Xiaomi Mi 11 5G ສະມາດໂຟນທີ່ມີຊິບ Snapdragon 888 ເປັນຮຸ່ນທຳອິດຂອງໂລກ


ມາແລ້ວກັບ Mi 11 5G ສະມາດໂຟນທີ່ຂັບເຄື່ອນດ້ວຍ Snapdragon 888 ເຊິ່ງເປັນຮຸ່ນທຳອິດຂອງໂລກຈາກ Xiaomi ທີ່ມາເປີດຕົວຕາມທີ່ໄດ້ນັດໄວ້ ຈັດເຕັມດ້ວຍຈໍພາບ AMOLED ຂະໜາດ 6.81 ນິ້ວ ຄວາມລະອຽດ 2k ອັດຕາ Refresh 120Hz ແບັດເຕີຣີ່ 46000mAh ຮອງຮັບລະບົບສາກໄວທັງແບບມີສາຍ ແລະ ໄຮ້ສາຍ 55W ແລະ 50W ຕາມລຳດັບ ມາພ້ອມ Android 11 ຕັ້ງແຕ່ອອກຈາກກ່ອງ ລາຄາເລີ່ມຕົ້ນຢູ່ທີ່ປະມານ 629 ໂດລາສະຫະລັດ.

ໜ້າຈໍ AMOLED ແບບ 10–Bit ອັດຕາ Refresh 120Hz ສຸດໂຫດທັງສີສັນ ແລະ ຄວາມສະຫວ່າງ.
ຈໍພາບຂອງ Mi 11 5G ເລືອກໃຊ້ Panel ຊະນິດ AMOLED ຂະໜາດ 6.81 ຄວາມລະອຽດ 2K, ອັດຕາ Refresh 120Hz, ອັດຕາການຕອບສະໜອງການສຳຜັດ 480Hz, ສະແດງຜົນໄດ້ 10.7 ພັນລ້ານສີ, ເປັນໜ້າຈໍແບບ 10–Bit ລະດັບຄວາມສະຫວ່າງສູງສຸດ 1,500 nit, ມີ Contrast ratio ເທົ່າກັບ 5,000,000:1, ຄວາມຄາດເຄື່ອນຂອງສີຕ່ຳ ΔE ≈ 0.41 ແລະ ຮອງຮັບ HDR10+ ແຖມຍັງໄດ້ຮັບການປະເມີນຈາກ Display Mate ໃນລະດັບ A+ ອີກດ້ວຍ.

ເຖິງແມ່ນວ່າ ອັດຕາ Refresh ຈະສູງເຖິງ 120Hz ແຕ່ Xiaomi ບອກວ່າບໍ່ຕ້ອງກັງວົນເລື່ອງການກິນແບັດເຕີຣີ່ເພາະການສະແດງຜົນຈະຖືກປັບໃຫ້ສຳພັນກັບ Content ທີ່ທ່ານກຳລັງເບິ່ງຢູ່ ເຊິ່ງແບ່ງອອກເປັນ 4 ລະດັບໄດ້ແກ່ 30Hz, 60Hz, 90Hz ແລະ 120Hz.

ນອກຈາກການສະແດງຜົນສີສັນຈະແຈ່ມແຈ້ງແລ້ວ ຄວາມທົນກໍໂດດເດັ່ນເຊັ່ນດຽວກັນ ເພາະໜ້າຈໍຂອງ Mi 11 5G ຈະຖືກຄອບທັບດ້ວຍແກ້ວ Gorilla Glass Victus ຈາກ Corning ເຊິ່ງຜ່ານການທົດສອບຄວາມທົນທານ ທັງ Drop Test ແລະ ການຂູດຂີດໃນຫ້ອງແລັບມາເປັນທີ່ຮຽບຮ້ອຍແລ້ວ. ສ່ວນເຊັນເຊີສະແກນລາຍນິ້ວມືແບບ Optical ມືຈະຝັງຢູ່ໃຕ້ໜ້າຈໍ ເຊິ່ງຈະມີຟີເຈີເສີມຄື ເຮັດໜ້າທີ່ກວດຈັບອັດຕາການເຕັ້ນຂອງຫົວໃຈໄດ້ອີກດ້ວຍ.

Snapdragon 888 ຮຸ່ນທຳອິດຂອງໂລກ

Mi 11 5G ຂັບເຄື່ຶອນດ້ວຍ Snapdragon 888 ຊິບລະດັບໄຮເອັນທີ່ຖືກຜະລິດຂຶ້ນຢູ່ເທິງສະຖາປັດຕະຍະກຳຂະໜາດ 5 ນາໂນແມັດ ຕົວຫຼ້າສຸດຈາກ Qualcomm ເຮັດຄະແນນ AnTuTu ໄດ້ 754,942 ແຕ້ມ ປະມວນຜົນໄດ້ໄວຂຶ້ນ 25%. ສ່ວນ GPU Adreno 660 ເອງກໍຊົງພະລັງຂຶ້ນ 35% ມາພ້ອມໂມເດັມ X60 ຮອງຮັບການເຊື່ອມຕໍ່ເຄືອຂ່າຍ 5G ຕາມທີ່ຊື່ຮຸ່ນຂອງສະມາດໂຟນຮຸ່ນນີ້ໄດ້ບອກເອົາໄວ້ແລ້ວ. ທາງດ້ານຂອງ RAM ຍັງເປັນ LPDR–5 ຄືເກົ່າ ແຕ່ໄດ້ຖືກປັບແຕ່ງໃຫ້ໄວຂຶ້ນ ຈາກເກົ່າ 5500Mbps ເປັນ 6400Mbps ສ່ວນ ROM ເປັນ USF 3.1.

ກ້ອງຫຼັງ 3 ຕົວ 108MP ເລນເທເລຖ່າຍມາໂຄໄດ້ ມີອໍໂຕໂຟກັດໃນຕົວ

ກ້ອງຫຼັກຂອງ Mi 11 5G ມີ 3 ຕົວຄື: ກ້ອງຫຼັກຄວາມລະອຽດສູງພິເສດ 108MP ຖ່າຍວີດີໂອ 8K + ກ້ອງ Ultrawide 13MP ມຸມກວ້າງ 123 ອົງສາ + ກ້ອງເທເລໂຟໂຕ້ 5MP ຮອງຮັບການຖ່າຍມາໂຄ ແລະ ມີອໍໂຕ້ໂຟກັດໃນຕົວ ເຊິ່ງເມື່ອປະສານການເຮັດວຽກກັບຊິບ Spectra ISP ຕົວໃໝ່ (ແຖມຍັງມີຫຼາຍເຖິງ 3 ຕົວ) ແລະ AI Engine ໃນຕົວ Snapdragon 888 ເຮັດໃຫ້ການປະມວນຜົນຮູບຖ່າບມີປະສິດທິພາບຂຶ້ນກວ່າເກົ່າຫຼາຍ.

Battery 4600mAh ສາກຈາກ 0–100% ໃຊ້ເວລາບໍ່ເຖິງ 1 ຊົ່ວໂມງ ທັງແບບມີສາຍ ແລະ ແບບໄຮ້ສາຍ

ແບັດເຕີຣີ່ຂອງ Mi 11 5G ເທົ່າກັບ 4600mAh ຮອງຮັບລະບົບສາກໄວແບບມີສາຍ 55W ສາມາດສາກຈາກ 0–100% ໄດ້ໃນເວລາພຽງ 45 ນາທີ ສ່ວນການສາກແບບໄຮ້ສາຍກໍສາກໄວໄດ້ເຖິງ 50W ໃຊ້ເວລາ 53 ນາທີ ຫ່າງກັນບໍ່ຫຼາຍ ອີກທັງຍັງຮອງຮັບການສາກແບບໄຮ້ສາຍຍ້ອນກັບໃຫ້ອຸປະກອນອື່ນໆ 10W ອີກ.

ສະເປັກຂອງ Xiaomi M11 5G

  • ຈໍພາບ: AMOLED ຂະໜາດ 6.81 ນິ້ວ, 10.7 ພັນລ້ານສີ, 2K (515PPI), ອັດຕາ Refresh 120Hz, ອັດຕາການຕອບສະໜອງ 480Hz
  • ຊິບ: Qualcomm Snapdragon 888
  • ໜ່ວຍຄວາມຈຳ: RAM LPDDR – 5 + ROM UFS 3.1
    – 8GB + 128GB
    – 8GB + 256GB
    – 12GB + 256GB
  • ກ້ອງຫຼັງ:
    – Wide 108MP (ƒ/1.85), PDAF, OIS, ຂະໜາດເຊັນເຊີ 1/1.33 ນິ້ວ
    – Ultra-wide 13MP (ƒ/2.4),
    – Telephoto 5MP (ƒ/2.4), AF ຮອງຮັບການຖ່າຍມາໂຄ
  • ກ້ອງໜ້າ: 20MP
  • ສຽງ: ລຳໂພງສະເຕີຣີໂອ ປັບແຕ່ງໂດຍ Harman Kardon
  • ແບັດເຕີຣີ່: 4600mAh, ສາກໄວແບບມີສາຍ 55W, ສາກໄວແບບໄຮ້ສາຍ 50W
  • ການເຊື່ອມຕໍ່:
    – 5G SA/NSA
    – Wi–Fi 6
    – Bluetooth 5.2
    – NFC
    – USB Type-C
  • ເຊັນເຊີ:  Fingerprint, ultrasonic distance, ambient, acceleration, gyroscope, electronic compass, x-axis linear motor, infrared, grip sensor
  • ລະບົບປະຕິບັດການ: MIUI 12.5 ເທິງ Android 11
  • ຂະໜາດ: 164.3 x 74.6 x 8.56 mm.
  • ນ້ຳໜັກ: 196g (ຮຸ່ນຝາຫຼັງແກ້ວ), 194g (ຮຸ່ນຝາຫຼັງໜັງວີແກນ)
  • ສີ:
    – ຮຸ່ນຝາຫຼັງແກ້ວ: Midnight Gray, Frost White, Horizon Blue
    – ຮຸ່ນຝາຫຼັງໜັງວີແກນ: Lilac Purple, Honey Beige

ລາຄາ ແລະ ການວາງຈຳໜ່າຍ

ໃນເບື້ອງຕົ້ນ Xiaomi ຈະວາງຈຳໜ່າຍ Mi 115G ແບບຈຳກັດສະເພາະໃນປະເທດຈີນກ່ອນ ແບ່ງເປັນ 3 ຮຸ່ນຍ່ອຍຕາມໜ່ວຍຄວາມຈຳ ພ້ອມ Lei Jun Edition ຮຸ່ນພິເສດອີກ 1 ຮຸ່ນ ເປີດໃຫ້ Preorder ແລ້ວຕັ້ງແຕ່ມື້ນີ້ເປັນຕົ້ນໄປໂດຍມີລາຄາດັ່ງນີ້:

  • RAM 8GB + 128GB: ລາຄາ 3,999 ຫຍວນ
  • RAM 8GB + 256GB: ລາຄາ 4,299 ຫຍວນ
  • RAM 12GB + 256GB: ລາຄາ 4,699 ຫຍວນ

ແຖມຫົວສາກ 55W ມາໃຫ້ນອກກ່ອງແບບບໍ່ຄິດເງິນ

ສ່ວນເລື່ອງທີ່ວ່າ Xiaomi ຈະບໍ່ແຖມຫົວສາກມາໃນກ່ອງ Mi11 5G ແລ້ວ ແຕ່ຂ່າວລືທີ່ອອກມາກ່ອນໜ້ານີ້ນັ້ນເປັນຄວາມຈິງ ແຕ່ທີ່ບໍ່ໃຫ້ມາໃນກ່ອງເພາະວ່າ Xiaomi ຈະແຖມນອກກ່ອງນັ້ນເອງ ເຊິ່ງລູກຄ້າສາມາດເລືອກໄດ້ວ່າຈະຮັບອະແດັບເຕີແປງໄຟ GaN ຂະໜາດ 55W ຫຼື ບໍ່ຮັບກໍໄດ້ ເຊິ່ງມີມູນຄ່າ 99 ຫຍວນ.

ຂອບໃຈຂໍ້ມູນຈາກ:

https://www.youtube.com/watch?v=g1WUU2sWtpw https://droidsans.com/xiaomi-mi-11-5g-officially-announced/amp/