ເສັ້ນທາງດົງນາທອງ-ໜອງພະຍາ ສຳເລັດແລ້ວ 70%


ໂຄງການກໍ່ສ້າງທາງຕັດໃໝ່ດົງນາທອງ-ໜອງພະຍາ ເປັນໂຄງການທີສອງຕໍ່ຈາກເສັ້ນທາງໜອງບົວທອງ-ໜອງບຶກ ໃນນັ້ນໄດ້ເລີ່ມລົງມືກໍ່ສ້າງມາແລ້ວຕັ້ງແຕ່ຕົ້ນປີ 2016 ເຊິ່ງມີຄວາມຍາວທັງໝົດ 7,5 ກິໂລແມັດ, ມີ 2 ເລນຫຼັກ ແລະ 1 ເລນຍ່ອຍ, ມີທາງຍ່າງ 2 ເບື້ອງ ເບື້ອງລະ 1,5 ແມັດ; ເຂດເສັ້ນສະຫງວນມີທັງໝົດ 35 ແມັດ; ເຂດກໍ່ສ້າງຕົວຈິງມີ 24,7 ແມັດ; ມີດອນກາງທາງ ມີລະບົບລະບາຍນໍ້າຢູ່ 2 ຂ້າງທາງ, ມີໄຟເຍືອງທາງຢູ່ດອນກາງ ແລະ ໜ້າທາງປູດ້ວຍເບຕົງເສີມເຫຼັກໜາ 23 ຊັງຕີແມັດ. ລວມມູນຄ່າໃນການກໍ່ສ້າງ 300 ກວ່າຕື້ກີບ. ບໍລິສັດທີ່ຮັບໜ້າວຽກນີ້ແມ່ນ ບໍລິສັດ ພົງຊັບທະວີກໍ່ສ້າງ ຂົວທາງຈຳກັດເປັນຜູ້ຮັບເໝົາກໍ່ສ້າງ.

ປັດຈຸບັນການກໍ່ສ້າງ ປະຕິບັດໂຄງການໂດຍລວມມີຄວາມຄືບໜ້າແລ້ວ 70%; ສະເພາະວຽກໜ້າທາງແມ່ນສໍາເລັດແລ້ວ 90%. ສາເຫດທີ່ການກໍ່ສ້າງຍັງຊ້າ ຖ້າທຽບໃສ່ໂຄງການແລ້ວ ຍ້ອນວ່າການໄກ່ເກ່ຍບາງຈຸດ ຍັງມີຄວາມຫຍຸ້ງຍາກ, ເປັນຕົ້ນປະຊາຊົນບາງຈໍານວນຍັງບໍ່ມອບພື້ນທີ່ດິນໃຫ້ ຕອນດິນທີ່ຕິດກັບເສັ້ນທາງສາຍຫຼັກ ຫຼື ສະເໜີຄ່າທົດແທນສູງ, ການຕົກລົງຄ່າຊົດເຊີຍໃຫ້ເຈົ້າຂອງດິນ ຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ ເພາະຍັງຢູ່ໃນຂັ້ນຕອນຮັບຮອງທາງດ້ານລາຄາ ເນື່ອງຈາກປະຊາຊົນຂໍລາຄາຊົດເຊີຍສູງ ຈາກລາຄາທີ່ກຳນົດໄວ້.

ສ່ວນເຈົ້າຂອງດິນ ທີ່ໂຄງການຕັດທາງຖືກເຮືອນ ຈຳເປັນຕ້ອງໄດ້ມ້າງໄປຢູ່ບ່ອນອື່ນ ທາງໂຄງການກໍໄດ້ຊ່ວຍແກ້ໄຂ ໂດຍມອບເງິນຄ່າຊົດເຊີຍໃຫ້ກ່ອນ ເພື່ອໄປປຸກສ້າງເຮືອນຫຼັງໃໝ່, ສະເພາະການສ້າງວົງວຽນເສັ້ນທາງດົງນາທອງ-ໜອງພະຍາ ແມ່ນໄດ້ອອກແບບເປັນວົງວຽນທີ່ໃຫຍ່ກວ່າເລນລົດທີ່ແລ່ນໃນປັດຈຸບັນ. ການສ້າງວົງວຽນໃຫຍ່ແມ່ນສາມາດເຮັດໃຫ້ນັກຂັບຂີ່ຜ່ອນຄວາມໄວ ແລະ ສາມາດຮອງຮັບລົດຫຼາຍຄັນທີ່ເຂົ້າໃນວົງວຽນ. ພ້ອມກັນນີ້ ຍັງເຮັດໃຫ້ການເຄື່ອນໂຕຂອງລົດມີຄວາມຄ່ອງໂຕຂຶ້ນ.

ເຖິງແມ່ນວ່າໂຄງການຈະພົບຄວາມຫຍຸ້ງຍາກໃນຫຼາຍດ້ານກໍຕາມ ແຕ່ທາງເຈົ້າຂອງໂຄງການ ຫຼື ຜູ້ຮັບເໝົາກໍໄດ້ພະຍາຍາມສູ້ຊົນ ແລະ ສຸມໃສ່ຄວາມສາມາດທຸກກຳລັງແຮງ ພ້ອມທຶນຮອນທີ່ມີໃຫ້ໂຄງການນີ້ສຳເລັດໄປຕາມແຜນການທີ່ວາງໄວ້. ໃນໂຄງການນີ້ແມ່ນຈະເຮັດໃຫ້ສຳເລັດໃນໜ້າທາງ ສ່ວນວຽກຕິດຕັ້ງເສົາໄຟກໍ່ສ້າງທາງຄົນຍ່າງ ໃຫ້ສຳເລັດພາຍໃນເດືອນກັນຍາ 2021 ນີ້.

ຫຼັງຈາກທີ່ໂຄງການສຳເລັດແລ້ວ ເວົ້າໄດ້ເລີຍວ່າຈະສ້າງຄວາມສະດວກສະບາຍໃຫ້ແກ່ປະຊາຊົນ ຜູ້ໃຊ້ລົດໃຊ້ຖະໜົນຢ່າງແນ່ນອນ ແລະ ເປັນການພັດທະນາພື້ນຖານໂຄງລ່າງຂອງນະຄອນຫຼວງວຽງຈັນ ເພື່ອຮອງຮັບຈຳນວນພາຫະນະທີ່ເພີ່ມຂຶ້ນໃນແຕ່ລະວັນ.

ຂອບໃຈຂໍ້ມູນຈາກ:

https://fb.watch/408txOSqIK/

ເສັ້ນທາງຕັດໃໝ່ແຕ່ບ້ານດົງນາທອງ ຫາບ້ານໜອງພະຍາ ກໍ່ສ້າງສໍາເລັດ 70% | Vientiane Mai