ເຈົ້າຍິງສະເປນ ເຜີຍວ່າຕົນເອງເປັນແຟນບານ ກາບີ້ ໂດຍມີຮູບຕິດໄວ້ໃນປຶ້ມຕະຫຼອດເວລາ!

ເຈົ້າຍິງສະເປນ-ເຜີຍວ່າຕົນເອງເປັນແຟນບານ

ຖືວ່າເປັນເລື່ອງລາວດີໆທີ່ເກີດຂຶ້ນ ເມື່ອເຈົ້າຍິງ ເລໂອນໍ (Leonor) ແຫ່ງປະເທດສະເປນ ເປັນແຟນບານ ນັກເຕະດາວເດັ່ນຂອງທີມຊາດສະເປນ ກາບີ້ (Pablo Martín Páez Gavira) ເຊິ່ງສຳນັກຂ່າວຕ່າງໆໄດ້ລາຍງານວ່າທາງເຈົ້າຍິງມີຮູບຂອງນັກເຕະດາວເດັ່ນຄົນນີ້ຕິດຕົວໄວ້ຢູ່ສະເໝີ ແລະ ຕິດໄວ້ປຶ້ມຢູ່ຕະຫຼອດ.

ສື່ຂ່າວບານໂລກໃນສະເປນ “Football-Espana” ໄດ້ລາຍງານວ່າ ເຈົ້າຍິງ ເລໂອນໍ ແຫ່ງສະເປນ ອາຍຸ 17 ປີ ໄດ້ມີຄວາມມັກໃນຕົວ “ກາບີ້” ກອງກາງທີມຊາດສະເປນ ແລະ ທີມບາເຊໂລນາ.

ເຈົ້າຍິງສະເປນ-ເຜີຍວ່າຕົນເອງເປັນແຟນບານ

ຫຼ້າສຸດ ກໍມີສື່ລາຍງານວ່າໃນຫ້ອງ ແລະ ໃນປຶ້ມ ຂອງເຈົ້າຍິງມີຮູບຂອງນັກເຕະຄົນນີ້ອີກພ້ອມ. ໂດຍປົກກະຕິແລ້ວ ເຈົ້າຍິງຈະມັກກິລາປະເພດບານເຕະຢູ່ແລ້ວ ແລະ ມັກມາໂດຍຕະຫຼອດ ເຊິ່ງກໍເປັນທີ່ຮູ້ກັນດີໃນແວດວົງຄົນທີ່ໃກ້ຊິດກັບເຈົ້າຍິງ.

ເຈົ້າຍິງສະເປນ-ເຜີຍວ່າຕົນເອງເປັນແຟນບານ

ສ່ວນ “ກາບີ້” ອາຍຸ 18 ປີ ມີການເຕະບານທີ່ບໍ່ທໍາມະດາ ຈົນກ້າວເຂົ້າມາສູ່ການເຕະບານໂລກ ແລະ ບໍ່ດົນມານີ້ ກໍໄດ້ສ້າງປະຫວັດສາດ ເປັນນັກເຕະອາຍຸນ້ອຍທີ່ສຸດເປັນອັນດັບ 3 ທີ່ຍິງປະຕູໄດ້ໃນບານໂລກ ແລະ ທີ່ສຳຄັນ ແຟນບານຫຼາຍຄົນທີ່ພົບເຫັນໃບໜ້າຂອງໜຸ່ມຄົນນີ້ ຕ່າງກໍພາກັນຍ້ອງໃນໃບໜ້າອັນຮູບຫຼໍ່ຂອງລາວ ຖືໄດ້ວ່າເປັນອີກນັກເຕະຄົນໜຶ່ງທີ່ອາຍຸນ້ອຍ ແລະ ໄດ້ຮັບຄວາມນິຍົມໃນຕອນນີ້.

ເຈົ້າຍິງສະເປນ-ເຜີຍວ່າຕົນເອງເປັນແຟນບານ

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/