ຮູບເຣນເດີ Samsung Galaxy A52 5G ຢືນຢັນວ່າຈະມາກັບມາດຕະຖານກັນນ້ຳກັນຝຸ່ນ IP67


ເລີ່ມມີຂໍ້ມູນຂອງ Samsung Galaxy A52 Series ທີ່ຫຼຸດອອກມາເລື້ອຍໆ ຕັ້ງແຕ່ປາຍປີ 2020 ບໍ່ວ່າຈະເປັນຮູບເຣນເດີຂອງຕົວເຄື່ອງ, ສະເປັກໜ້າຈໍທີ່ມີອັດຕາ Refresh ສູງ, ຊິບ Snapdragon 720/750 ແລະ ອື່ນໆອີກຫຼາກຫຼາຍ.

ແຕ່ຫຼ້າສຸດໄດ້ມີຮູບໂປຣໂຫມດສິນຄ້າຂອງໂທລະສັບມືຖືຮຸ່ນນີ້ຫຼຸດອອກມາຄອນເຟີມ Feature ກັນນ້ຳກັນຝຸ່ນລະດັບ IP67 ອີກດ້ວຍ.

ຮູບໂປຣໂຫມດສິນຄ້າ Galaxy A52 5G ທີ່ໄດ້ເຫັນກັນນີ້ ໄດ້ມາຈາກແຫຼ່ງຂ່າວຂາປະຈຳຄື Evan Blass ໂດຍຮູບດັ່ງກ່າວໄດ້ເຜີຍໃຫ້ເຫັນຕົວເຄື່ອງຂອງມືຖືທັງດ້ານໜ້າ ແລະ ຫຼັງ ເຊິ່ງມີ Design ຄືກັນກັບຮູບທີ່ຫຼຸດອອກມາກ່ອນໜ້ານີ້ ບໍ່ວ່າຈະເປັນກ້ອງໜ້າ 4 ຕົວ+ແຟັດ ເທິງໂມດູນສີ່ຫຼຽມຜືນຜ້າທີ່ນູນອອກມາຈາກຕົວເຄື່ອງເລັກນ້ອຍ ແລະ ໜ້າຈໍແບບເຈາະຮູບ່ອນກາງຂອງດ້ານເທິງສຳລັບວາງກ້ອງເຊວຟີ່.

ແຕ່ສິ່ງທີ່ເຮັດໃຫ້ຮູບຫຼຸດນີ້ພິເສດກວ່າທີ່ຜ່ານໆມາກໍຄືຮູບຕົວເຄື່ອງ Galaxy A52 5G ທີ່ຖືກນ້ຳສາດໃສ່ ນັ້ນໝາຍຄວາມວ່າມືຖືຮຸ່ນນີ້ໄດ້ຮັບມາດຕະຖານກັນນ້ຳກັນຝຸ່ນດ້ວຍນັ້ນເອງ ໂດຍຕາມຂໍ້ມູນບອກວ່າໄດ້ຮັບມາດຕະຖານຢູ່ທີ່ IP67 ທີ່ສາມາດເອົາລົງນ້ຳໄດ້ເລິກເຖິງ 1 ແມັດເປັນເວລາ 30 ນາທີ.

ປົກກະຕິແລ້ວມາດຕະຖານກັນນ້ຳກັນຝຸ່ນລະດັບ IP67 – IP68 ມັກຈະຢູ່ໃນມືຖືລະດັບເຮືອທຸງຫຼາຍກວ່າ ກໍນັບວ່າເປັນຂ່າວດີທີ່ມືຖື Series ລະດັບກາງ ຄື Galaxy A52 5G ຈະໄດ້ຮັບຟີເຈີ້ນີ້ມາພ້ອມ ເຮັດໃຫ້ມັນມີຄວາມໜ້າສົນໃຈຫຼາຍຂຶ້ນໄປອີກ.

ຄາດວ່າມາດຕະຖານກັນນ້ຳກັນຝຸ່ນ IP67 ຈະມີຢູ່ໃນ Galaxy A52 5G ເທົ່ານັ້ນ ສ່ວນຮຸ່ນ 4G ອາດຈະໄດ້ມາດຕະຖານທີ່ຕ່ຳກວ່າ (ຫຼື ອາດບໍ່ກັນນ້ຳເລີຍກໍໄດ້) ກໍຕ້ອງມາຖ້າເບິ່ງວ່າໃນງານເປີດຕົວຢ່າງເປັນທາງການໃນຊ່ວງທ້າຍເດືອນ ມີນາ ປີ 2021 ນີ້ ວ່າຈະມີຮຸ່ນໃດໜ້າສົນໃຈຂະໜາດໃດ.

ຂອບໃຈທີ່ມາຂອງຂໍ້ມູນ: