ເອີ້ນຜິດກັນມາເປັນຮ້ອຍປີ! “ມາຊູ ປິກຊູ” ອັນໂດ່ງດັງທີ່ເຮົາເອີ້ນກັນ ຄວາມຈິງແມ່ນມີຊື່ວ່າ “ຮວຍນາ ປິກຊູ”


ເຊື່ອໄດ້ວ່ານັກທ່ອງທ່ຽວຫຼາຍຄົນທີ່ຫຼົງໃຫຼໃນສະຖາປັດຕະຍະກຳທີ່ເກົ່າແກ່ ຫຼົງຮັກໃນປະຫວັດສາດ ຄົງຈະຮູ້ຈັກ ແລະ ມີຈຸດໝາຍທີ່ມື້ໜຶ່ງຈະຕ້ອງໄປທ່ອງທ່ຽວບ່ອນນີ້ໃຫ້ໄດ້ ນັ້ນກໍຄື “ມາຊູ ປິກຊູ” (Machu Picchu) ເມືອງເກົ່າແກ່ທີ່ສາບສູນ ທີ່ຕັ້ງຢູ່ພູສູງ ໃນປະເທດເປຣູ. ແຕ່ທຸກຄົນຮູ້ຫຼືບໍ່ ຈາກລາຍງານທາງວິຊາການສະບັບໃໝ່ ສະຫຼຸບວ່າສະຖານທີ່ບູຮານແຫ່ງນີ້ ບໍ່ໄດ້ມີຊື່ເອີ້ນວ່າ “ມາຊູ ປິກຊູ” ດັ່ງທີ່ເຮົາໃຊ້ເອີ້ນກັນມານັບຮ້ອຍປີ ໂດຍຊື່ທີ່ຖືກຕ້ອງແທ້ໆ ແມ່ນມີຊື່ວ່າ “ຮວຍນາ ປິກຊູ” (Huayna Picchu).

ໂດມາໂຕ ອາມາໂດ ກອນຊາເລັສ (Donato Amado Gonzales) ນັກບູຮານຄະດີ ຈາກກະຊວງວັດທະນະທຳຂອງ ເປຣູ ແລະ ໄບຣອັນ ເອັສ ບາວເອີ (Brian S Bauer) ນັກປະຫວັດສາດ ແລະ ນັກມະນຸດວິທະຍາ ຈາກມະຫາວິທະຍາໄລ ອີລີນອຍ ໄດ້ບັນທຶກເອກະສານການລ່າອານານິຄົມຂອງຊາວສະເປນໃນສະຕະວັດທີ 17, ເອກະສານແຜນທີ່ ທີ່ບັນທຶກໄວ້ໃນສະຕະວັດທີ 19 ແລະ ບັນທຶກຂໍ້ມູນພາກສະໜາມຂອງ ໄຮຣຳ ບິງແຮັມ (Hiram Bingham) ນັກສຳຫຼວດຊາວ ອາເມຣິກາ ຜູ້ທີ່ຄົ້ນພົບສະຖານທີ່ແຫ່ງນີ້ ເມື່ອປີ 1911 ພວກເຂົາໄດ້ລະບຸວ່າ ບໍ່ມີແຫຼ່ງຂໍ້ມູນໃດໆລະບຸສະຖານທີ່ດັ່ງກ່າວວ່າຊື່ “ມາຊູ ປິກຊູ”.

ບາວເອີ ກ່າວວ່າ: ເຮົາເລີ່ມຕົ້ນດ້ວຍຄວາມບໍ່ແນ່ນອນຂອງຊື່ສະຖານທີ່ບູຮານທີ່ບິງແຮັມໄປຄົ້ນພົບແຫ່ງນີ້ ຈາກນັ້ນຈຶ່ງໄດ້ສຳຫຼວດແຜນທີ່ ຫຼາຍສະບັບທີ່ພິມອອກມາກ່ອນທີ່ບິງແຮັມຈະໄປຄົ້ນພົບ. ມີຂໍ້ມູນສຳຄັນທີ່ຊີ້ວ່າ ມີເມືອງຂອງຊາວ “ອິນຄາ” ຢູ່ແທ້ແຕ່ຖືກເອີ້ນວ່າ ປິກຊູ ຫຼືທີ່ເປັນໄປໄດ້ຫຼາຍກວ່ານັ້ນຄື “ຮວຍນາ ປິກຊູ”.

ມີການລະບຸຊາກເມືອງບູຮານແຫ່ງນີ້ວ່າ ຮວຍນາ ປິກຊູ ໃນແຜນທີ່ສະບັບໜຶ່ງ ໃນປີ 1904 ເຊິ່ງເປັນໄລຍະເວລາກ່ອນທີ່ ບິງແຮັມ ຈະເດີນທາງໄປທີ່ ເປຣູ 7 ປີ ແລະ ໃນບັນທຶກພາກສະໜາມຂອງ ບິງແຮັມ ລະບຸເອົາໄວ້ວ່າ ຊາວບ້ານໄດ້ບອກກັບລາວວ່າຊາກເມືອງບູຮານເຫຼົ່ານັ້ນມີຊື່ວ່າ “ຮວຍນາ ປິກຊູ” ເຊັ່ນດຽວກັນ ອີກທັງ ຊື່ນີ້ຍັງປາກົດໃນລາຍງານຂອງນັກລ່າອານານິຄົມຊາວສະເປນ ເມື່ອປາຍທົດສະວັດທີ 16 ອີກນຳ.

ບາວເອີ ລະບຸວ່າ ສາເຫດທີ່ເຮົາເອີ້ນສະຖານທີ່ແຫ່ງນີ້ວ່າ “ມາຊູ ປິກຊູ” ໜ້າຈະເກີດຈາກຄວາມເຂົ້າໃຈຜິດ. ໂດຍອີງຕາມບັນທຶກສ່ວນຕົວຂອງ ບິງແຮັມ ເຂົາໄດ້ສອບຖາມຊື່ຂອງສະຖານທີ່ແຫ່ງນີ້ຈາກຊາວພື້ນເມືອງຄົນໜຶ່ງທີ່ຊື່ວ່າ ເມວຊໍ ອາເຕກ້າ (Melchor Arteaga) ເຊິ່ງລາວຕອບໂດຍການຂຽນລົງໃນເຈ້ຍວ່າ “Macho Pischo” ແຕ່ບິງແຮັມເຫັນວ່າມັນອອກສຽງຄ້າຍຄືກັບ “Pecchu” ເມື່ອເວົ້າອອກມາເປັນສຽງ ເຮັດໃຫ້ເຂົາເອີ້ນມັນວ່າ “ມາຊູ ປິກຊູ”.

ແຕ່ນັກບູຮານຄະດີທີ່ສຶກສາເລິກລົງໄປເຫັນວ່າ “ມາຊູ ປິກຊູ” ບໍ່ເຄີຍປາກົດຢູ່ໃນຫຼັກຖານທາງປະຫວັດສາດໃດໆເລີຍ ມັນເປັນພຽງຊື່ຂອງຈອມພູຂະໜາດນ້ອຍ ທີ່ຢູ່ໃກ້ໆກັບ “ຮວຍນາ ປິກຊູ”. ດັ່ງນັ້ນຈຶ່ງອາດເກີດຄວາມເຂົ້າໃຈຜິດ ຈາກທັງຄົນຖາມ ແລະ ຄົນຕອບ “ມາຊູ ປິກຊູ” ຈຶ່ງກາຍເປັນຊື່ທີ່ຄົນເຮົາເອີ້ນກັນຢ່າງຕິດປາກໄປທົ່ວໂລກ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/