Joe Biden ເຜີຍ ພ້ອມເຈລະຈາກັບ Putin ຖ້າວ່າ ຣັດເຊຍຕ້ອງການຈະຢຸດສົງຄາມຄັ້ງນີ້ແທ້ໆ

joe-biden-ເຜີຍ-ພ້ອມເຈລະຈາກັບ-putin

ສະຖານະການຄວາມຂັດແຍ້ງລະຫວ່າງ ຣັດເຊຍ ກັບ ຢູເຄຣນ ນັ້ນມາຮອດປັດຈຸບັນຍັງບໍ່ມີທີທ່າວ່າຈະຢຸດລົງຢ່າງສັນຕິ ແລະນັບມື້ນັບຮຸນແຮງຂຶ້ນ ຍິ່ງໃນລະດູໜາວທີ່ກຳລັງຈະມາຮອດນີ້ ກໍຍິ່ງເພີ່ມຄວາມກັງວົນ ແລະ ຄວາມສ່ຽງຕໍ່ຊີວິດຂອງປະຊາຊົນທັງ 2 ຝ່າຍເພີ່ມຂຶ້ນຕື່ມ.

joe-biden-ເຜີຍ-ພ້ອມເຈລະຈາກັບ-putin

ຫຼ້າສຸດ ຜູ້ນຳໂລກເສລີ ປະທານາທິບໍດີ ໂຈ ໄບເດັນ ແຫ່ງສະຫະລັດ ອາເມຣິກາ ອອກມາເຜີຍໃນວັນທີ 1 ທັນວາ ທີ່ຜ່ານມາໃນງານພິທີຕ້ອນຮັບ ປະທານາທິບໍດີຂອງຝຣັ່ງວ່າ ຕົນເອງພ້ອມເຈລະຈາກັບ ວະລາດິເມຍ ປູຕິນ ປະທານາທິບໍດີ ຂອງ ຣັດເຊຍ ຖ້າວ່າ ຣັດເຊຍ ຕ້ອງການຢາກຈະຢຸດສົງຄາມຄັ້ງນີ້ຢ່າງຈິງຈັງ.

joe-biden-ເຜີຍ-ພ້ອມເຈລະຈາກັບ-putin

ໂດຍ ໂຈ ໄບເດັນ ລະບຸວ່າ: “ຂ້ອຍພ້ອມທີ່ຈະລົມກັບ  ປູຕິນ ໃນຄວາມເປັນຈິງທີ່ວ່າ ຖ້າວ່າພວກເຂົາສົນໃຈທີ່ຈະຕັດສິນໃຈເບິ່ງຫາຫົນທາງສຳລັບຍຸຕິສົງຄາມ ເຊິ່ງເບິ່ງຄືວ່າລາວຍັງບໍ່ທັນເຮັດແບບນັ້ນ ແລະ ໃນກໍລະນີທີ່ກ່ຽວກັບ ນາໂຕ້ ແລະ ປະເທດພັນທະມິດຂອງພວກເຮົາ ຂ້ອຍກໍພ້ອມທີ່ຈະນັ່ງລົງເປີດໃຈລົມນຳລາວແລ້ວ ເບິ່ງວ່າລາວຄິດແນວໃດແທ້ກ່ຽວກັບເລື່ອງນີ້”.

joe-biden-ເຜີຍ-ພ້ອມເຈລະຈາກັບ-putin

ແຕ່ຢ່າງໃດກໍຕາມ ໂຈ ໄບເດັນ ກໍຍັງເນັ້ນຢ້ຳວ່າ ສະຫະລັດ ອາເມຣິກາ ຍັງຈະໃຫ້ການສະໜັບສະໜູນ ຢູເຄຣນ ຕໍ່ໄປໃນໄລຍະຍາວໃນການສູ້ຮົບເພື່ອຂັບໄລ່ທະຫານຣັດເຊຍອອກໄປ. ໂດຍ ໄບເດັນ ລະບຸວ່າ: “ມີຫົນທາງໜຶ່ງທີ່ສົງຄາມນີ້ຈະຍຸຕິລົງ ຫົນທາງທີ່ເປັນເຫດເປັນຜົນ ກໍຄື ປູຕິນສັ່ງຖອນກຳລັງອອກຈາກ ຢູເຄຣນ ແມ່ນຫົນທາງໝາຍເລກ 1 ແຕ່ເບິ່ງຄືວ່າ ລາວຈະບໍ່ຄິດແບບນັ້ນ”.

joe-biden-ເຜີຍ-ພ້ອມເຈລະຈາກັບ-putin

ນອກຈາກນີ້ ຜູ້ນຳສະຫະລັດ ອາເມຣິກາ ຍັງກ່າວອີກວ່າ: “ການຖິ້ມລະເບີດໃສ່ສະຖາບັນຮັບລ້ຽງເດັກ ຫຼື ໂຮງໝໍ ມັນເປັນການກະທຳທີ່ບໍ່ສາມາດຍອມຮັບໄດ້ ຄວາມຄິດຂອງ ປູຕິນ ທີ່ຈະເອົາຊະນະ ຢູເຄຣນ ເປັນເລື່ອງຍາກເກີນກວ່າຈະເຂົ້າໃຈ ປູຕິນຄຳນວນຜິດພາດທຸກຢ່າງໃນສິ່ງທີ່ລາວໄດ້ຄິດໄວ້ໃນຕອນທຳອິດ”.

joe-biden-ເຜີຍ-ພ້ອມເຈລະຈາກັບ-putin

ໃນຂະນະທີ່ ເອັມມານູເອວ ມາຄົງ ປະທານາທິບໍດີຂອງຝຣັ່ງກໍໄດ້ຜີຍວ່າ ຕົນເອງກໍມີແຜນທີ່ຈະລົມກັບປູຕິນ ເຊັ່ນດຽວກັນ ໂດຍສ່ວນໜຶ່ງໃນນັ້ນຈະເປັນການປຶກສາກັນກ່ຽວກັບຄວາມປອດໄພຂອງໂຮງໄຟຟ້າ ນິວເຄຼຍ ຊາປໍຣິເຊຍ ທີ່ຢູ່ພາຍໃຕ້ການຢຶດຄອງຂອງທະຫານ ຣັດເຊຍ ເພື່ອຮຽກຮ້ອງເດີນໜ້າໃນຄວາມພະຍາຍາມຕ່າງໆ ໃນການປ້ອງກັນບໍ່ໃຫ້ ສະຖານະການລຸກລາມບານປາຍໄປກວ່າເກົ່າ.

ຢ່າງໃດກໍຕາມ ມາຄົງ ຍັງໄດ້ເນັ້ນຢ້ຳວ່າ ຝຣັ່ງ ຈະບໍ່ກົດດັນໃຫ້ ໂວໂລດິເມຍ ເຊເລັນກີ້ ຜູ້ນຳຢູເຄຣນ ໃຫ້ຍອມເຂົ້າສູ່ແຜນສັນຕິພາບໃດໆ ທີ່ພວກເຂົາບໍ່ຍອມຮັບ. ໂດຍ ມາຄົງກ່າວວ່າ: “ເຮົາຈະບໍ່ມີທາງກົດດັນ ຫຼື ເລັ່ງໃຫ້ ຢູເຄຣນ ຍອມປະນີປະນອມໃນສິ່ງທີ່ພວກເຂົາບໍ່ຍອມຮັບ”.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/