Xiaomi ບຸກຕະຫຼາດ EV! ເຜີຍລົດໄຟຟ້າຮຸ່ນທຳອິດຂອງຕົນເອງ ເປັນລົດເກັງ 5 ບ່ອນນັ່ງຄວາມໄວສູງສຸດ 265 ກິໂລແມັດຕໍ່ຊົ່ວໂມງ


Xiaomi Corp. ຜູ້ຜະລິດໂທລະສັບມືຖືຍັກໃຫຍ່ຂອງຈີນ ໄດ້ລົງມາຫຼິ້ນໃນການແຂ່ງຂັນໃນກະແສລົດໄຟຟ້າຢ່າງເຕັມຕົວ ຫຼັງເປີດເຜີຍຮູບລັກສະນະຂອງລົດໄຟຟ້າ ຮຸ່ນທຳອິດຂອງຕົນເອງ ເປັນລົດເກັງ 5 ບ່ອນນັ່ງ ພ້ອມຫຼັງຄາເປັນແກ້ວ (panorama) ພ້ອມສາມາດເຮັດຄວາມໄວສູງສຸດໄດ້ 265 ກິໂລແມັດຕໍ່ຊົ່ວໂມງ.
ໂດຍເອກະສານຈາກກະຊວງ ອຸດສາຫະກຳ ແລະ ເຕັກໂນໂລຊີຂອງຈີນ ເປີດເຜີຍວ່າ ລົດໄຟຟ້າຮຸ່ນດັ່ງກ່າວຂອງ Xiaomi ຈະຖືກຜະລິດໂດຍ Beijing Automotive Group Co. ເຊິ່ງເປັນບໍລິສັດລັດວິສາຫະກິດຂະໜາດໃຫຍ່ຂອງຈີນ.


ລາຍງານລະບຸວ່າ ລົດໄຟຟ້າຄັນນີ້ມີພາຍນອກທີ່ທັນສະໄໝ ແລະ ສາມາດຕິດຕັ້ງເຕັກໂນໂລຊີ LiDAR ທີ່ສາມາດສະແກນວັດຖຸໄດ້ ຢູ່ດ້ານເທິງຂອງກະຈົກເພື່ອຊ່ວຍເຫຼືອການຂັບຂີ່ທີ່ລໍ້າສະໄໝ ຫຼື ຊ່ວຍໃນການຂັບຂີ່ແບບອັດຕະໂນມັດ. ລົດຮຸ່ນດັ່ງກ່າວສາມາດເຮັດຄວາມໄວສູງສຸດ 265 ກິໂລແມັດຕໍ່ຊົ່ວໂມງ, ນ້ໍາຫນັກ 2.66 ໂຕນ ແລະໃຊ້ພະລັງງານແບັດຕາຣີ່ ຈາກບໍລິສັດ Contemporary Amperex Technology Co. Ltd. ແລະ BYD Co., ຂຶ້ນກັບວ່າຈະໃຊ້ມໍເຕີ້ດຽວ ຫຼື ມໍເຕີ້ຄູ່.

ໂດຍກ່ຽວກັບແຜນການໃນການຜະລິດ ກ່ອນໜ້ານີ້ Xiaomi ເຄີຍປະກາດໄວ້ວ່າ ອາດຈະເລີ່ມຕົ້ນການຜະລິດ ແລະ ເປີດຕົວໃນປະມານເຄິ່ງປີທຳອິດ ຂອງປີ 2024.

ລາຍງານຊີ້ໃຫ້ເຫັນວ່າລົດໄຟຟ້າຍີ່ຫໍ້ Xiaomi ແມ່ນຕົວເຊື່ອມຕໍ່ທີ່ສໍາຄັນໃນແຜນການຂອງບໍລິສັດທີ່ຈະສ້າງ ລະບົບນິເວດທີ່ຄອບຄຸມ ສໍາລັບລູກຄ້າ, ເຊິ່ງປັດຈຸບັນບໍລິສັດໄດ້ປັບປຸງລະບົບປະຕິບັດການສໍາລັບໂທລະສັບ ແລະ ເຄື່ອງໃຊ້ໄຟຟ້າໃນເຮືອນອື່ນໆ ເພື່ອລວມເອົາລົດ EV ໃນອະນາຄົດ ເຊິ່ງເຮັດໃຫ້ລູກຄ້າສາມາດຄວບຄຸມອຸປະກອນທຸກປະເພດຂອງຜະລິດຕະພັນ Xiaomi ໄດ້ແບບຄົບວົງຈອນ.

ແຕ່ຢ່າງໃດກໍຕາມ ການໂດດລົງມາສະໜາມແຂ່ງຂັນ EV ຂອງ Xiaomi ໃນຄັ້ງນີ້ກໍຄົງຈະບໍ່ແມ່ນເລື່ອງງ່າຍ ເພາະຕ້ອງປະເຊີນກັບຍັກໃຫຍ່ດ້ານລົດໄຟຟ້າ ຢ່າງ BYD, Li Auto Inc., Geely Automobile Holdings Ltd. ; Zeekr Volkswagen AG ແລະ Xpeng Inc. ພ້ອມນີ້ ກໍຍັງຕ້ອງປະເຊີນກັບສົງຄາມລາຄາຢ່າງຮຸນແຮງຫຼັງຈາກ Tesla Inc. ຫຼຸດລາຄາລົດໄຟຟ້າທຸກຮຸ່ນລົງ ເຮັດໃຫ້ຄູ່ແຂ່ງຕ້ອງປະຕິບັດຕາມ.

ທີ່ມາ: https://www.bloomberg.com/news/articles/2023-11-15/xiaomi-ev-closer-to-production-as-china-approves-roadworthiness?fbclid=IwAR3YqngZZ7plJr9gPUF4DVfirPOPR__QZC5szgQbEo26mlo7Aru8etTYJyY

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/