ຍີ່ປຸ່ນຈັດການແຂ່ງຂັນໃສ່ຊຸດໄດໂນເສົາແລ່ນ 200 ແມັດ ເພື່ອກະຕຸ້ນໃຫ້ເຍົາວະຊົນຢາກຮຽນຮູ້ກ່ຽວກັບສັດໂລກໃນຍຸກກ່ອນ

ຍີ່ປຸ່ນ

ເມືອງ ຄັດສຶຍາມະ ປະເທດຍີ່ປຸ່ນ ເປັນອີກເມືອງໜຶ່ງທີ່ເຕັມໄປດ້ວຍ ເລື່ອງລາວທາງປະຫວັດສາດ ແລະ ເປັນອີກໜຶ່ງສະຖານທີ່ຂຸດຫາບູຮານວັດຖຸຂະໜາດໃຫຍ່ທີ່ສຸດຂອງຍີ່ປຸ່ນ ແລະ ຍັງເປັນເມືອງທີ່ຖືກຄົ້ນພົບຊາກໄດໂນເສົາຫຼາຍທີ່ສຸດໃນຍີ່ປຸ່ນ. ດັ່ງນັ້ນ ເມືອງ ຄັດສຶຍາມະ ຈຶ່ງກາຍເປັນສະຖານທີ່ຍອດຮິດສຳລັບນັກທ່ອງທ່ຽວ ແລະ ເຍົາວະຊົນໃນການໄປທັດສະນະສຶກສາ ກ່ຽວກັບໄດໂນເສົາ.

ເພື່ອເປັນການສົ່ງເສີມໃຫ້ການຮຽນຮູ້ຂອງນ້ອງໆມີຄວາມໜ້າຕື່ນຕາຕື່ນໃຈຫຼາຍຂຶ້ນ ເມືອງ ຄັດສຶຍາມະ ຈຶ່ງໄດ້ມີການຈັດການແຂ່ງຂັນ ແລ່ນ 200 ແມັດ ບໍລິເວນໃກ້ໆກັບຫໍພິພິທະພັນໄດໂນເສົາຂຶ້ນ ໂດຍແບ່ງອອກເປັນຮຸ່ນຜູ້ໃຫຍ່ ແລະ ຮຸ່ນເຍົາວະຊົນ ໂດຍມີກົດລະບຽບສຳຄັນຄື ຜູ້ເຂົ້າແຂ່ງຂັນທຸກຄົນຕ້ອງໃສ່ຊຸດໄດໂນເສົາ ໃນການແຂ່ງຂັນ.

ຍີ່ປຸ່ນ

ເຊິ່ງຜົນທີ່ອອກມາກໍຄື ນ້ອງໆທີ່ເຂົ້າມາໃນງານ ທັງໃນຖານະຜູ້ຊົມ ແລະ ຜູ້ເຂົ້າແຂ່ງຂັນ ຕ່າງກໍມີຄວາມສຸກໄປຕາມໆກັນ ແລະ ມີສຽງເຮ ສຽງຫົວທຸກຄັ້ງທີ່ຫົວໄດໂນເສົາໂຕ້ກັບລົມເວລາແລ່ນ ຈົນຄໍຫັກລົ້ມໄປລົ້ມມາ ຈົນກາຍເປັນໄດໂນເສົາທີ່ມີຮູບຮ່າງຕະຫຼົກ ບໍ່ໄດ້ເປັນຕາຢ້ານຄືດັ່ງທີ່ພວກເຂົາເຄີຍເຫັນຕາມສື່ຕ່າງໆ.

ຍີ່ປຸ່ນ

ໂດຍເດັກໜຸ່ມຜູ້ເຂົ້າແຂ່ງຂັນໃນຮຸ່ນເຍົາວະຊົນທ່ານໜຶ່ງໃຫ້ສຳພາດວ່າ: “ຂ້ອຍຮູ້ສຶກມີຄວາມສຸກຫຼາຍທີ່ໄດ້ທີ 1 ໃນການແຂ່ງຂັນຄັ້ງນີ້ ເຖິງມັນຈະຮ້ອນຫຼາຍເວລາຢູ່ໃນຊຸດໄດໂນເສົາ ແຕ່ມັນກໍມ່ວນສຸດໆໄປເລີຍ”.

ວິດີໂອ: https://cutt.ly/ZCJRzl6

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ