10 ກັນຍາ ວັນບຸນຫໍ່ເຂົ້າສະຫຼາກ

10 ກັນຍາ

ບຸນຫໍ່ເຂົ້າສະຫຼາກ ແມ່ນຮີດຄອງປະເພນີອັນໜຶ່ງ ທີ່ປະຊາຊົນຊາວລາວເຮົາສືບທອດກັນມາຕັ້ງແຕ່ບູຮານ, ພໍ່ແມ່ປະຊາຊົນລາວ ໂດຍສະເພາະຜູ້ທີ່ນັບຖືສາສະໜາພຸດ ພ້ອມກັນກຽມຈິດກຽມໃຈ ກະກຽມວັດຖຸທານ, ເຂົ້າ, ປາ, ອາຫານຄາວ ແລະ ຫວານ, ພືດຜັກ, ໝາກໄມ້, ຄຳໝາກ-ກອກຢາ ແລະ ອື່ນໆ, ແລ້ວນຳເອົາວັດຖຸທັງໝົດມາບັນຈຸຫໍ່ໄວ້ ໃນມື້ຂຶ້ນ 14 ຄໍ່າ ເດືອນ 10, ຮອດຕອນເຊົ້າຂອງມື້ 15 ຄ່ຳ ເດືອນ 10 ເພັງ ກໍນຳເອົາວັດຖຸດັ່ງກ່າວໄປວັດ ແລ້ວຂຽນຊື່ນາມສະກຸນຂອງຕົນເອງຢ່າງລະອຽດ ແລ້ວຖວາຍໃຫ້ພະສົງ-ສາມະເນນ, ພ້ອມທັງຢາດນ້ຳ ອຸທິດບຸນກຸສົນໃຫ້ຜູ້ທີ່ລ່ວງລັບໄປແລ້ວ. ເມື່ອຮອດຕອນຄ່ຳຂອງມື້ດຽວກັນກໍວຽນທຽນ ຫຼື ຟັງເທສະໜາ ຕາມຮີດຄອງປະເພນີ ກໍຖືວ່າສຳເລັດ.

ຄວາມໝາຍ ແລະ ຄວາມສຳຄັນ: ບຸນຫໍ່ເຂົ້າສະຫຼາກ ເປັນປະເພນີທີ່ສືບທອດກັນມາຕັ້ງແຕ່ບູຮານ ເປັນບຸນທີ່ອຸທິດບຸນກຸສົນໃຫ້ແກ່ວິນຍານຍາດຕິພີ່ນ້ອງ, ເພື່ອນມິດສະຫາຍ, ພໍ່ແມ່ ທີ່ລ່ວງລັບໄປແລ້ວ ແລະ ພວກຜີເຜດ ເປັນການເຮັດບຸນໃຫ້ຜີອີກຄັ້ງຫຼັງຈາກບຸນຫໍ່ເຂົ້າປະດັບດິນແລ້ວ 15 ວັນ ເຊິ່ງເປັນໄລຍະເວລາທີ່ຜີເຜດຄວນກັບໄປຢູ່ໃນພື້ນທີ່ຂອງຕົນ, ບຸນທັງສອງມີລັກສະນະຄ້າຍກັນຄື ການເຮັດຫໍ່ເຂົ້າສົ່ງໃຫ້ເຜດ ເຊິ່ງລວມທັງບັນພະບູລຸດ, ຍາດພີ່ນ້ອງຂອງຜູ້ທຳບຸນ ແລະ ຜີ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ