ມະຫານະຄອນນິວຢອກ ກຽມເປີດໂຮງຮູບເງົາໃນຮອບປີ ແນໃສ່ກະຕຸ້ນອຸດສາຫະກຳຮູບເງົາອາເມຣິກາ


ເວົ້າໄດ້ວ່າຕະຫຼອດປີ 2020 ທີ່ຜ່ານມາ ນັບຕັ້ງແຕ່ສະຖານະການລະບາດຂອງໂຄວິດ-19 ນັກເບິ່ງຮູບເງົາໃນທົ່ວໂລກແມ່ນຖືໄດ້ວ່າໄດ້ຮັບຜົນກະທົບຕາມໆກັນ ໂດຍສະເພາະໃນສະຫະລັດອາເມຣິກາແມ່ນໄດ້ມີການປິດໂຮງຮູບເງົາເກືອບທັງໝົດຕັ້ງແຕ່ປີກ່ອນ.

ຫຼ້າສຸດ ສຳນັກງານຂ່າວ cnbc.com ໄດ້ອອກມາລາຍງານວ່າ ອຸດສາຫະກຳຮູບເງົາຂອງສະຫະລັດອາເມຣິກາຈະມີຂ່າວດີໃນເດືອນມີນານີ້ ເຊິ່ງຫຼ້າສຸດໂຮງຮູບເງົາໃນມະຫານະຄອນນິວຢອກຈະເປີດໃຫ້ບໍລິການອີກຄັ້ງ ເປັນຄັ້ງທຳອິດໃນຮອບເກືອບໜຶ່ງປີ.

ແອນດຣູ ໂຄວໂມ ຜູ້ວ່າການລັດນິວຢອກຖະແຫຼງວ່າ ມະຫານະຄອນນິວຢອກຈະໄດ້ຮັບອະນຸຍາດໃຫ້ເປີດໂຮງຮູບເງົາໄດ້ທີ່ຄວາມຈຸ 25% ໂດຍຈະເລີ່ມໃນມື້ອື່ນ 5 ມີນາເປັນຕົ້ນໄປ ທັງນີ້ຈະມີການກຳນົດບ່ອນນັ່ງ ໃຫ້ເວັ້ນໄລຍະຫ່າງທາງສັງຄົມ ແລະ ຂໍ້ຄວນລະວັງດ້ານສຸຂະພາບອື່ນໆ.

ການປິດໃຫ້ບໍລິການຂອງໂຮງຮູບເງົາຢ່າງເປັນທາງການແມ່ນຕ້ອງຍ້ອນກັບໄປວັນທີ 17 ມີນາ 2020 ເຊິ່ງເປັນຈຸດໝາຍເລີ່ມຕົ້ນຂອງວິກິດໂຄວິດ-19 ຂອງອາເມຣິກາໃນຂະນະນັ້ນ ເຊິ່ງຕອນທຳອິດ ພາກອຸດສາຫະກຳໂຮງຮູບເງົາຄິດວ່າຈະປິດພຽງ 6-12 ອາທິດເທົ່ານັ້ນ.

ຖະແຫຼງການຂອງສະມາຄົມເຈົ້າຂອງໂຮງຮູບເງົາ ກ່າວວ່າ “ມະຫານະຄອນນິວຢອກເປັນຕະຫຼາດສຳຄັນສຳລັບການຮັບຊົມຮູບເງົາໃນສະຫະລັດອາເມຣິກາ ການປິດການສາຍອີກຄັ້ງຫຼັງຈາກ 12 ອາທິດທຳອິດນັ້ນ ເຮັດໃຫ້ຜູ້ຈັດຈຳໜ່າຍຮູບເງົາໝັ້ນໃຈໃນການກຳນົດວັນສາຍ ແລະ ຖືເປັນກ້າວສຳຄັນໃນການຟື້ນຕົວຂອງອຸດສາຫະກຳທັງໝົດ ແລະ ຫວັງວ່າຈະຂະຫຍາຍຈາກ 25% ເປັນ 50% ໃນອະນາຄົດໃກ້ໆນີ້”

ພາບ: cnbc.com, timeout.com, hollywoodreporter.com

ຂອບໃຈຂໍ້ມູນຈາກ: