ຈິດຕະແພດຢືນຢັນວ່າ “ຮ້ອງເພງຕອນອາບນ້ຳ” ເຮັດໃຫ້ສຸຂະພາບຈິດດີຂຶ້ນ!


ຮ້ອງເພງຕອນໃດກໍບໍ່ຄັກເທົ່າຕອນອາບນ້ຳ!!! ເປັນປົກກະຕິທີ່ເຮົາຈະຮູ້ສຶກຜ່ອນຄາຍເວລາທີ່ເຮົາໄດ້ອາບນ້ຳ ຍິ່ງເປັນຕອນທີ່ໄດ້ຮ້ອງເພງແລ້ວ ຈົນລືມເວລາອອກຈາກຫ້ອງນ້ຳພຸ້ນລະ!

ພຶດຕິກຳການອາບນ້ຳແລ້ວຮ້ອງເພງໄປນຳ ບໍ່ແມ່ນສະເພາະແຕ່ຄວາມມ່ວນຊື່ນ ແລະ ຜ່ອນຄາຍເທົ່ານັ້ນ ແຕ່ມັນຍັງສົ່ງຜົນດີຕໍ່ສຸຂະພາບ-ຈິດໃຈຂອງເຮົາຫຼາຍກວ່ານັ້ນ ຈິດຕະແພດຈຶ່ງໄດ້ແນະນຳໃຫ້ຜູ້ຄົນຫັນມາຮ້ອງເພງໃນຂະນະທີ່ກຳລັງອາບນ້ຳ ເຊິ່ງເປັນວິທີງ່າຍໆໃນການເຮັດໃຫ້ຜ່ອນຄາຍ, ບໍ່ເສຍເງິນ ແລະ ເໝາະກັບທຸກເພດທຸກໄວ.

ຂໍ້ດີຂອງການອາບນ້ຳນັ້ນມີປະໂຫຍດກັບຮ່າງກາຍ 5 ຢ່າງດັ່ງນີ້:

  1. ຊ່ວຍເພີ່ມອັອກຊີເຈນໃຫ້ແກ່ປອດ: ເຮັດໃຫ້ລະບົບເລືອດໄຫຼວຽນໄປລ້ຽງສະໝອງໄດ້ດີຂຶ້ນ.
  2. ຫຼັ່ງສານແຫ່ງຄວາມສຸກອອກມາ: ການຮ້ອງເພງເປັນການບ່ຽງເບນຄວາມຄິດຂອງເຮົາທີ່ເຮັດໃຫ້ເຮົາຄຽດ ເພງທີ່ເຮົາຮ້ອງອາດຈະໄປເຊື່ອມໂຍງກັບເຫດການ ຫຼື ປະສົບການທີ່ເຮັດໃຫ້ເຮົາມີຄວາມສຸກ.
  3. ຊ່ວຍເພີ່ມຄວາມຈຳ: ໃນປະເທດຍີ່ປຸ່ນໄດ້ມີການຝຶກສະໝອງດ້ວຍການເຮັດກິດຈະກຳງ່າຍໆຊ້ຳໆ ເຊັ່ນ: ການບວກເລກງ່າຍໆ, ການຮ້ອງເພງໃນຂະນະອາບນ້ຳ.
  4. ມີສະຕິຫຼາຍຂຶ້ນ: ຜົນການວິໄຈຫຼາຍອັນບອກວ່າ ການເຮັດກິດຈະກຳກ່ຽວກັບດົນຕີ ບໍ່ວ່າຈະເປັນຮ້ອງເພງ, ຟັງເພງ ຫຼື ຫຼິ້ນດົນຕີ ເຮັດໃຫ້ເຮົາສາມາດຄວບຄຸມອາລົມຕົນເອງໄດ້ດີຂຶ້ນ, ມີສະຕິໃນການຕັດສິນໃຈໃນການກະທຳຕ່າງໆໄດ້ຫຼາຍຂຶ້ນ.
  5. ສາມາດສ້າງຄວາມໝັ້ນໃຈໃຫ້ຕົນເອງ, ສູ້ກັບຄວາມວິຕົກກັງວົນ,​ຄວາມຮູ້ສຶກເສົ້າ ແລະ ຄວາມເຫງົາໄດ້ເປັນຢ່າງດີ.

ຮູ້ຂໍ້ດີຂອງການຮ້ອງເພງໃນຂະນະອາບນ້ຳແບບນີ້ແລ້ວ ຢ່າລືມໄປເປີດຄອນເສີດຂອງຕົນເອງໃນຫ້ອງນ້ຳເດີ້ທຸກຄົນ ນອກຈະຈະມ່ວນແລ້ວ ຍັງມີປະໂຫຍດຕໍ່ສຸຂະພາບອີກດ້ວຍ.

ຂອບໃຈຂໍ້ມູນຈາກ: