ນິວຢອກ ແລະ ສິງກະໂປ ກາຍເປັນ 2 ເມືອງທີ່ມີຄ່າຄອງຊີບສູງທີ່ສຸດໃນໂລກປະຈຳປີ 2022

ນິວຢອກ-ແລະ-ສິງກະໂປ

ນິວຢອກ-ແລະ-ສິງກະໂປ

ເມື່ອວັນທີ 1 ທັນວາ 2022 ທີ່ຜ່ານມານີ້ ໜ່ວຍງານສະຖາບັນວິໄຈດ້ານເສດຖະກິດແລະການເມືອງຢ່າງ The Economist Intelligence Unit (EIU) ໄດ້ອອກມາເຜີຍແຜ່ການລາຍງານຂອງການຈັດອັນດັບເມືອງທີ່ມີຄ່າຄອງຊີບສູງທີ່ສຸດໃນໂລກປະຈຳປີ 2022 ເຊິ່ງການຈັດອັນດັບໃນຄັ້ງນີ້ແມ່ນທາງ EIU ໄດ້ສຳຫຼວດແລະເກັບລວບລວມຂໍ້ມູນກ່ຽວກັບຄ່າຄອງຊີບ, ເງິນເຟີ້ ແລະຄຸນະພາບຊີວິດໃນ 172 ເມືອງທົ່ວໂລກ ພົບວ່າ ເມືອງ ນິວຢອກ ຈາກປະເທດສະຫະລັດອາເມຣິກາ ແລະ ເມືອງ ສິງກະໂປ ຈາກປະເທດສິງກະໂປ ກາຍເປັນ 2 ເມືອງທີ່ມີຄ່າຄອງຊີບສູງທີ່ສຸດປະຈຳປີ 2022 ໂດຍມີດັດຊະນີຕົວຊີ້ວັດຢູ່ທີ່ 100 ຄະແນນເຕັມທັງ 2 ຕົວເມືອງ.

ນິວຢອກ-ແລະ-ສິງກະໂປ

ທັງນີ້ ນັບວ່າເປັນການຂຶ້ນອັນດັບທີ 1 ຄັ້ງທຳອິດຂອງນິວຢອກ ເຊິ່ງສາມາດແຊງໜ້າແຊ້ມເກົ່າເມື່ອປີ 2021 ຢ່າງເມືອງເທລອາວີຟ ຂອງອິດສະຣາເອລ ທີ່ໃນປີນີ້ຕົກມາຢູ່ອັນດັບ 3 ຕາມມາດ້ວຍຮ່ອງກົງ ຂອງຈີນໃນອັນດັບ 4 , ລອສແອງເຈລິສ ຂອງສະຫະລັດອາເມຣິກາອັນດັບທີ 5, ອັນດັບ 6 ແລະ 7 ໄດ້ແກ່ ຊູຣິກ ແລະເຈນີວາ ຂອງປະເທດສະວິດເຊີແລນ, ອັນດັບ 8 ແມ່ນຊານຟຣານຊິສໂກ ສະຫະລັດອາເມຣິກາ, ອັນດັບ 9 ປາຣີສ ປະເທດຝຣັ່ງ ແລະ ອັນດັບ 10 ຄືໂຄເປນເຮເກນ ຂອງເດັນໝາກ ແລະ ຊິດນີ ຂອງອອສເຕຣເລຍ ເຊິ່ງນີ້ແມ່ນ 10 ອັນດັບທຳອິດ.

ໃນສ່ວນ 5 ອັນດັບສຸດທ້າຍຂອງຕາຕະລາງສ່ວນໃຫຍ່ຈະແມ່ນປະເທດໃນພື້ນທີ່ຕາເວັນອອກກາງ ໂດຍອັນດັບທີ 168 ໄດ້ແກ່ ທາຊເຄນຕ໌ ປະເທດອຸສເບກິສະຖານ, ອັນດັບ 169 ຕູນິສ ປະເທດຕູນິສເຊຍ, ອັນດັບ 170 ແມ່ນເມືອງ ເຕຫະຣານ ປະເທດອີຣ່ານ, ອັນດັບ 171 ຕຣິໂປລີ ປະເທດລິເບຍ ແລະ 172 ດາມັສກັສ ປະເທດຊີເຣຍ ເຊິ່ງຖືໄດ້ວ່າເປັນເມືອງທີ່ມີຄ່າຄອງຊີບຕໍ່າສຸດໃນການຈັດອັນດັບຂອງ EIU ໃນປິ 2022 ນີ້.

ນິວຢອກ-ແລະ-ສິງກະໂປ

ດ້ານ ອູປາສານະ ດັດ (Upasana Dutt)  ຫົວໜ້າທີມຜູ້ເຮັດລາຍງານຄ່າຄອງຊີບທົ່ວໂລກຂອງ EIU ລະບຸວ່າ “ສົງຄາມໃນຢູເຄຣນ, ມາດຕະການຂວ້ຳບາດຂອງຊາດຕາເວັນຕົກທີ່ມີຕໍ່ຣັດເຊຍ ແລະ ນະໂຍບາຍ Zero-COVID  ຂອງຈີນເຮັດໃຫ້ເກີດບັນຫາດ້ານ Supply Chain (ຕ່ອງໂສ້ອຸປະທານ) ເຊິ່ງເມື່ອມາລວມກັບພາວະອັດຕາດອກເບ້ຍທີ່ເພີ່ມສູງຂຶ້ນ ປະກອບກັບອັດຕາການແລກປ່ຽນທີ່ຜັນຜວນ ສົ່ງຜົນໃຫ້ເກີດວິກິດຄ່າຄອງຊີບຂຶ້ນທົ່ວໂລກ ໂດຍເຮົາຈະເຫັນໄດ້ຈາກດັດຊະນີຕົວຊີ້ວັດຄ່າຄອງຊີບໃນປີນີ້ທີ່ລະດັບລາຄາສະເລ່ຍໃນ 172 ເມືອງທົ່ວໂລກນັ້ນແຂງແກ່ນສຸດໃນຮອບ 20 ປີທີ່ຜ່ານມາ ແລະຄາດວ່າສະຖານະການຈະຄ່ອຍໆ ຜ່ອນຄາຍລົງໃນປີ 2023”

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/