ບໍ່ໄດ້ມາຫຼິ້ນໆ! ບານໂລກ 2022 ເປັນບານໂລກຄັ້ງທໍາອິດໃນປະຫວັດສາດ ທີ່ມີຊາດຕົວແທນຈາກ ເອເຊຍ ຜ່ານເຂົ້າຮອບ 16 ທີມໄດ້ຮອດ 3 ທີມພ້ອມກັນ


ຈາກການແຂ່ງຂັນຂອງຄໍ່າຄືນທີ່ຜ່ານມາ ທີ່ ເກົາຫຼີໃຕ້ ສາມາດພິກລັອກ ເອົາຊະນະ ທີມຊາດ ໂປຕຸເກດ ແຊງໜ້າ ທີມຊາດ ອຸຣຸໄກວ ຜ່ານເຂົ້າຮອບ 16 ທີມຕໍ່ໄປຢ່າງໜ້າເຫຼືອເຊື່ອ ເຮັດໃຫ້ ບານໂລກ 2022 ປີນີ້ ກາຍເປັນບານໂລກ ຄັ້ງທຳອິດໃນປະຫວັດສາດ ບານໂລກ ທີ່ມີທີມຊາດຕົວແທນຈາກທະວີບເອເຊຍ ຜ່ານເຂົ້າຮອບ 16 ທີມສຸດທ້າຍ ໄດ້ພ້ອມກັນ.

ໂດຍ ທັງ 3 ຕົວແທນຈາກທະວີບເອເຊຍ ທີ່ຜ່ານເຂົ້າຮອບ 16 ທີມໄດ້ແກ່: ອອສເຕຣເລຍ, ຍີ່ປຸ່ນ ແລະ ເກົາຫຼີໃຕ້.

ທີມຊາດ ອອສເຕຣເລຍ ຜ່ານເຂົ້າມາໃນຖານະທີມອັນດັບ 2 ຈາກກຸ່ມ D ໂດຍໃນນັດສຸດທ້າຍສາມາດເອົາຊະນະທີມຊາດ ເດນໝາກ 1 ປະຕູຕໍ່ 0 ເປັນທີມຈາກ ເອເຊຍ ທີ່ຜ່ານເຂົ້າມາຮອບ 16 ທີມ. ສຳລັບຜົນງານທັງ 3 ນັດຂອງ ອອສເຕຣເລຍ ໃນການແຂ່ງຂັນຮອບ 32 ທີມ ນັ້ນ ຖືວ່າເຮັດໄດ້ດີເກີນຄາດ ດ້ວຍຜົນງານ ລົງແຂ່ງ 3 ນັດ ຊະນະ 2 ແລະ ປະລາໄຊໄປ 1 ນັດ. ຍິງໄປ 3 ປະຕູ ເສຍ 4 ປະຕູ.

ສ່ວນກອງທັບ ຊາມູໄລ ຈາກດິນແດນອາທິດອຸໄທ ທີມຊາດ ຍີ່ປຸ່ນ ແມ່ນສ້າງຄວາມໜ້າເຫຼືອເຊື່ອໃຫ້ແຟນບານທົ່ວໂລກ ໂດຍການຜ່ານເຂົ້າຮອບ ມາເປັນອັນດັບ 1 ຂອງກຸ່ມ E ທີ່ມີອະດີດແຊ້ມໂລກ ຢ່າງ ສະເປນ ແລະ ເຢຍລະມັນ.  ຍີ່ປຸ່ນ ລົງສະໜາມນັດທຳອິດ ໂດຍການສ້າງຄວາມຕື່ນຕາຕື່ນໃຈໃຫ້ຄົນທົ່ວໂລກ ໂດຍການ ພິກຊະນະ ທີມຊາດ ເຢຍລະມັນໄປແບບ ເຫຼືອເຊື່ອ 2 ປະຕູຕໍ່ 1. ແຕ່ຕ້ອງມາເສຍຫຼັກພົບກັບຄວາມປະລາໄຊ ໃຫ້ກັບ ຄອສຕາຣິກາ 0 ປະຕູຕໍ່ 1. ກ່ອນທີ່ຈະກັບມາສ້າງປະຕິຫານອີກເທື່ອໜຶ່ງ ໃນນັດສຸດທ້າຍໂດຍການ ພິກຊະນະ ທີມຊາດ ສະເປນ ໄປ 2 ປະຕູຕໍ່ 1 ຜ່ານເຂົ້າຮອບໄປໃນຖານະ ແຊ້ມກຸ່ມ. ໂດຍຜົນງານທັງ 3 ນັດຂອງຍີ່ປຸ່ນ ແມ່ນ ຍິງໄດ້ 4 ປະຕູ ເສຍໄປ 3 ປະຕູ.

ເກົາຫຼີໃຕ້ ຖືເປັນຊາດທີ່ຕ້ອງລຸ້ນການເຂົ້າຮອບກັນ ຈົນຮອດນາທີ ສຸດທ້າຍ ໂດຍເກົາຫຼີໃຕ້ພິກເຂົ້າຮອບ ຈາກການຍິງແຊງ ທີມຊາດ ໂປຕຸເກດ 2 ປະຕູຕໍ່ 1 ໃນນັດສຸດທ້າຍ ຜ່ານເຂົ້າຮອບມາເປັນອັນດັບ 2 ຂອງກຸ່ມ. ເກົາຫຼີໃຕ້ ລົງແຂ່ງ 3 ນັດ ສະເໝີ 1 ເສຍ1 ແລະ ຊະນະ 1 ເກັບໄດ້ 4 ຄະແນນ ເທົ່າກັບທີມຊາດ ອຸຣຸໄກວ ແຕ່ ເກົາຫຼີໃຕ້ ຍິງໄດ້ 4 ປະຕູ ຫຼາຍກວ່າ ທີມຊາດ ອຸຣຸກວາຍ ທີ່ຍິງໄດ້ພຽງ 2 ປະຕູ ຈຶ່ງສາມາດຜ່ານເຂົ້າຮອບໄດ້ນັ້ນເອງ.

ສຳລັບໃນຮອບ 16 ທີມສຸດທ້າຍ ອອສເຕຣເລຍ ແມ່ນມີຄິວລົງແຂ່ງກັບ ທີມຊາດ ອາເຈນຕິນາ ໃນວັນທີ 3 ທັນວາ, ຍີ່ປຸ່ນ ມີຄິວ ພົບກັບທີມຊາດ ໂຄເອເຊຍ ໃນວັນທີ 5 ທັນວາ ພ້ອມກັບ ເກົາຫຼີໃຕ້ ທີ່ຈະພົບກັບ ທີມຊາດ ບຣາຊິວ ໃນວັນທີ 5 ທັນວາ ນີ້ເຊັ່ນດຽວກັນ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/