ຣັດເຊຍ ຊ່ວຍເຫຼືອສ້ອມແປງດ້ານເຕັກນິກເຄື່ອງຈັກອຸປະກອນການທະຫານ ເພື່ອຊຸກຍູ້ສົ່ງເສີມແກ່ ສປປ ລາວ

ລັດເຊຍ

ໃນວັນທີ 9 ກັນຍາ 2022 ນີ້, ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລົງຕິດຕາມກວດກາການຕິດຕັ້ງເຄື່ອງຈັກອຸປະ ກອນການສ້ອມແປງຟື້ນຟູລົດ, ການປະກອບບົວລະບັດລົດຢູ່ໂຮງງານມິດຕະພາບລາວ-ຫວຽດນາມ ແລະ ສາງກົນຈັກ 2 ເຊິ່ງໄດ້ຮັບການຊ່ວຍເຫຼືອ ທາງດ້ານເຕັກນິກການທະຫານຈາກ ສ.ຣັດເຊຍ ໃຫ້ການຕ້ອນຮັບໂດຍສະຫາຍ ພົນຕີ ຄຣາຍຢຽບ ຫົວໜ້າຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດຣັດເຊຍປະຈຳ ສປປ ລາວ, ມີສະຫາຍ ພົນຕີ ປະສິດທ່ຽງທໍາ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະນໍາກະຊວງ, ກົມວິຊາສະເພາະ, ຫ້ອງການ, ຄະນະຊ່ຽວຊານ ສ.ຣັດເຊຍ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ລັດເຊຍ

ສະຫາຍ ການຢາເຊ໊ບ ມີຄາອິລ ນິໂກລາຍ ວິຊາການຊ່ຽວຊານ ສ.ຣັດເຊຍ ໄດ້ລາຍງານໂດຍຫຍໍ້ກ່ຽວກັບແຜນການຕິດຕັ້ງເຄື່ອງຈັກ, ວາງຕາຂ່າຍລະບົບໄຟຟ້າ, ລະບົບທໍ່ນໍ້າ ແລະ ລະບົບລົມ ແລະ ສິ່ງອຳນວຍຄວາມສະດວກອື່ນໆຢ່າງລະອຽດຜ່ານການເຮັດວຽກ ຂອງຄະນະຊ່ຽວຊານ ສ.ຣັດເຊຍ ຮ່ວມກັບພະນັກງານເຕັກນິກການທະຫານໃນກອງທັບກໍພົບທັງຂໍ້ສະດວກ ແລະ ຄວາມຫຍຸ້ງຍາກ ແຕ່ດ້ວຍຄວາມບຸກບືນຮ່ວມມືກັນ ຂອງພະນັກງານວິຊາການ ຂອງທັງ 2 ຝ່າຍເຮັດໃຫ້ການຕິດຕັ້ງເຄື່ອງຈັກ, ເຄື່ອງມື,ອຸປະກອນວັດຖຸອາໄຫຼ່ຊະນິດຕ່າງໆໄດ້ສຳເລັດເປັນທີ່ໜ້າພໍໃຈແລະມີຄຸນະພາບພ້ອມທັງມີຄວາມຮັບປະກັນດີ, ຄຽງຄູ່ກັບວຽກຕິດຕັ້ງອຸປະກອນເຕັກນິກການທະຫານ ແລະ ການອົບຮົມໃນໄລຍະເວລາສັ້ນພຽງແຕ່ເດືອນກວ່າກໍໄດ້ດຳເນີນສ້ອມແປງຟື້ນຟູລົດ ອຸປະກອນເຕັກນິກ ການທະຫານ ສຳເລັດຕາມຈຸດປະສົງ ແລະຄາດໝາຍໃນ3 ຄັນຢ່າງສົມບູນ ແລະ ຈະດຳເນີນສືບຕໍ່ອົບຮົມນຳໃຊ້ອຸປະກອນພ້ອມທັງສ້ອມແປງຕົວຈິງໃຫ້ແກ່ພະນັກງານໃນກອງທັບປະຊາຊົນລາວ ຈົນກວ່າຈະມີຄວາມຊຳນານຄ່ອງແຄ້ວ.

ນອກນັ້ນເພື່ອໃຫ້ໂຮງງານມິດຕະພາບລາວ-ຫວຽດນາມນີ້ ມີຄວາມສາມາດສ້ອມແປງໃຫຍ່, ພາຫານະກົນຈັກໜັກໄດ້ຢ່າງມີຄຸນະພາບຍັງຈະສືບຕໍ່ຊ່ວຍສະໜອງເຄື່ອງມື, ເຄື່ອງຈັກອີກໃຫ້ຄົບຖ້ວນຕາມແຜນການ. ສືບຕໍ່ປັບປຸງແບບແຜນວິທີເຮັດວຽກໃຫ້ສອດຄ່ອງກັບເຕັກນິກການທະຫານ, ເທັກໂນໂລຍີສາຍໃຍການສ້ອມແປງ, ຈັດຕັ້ງແບ່ງງານມອບໝາຍໜ້າທີ່ໃຫ້ແຕ່ລະຂະແໜງການແລະບຸກ ຄົນຮັບຜິດຊອບຕາມພາລະບົດບາດຂອງຕົນຢ່າງຈະແຈ້ງ, ຮັບປະກັນໃນການຂັບເຄື່ອນເຕັກນິກການທະຫານໃຫ້ມີຄຸນະພາບ. ຈາກນັ້ນ ສະຫາຍ ພັນໂທ ລອນສີ ທໍາມະວົງ ຮອງຫົວໜ້າອໍານວຍການໂຮງງານມິດຕະພາບລາວ-ຫວຽດນາມຜູ້ຮັບຜິດຊອບພາກສະໜາມກໍໄດ້ຂຶ້ນລາຍງານແຜນການຈັດວາງສາຍໃຍຂອງການຕິດຕັ້ງເຄື່ອງຈັກໃນໂຮງງານ ແລະ ນໍາພາຄະນະລົງກວດກາອຸປະກອນ ການສ້ອມແປງ, ຟື້ນຟູ ແລະ ລົດທີ່ສ້ອມແປງສຳເລັດແລ້ວອີກຈໍານວນໜຶ່ງ.

ລັດເຊຍ

ໂອກາດນີ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ສະແດງຄວາມຂອບໃຈ ພ້ອມ​ທັງ​ຍ້ອງຍໍຊົມເຊີຍຕໍ່​ສາຍ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື​ລະຫວ່າງສອງ​ປະເທດ ກໍຄືສອງກະຊວງປ້ອງກັນປະເທດລາວ-ຣັດເຊຍ ນັບ​ມື້​ໄດ້​ຮັບ​ການ​ເສີມຂະຫຍາຍ​ໃນ​ຫຼາຍ​ດ້ານ ເພື່ອ​ປະກອບສ່ວນ​ຊຸກຍູ້ສົ່ງເສີມ​ການ​ພົວພັນຮ່ວມ​ມື​ທີ່​ດີງາມລະຫວ່າງລາວ-ຣັດເຊຍ ໃຫ້​ແໜ້ນ​ແຟ້ນ​ຍິ່ງໆຂຶ້ນ.

ລັດເຊຍ

ຂອບໃຈຂໍ້ມູນຈາກ: https://cutt.ly/9CHJ2ZF

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ