ ຢ່າງ ຢູເອສ ຄູ່ຊິງຊະນະເລີດປະເພດຊາຍດ່ຽວ ໄດ້ຈົບລົງແລ້ວ ໂດຍເປັນຝ່າຍຂອງ ຄາຣອສ ອາຄາຣາສ ນັກເທັນນິສໄວໜຸ່ມອາຍຸພຽງ 19 ປີ ຊາວສະເປນ ທີ່ສາມາດຄວ້າແຊ້ມລາຍການນີ້ໄປຄອບຄອງໄດ້ ເປັນຄັ້ງທຳອິດຂອງລາວ ພ້ອມກ້າວຂຶ້ນມາເປັນມືວາງອັນດັບ 1 ຂອງໂລກທີ່ອາຍຸນ້ອຍທີ່ສຸດໃນປະຫວັດສາດ.

Carlos Alcaraz

ໂດຍຄູ່ຕໍ່ສູ້ຂອງ ອາຄາຣາສ ໃນຮອບຊິງຊະນະເລີດ ແມ່ນເປັນທາງຂອງ ແຄສເປີ ຣຸດ ມືວາງອັນດັບ 7 ຈາກ ນໍເວ ເຊິ່ງການແຂ່ງຂັນໃນນັດນີ້ດຳເນີນໄປຢ່າງເຂັ້ມຂຸ້ນ  ໂດຍຕ່າງຝ່າຍຕ່າງເກັບໄຊໃນເຊັດຂອງຕົນເອງໄປໄດ້ ໃນ 2 ເຊັດທຳອິດ ກ່ອນທີ່ ເຊັດ 3 ແລະ ເຊັດ 4 ອາຄາຣາສ ຈະເລັ່ງມືເກັບໄຊທັງ 2 ເຊັດ ຈົນຊະນະໄປ 3-1 ເຊັດ. ຄະແນນແຕ່ລະເຊັດ: 6-4, 2-6, 7-6 ແລະ 6-3.

ຈາກຜົນງານອັນສຸດຍອດຄັ້ງນີ້ ສົ່ງຜົນໃຫ້ ໃຫ້ໜຸ່ມນ້ອຍ ຊາວສະເປນ ຄວ້າແຊ້ມລະດັບແກຣນສະແລັມ ໄດ້ເປັນຄັ້ງທຳອິດຂອງໃນຊີວິດ  ຮັບເງິນຮາງວັນໄປ 2.6 ລ້ານໂດລາ ສະຫະລັດ ພ້ອມກ້າວຂຶ້ນມາເປັນນັກເທັນນິສມືວາງອັນດັບ 1 ຄົນໃໝ່ຂອງໂລກ ແຖມຍັງເປັນ ມື 1 ຂອງໂລກທີ່ມີອາຍຸນ້ອຍທີ່ສຸດໃນປະຫວັດສາດນັກເທັນນິສ ອີກນຳ.ອາຄາຣາສ ກ່າວຫຼັງຄວ້າແຊ້ມວ່າ: “ນີ້ແມ່ນສິ່ງທີ່ຂ້ອຍຝັນມາແຕ່ນ້ອຍ ໃນການກ້າວຂຶ້ນມາເປັນມື 1 ຂອງໂລກ ແລະ ໄດ້ແຊ້ມ ແກຣນສະແລັມ ເຊິ່ງນີ້ມັນຄືສິ່ງທີ່ຂ້ອຍພະຍາຍາມຢ່າງໜັກມາຕະຫຼອດ ແລະ ມັນເປັນສິ່ງທີ່ພິເສດສຳລັບຂ້ອຍແທ້ໆ”

Carlos Alcaraz

ສ່ວນ ແຄສເປີ ຣຸດ ເຖິງແມ່ນວ່າຈະໄດ້ພຽງ ຮອງແຊ້ມໃນລາຍການນີ້ ແຕ່ຈາກຜົນງານໃນລາຍການນີ້ ສົ່ງໃຫ້ລາວກ້າວຂຶ້ນມາເປັນມືວາງອັນດັບ 2 ຂອງໂລກ ແລະ ຮັບເງິນຮາງວັນປອບໃຈສຳລັບຮອງແຊ້ມໄປ 1.3 ລ້ານໂດລາສະຫະລັດ.

    ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ