The Marvels ລາຍໄດ້ອາທິດທີ 2 ຫຼຸດລົງກວ່າ 80%


ຫຼັງຈາກທີ່ເປີດຕົວອາທິດທຳອິດໃນອາເມຣິກາໄປດ້ວຍລາຍໄດ້ພຽງ 46,1 ລ້ານໂດລາ ເຊິ່ງນັບວ່າເປັນລາຍໄດ້ທີ່ຕ່ຳທີ່ສຸດໃນຈັກກະວານ MCU (Marvel Cinematic Universe) ຂອງ Marvel Studios ແລະ ສາມາດກວາດລາຍໄດ້ໄປທົ່ວໂລກພຽງ 120,5 ລ້ານໂດລາ ເຊິ່ງຍັງຫ່າງໄກຈາກທຶນສ້າງມະຫາສານເຖິງ 270 ລ້ານໂດລາ.

ຫຼ້າສຸດທາງ Variety ໄດ້ລາຍງານວ່າ The Marvels ເຮັດລາຍໄດ້ເມື່ອວັນສຸກທີ 17 ພະຈິກ 2023 ໄປພຽງ 2,8 ລ້ານໂດລາ ເຊິ່ງໜ້ອຍກວ່າລາຍໄດ້ເປີດຕົວເມື່ອວັນສຸກທີ 10 ພະຈິກ 2023 ທີ່ເຮັດໄວ້ທີ່ 21,6 ລ້ານໂດລາ ຫຼື ຄິດເປັນຈຳນວນລາຍໄດ້ຫຼຸດລົງ 87%.

ອາດເວົ້າໄດ້ວ່າລາຍໄດ້ອາດເປັນທີ່ບໍ່ໜ້າປະທັບໃຈເທົ່າໃດສຳລັບຮູບເງົາຟອມຍັກຢ່າງ The Marvels ຫຼືນີ້ອາດຈະເປັນຄວາມລົ້ມເຫຼວທີ່ຈະຍ່າງຕາມຮອຍຮູບເງົາກ່ອນໜ້ານີ້ຢ່າງ Ant-Man and the Wasp: Quantumania ພ້ອມຄາດການວ່າປັດໄຈທີ່ເຮັດໃຫ້ຮູບເງົາ MCU ປະສົບຄວາມລົ້ມເຫຼວທາງດ້ານລາຍໄດ້ຄື ຜູ້ຊົມເລີ່ມເບື່ອກັບຮູບເງົາແນວຊຸບເປີຮີໂຣ້ນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/